ນວ ເລີ່ມ​ຕົ້ນ​ບໍ່​ຄ່ອຍ​ດີ ເກັບ​ຄະ​ແນນບໍ່​ທັນ​ເຈົ້າ​ພາບ ​ໄດ້​ພຽງຫຼຽນ​ເງິນ

ທີມ​ນັກ​ກີ​ລາ​ກະ​ຕໍ້​ຊິນ​ລອນຍິງ ເລີ່ມ​ຕົ້ນ​ບໍ່​ຄ່ອຍ​ດີ ເກັບ​ຄະ​ແນນບໍ່​ທັນ​ເຈົ້າ​ພາບ ໃນ​ການກະຕໍ້ຊິນ ລອນ ອີເວັນ 3 ຍິງ ງານ​ມະ​ຫະ​ກຳ​ກີ​ລ​າ​ຊຽງ​ຂວາງຄັ້​ງທີ XI ໃນຊຽງຂວາງເກມ 2022 ໄດ້​ພຽງຫຼຽນ​ເງິນ.

ການ​ແຂ້ງ​ຂັນ​ລະ​ຫວ່າງ 2 ທີມ ມີ​ຂຶ້ນ​ໃນ​ວັນ​ທີ 9 ທັນ​ວາ 2022 ທີ່​ວິ​ທະ​ຍາ​ໄລ​ຄູ​ຄັງ​ໄຂ ຜ່ານການ ແຂ່ງຂັນ ຜ່ານ​ການ​ແຂ່ງ​ຂັນ​ໃນ​ເຊັດ​ທຳ​ອິດ ນ​ະ​ຄອນຫຼວງວຽງ​ຈັນ ເກັບ​ຄະ​ແນນ​ໄດ້​ບໍ່​ຄ່ອຍ​ດີ ນຳຫຼັງ​ເຈົ້າ​ພາບ​ຢູ່ 24 ຄະ​ແນນ 81-105 ຄະ​ແນນ.

ມາ​ຮອດ​ເຊັດ 2 ນະ​ຄອນຫຼວງວຽງ​ຈັນ ຕ້ອງ​ໄດ້​ເລັ່ງ​ເກັບ​ຄະ​ແນນ​ໃຫ້​ໄວ​ຂຶ້ນ ເພື່ອ​ຊະ​ນະ​ທີມ​ເຈົ້າ​ພາບ ແຕ່​ກໍ​ຕ້ານ​​ທັກສະ ແລະ ຄວາມ​ທຸ່ນ​ຂອງ​ທີມ​ເຈົ້າ​ພາບບໍ່​ໄດ້ ສາ​ມາດ​ເກັບ​ຄະ​ແນນ​ເພີ່ມ​ຂຶ້ນ​ຈາກ​ເຊັດ​ທຳ​ອິດ 2 ຄະ​ແນນ  83-100 ຄະ​ແນນ ຈົບ​ການ​ແຂ່​ງ​ຂັນ ນະ​ຄອນຫຼວງ​ເສຍ​ໃຫ້​ເຈົ້າ​ພາບ​ຊຽງ​  ຂ​ວາງ 164-205 ຄະ​ແນນ.  

ສ່ວນ ອີ​ເວັນ 3 ທີມ​ຊາຍ ເຈົ້າ​ພາບ​ຊຽນ​ຂວາງ ພົບ​ກັບ​ປະ​ຊວງ​ປ້ອງ​ກັນ​ປະ​ເທດ ເຊິ່ງ​ຜົນ​ການ​ແຂ່ງ​ຂັນ​ ເຈົ້າ​ພາບ​ເອົາ​ຊະ​ນະ​ໄປ 351 ຕໍ່ 283 ຄະແນນ ໄດ້ຮັບຫຼຽນຄຳ​ໄປ​ຄອງ.

ການແຂ່ງຂັນກິລາກະຕໍ້ຊິນລອນ ຊີງໄຊ 8 ຫຼຽນຄຳ ສຳລັບປະເພດຍິງ ມີຊີງ 4 ຫຼຽນຄຳ ຈາກ ອີເວັນ 1 ອີເວັນ 2 ອີເວັນ 3 ແລະ ອີເວັນ 4 ສ່ວນປະເພດຊາຍ 4 ຫຼຽນຄຳ ແຂ່ງ​ຂັນ 4 ອີ​ເວັນ​ເຊັ່ນ​ດຽວ​ກັບ​ເພດ​ຍິງ.

error: Content is protected !!