ພັດທະນາຂະແໜງການສຶກສາຮອບດ້ານ ຕາມຍຸດທະສາດການສຶກສາຂອງພັກ

    ທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ໃຫ້ສຳພາດວັນ ທີ 17 ມີນາ 2020 ວ່າ: ໃນນາມຕາງໜ້າໃຫ້ຄະນະພັກ-ຄະນະນໍາ ກະຊວງ ສສກ ຕົນມີຄວາມພາກພູມໃຈ ແລະ ປິຕິຊົມຊື່ນຢ່າງຍິ່ງ ທີ່ໄດ້ມີໂອກາດມີຄໍາເຫັນຕໍ່ສື່ມວນຊົນກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ການສ້າງຂະບວນເພື່ອຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຂອງຂະແໜງ ສສກ.

    ໂດຍລວມແລ້ວ ການຊີ້ນໍາ-ນໍາພາວຽກງານກໍ່ສ້າງພັກ ແລະ ຂະຫຍາຍພັກ ແມ່ນຢູ່ໃນລະດັບດີ ການພັດທະນາຊັບພະຍາກອນມະນຸດ ແຜນພັດທະນາສຶກສາ ແລະ ກີລາ ປີ 2016-2020 ແລະ 2025 ຈະໄດ້ສືບຕໍ່ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ ສອດຄ່ອງກັບການພັດທະນາເສດຖະກິດ-ສັງຄົມ ໂດຍການປ່ຽນລະບົບການສຶກສາໃຫ້ສອດຄ່ອງກັບທ່າອ່ຽງຂອງໂລກ ເພື່ອເຮັດໃຫ້ການສຶກສາ ສາມາດຮອງຮັບກັບການປ່ຽນແປງຢ່າງໄວວາໃນປັດຈຸບັນ ສິ່ງສໍາຄັນທີ່ສຸດຕ້ອງສຶກສາອົບຮົມເດັກ ແລະ ໄວໜຸ່ມໃຫ້ເປັນຊັບພະຍາກອນມະນຸດທີ່ມີຄວາມຮັກຊາດ ສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸລາວໃຫ້ໜັກແໜ້ນ ເຂັ້ມແຂງ ເປັນເຈົ້າຕົນເອງ ເປັນເຈົ້າຂອງປະເທດຊາດ ແລະ ອຸທິດຕົນເອງເພື່ອພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ທັນບັນດາປະເທດໃນພາກພື້ນ ແລະ ສາກົນ ໂດຍສະເພາະການສຶກສາກ່ອນໄວຮຽນ ບັນດາເມືອງທີ່ຍັງມີອັດຕາເຂົ້າຮຽນຂອງເດັກ 5 ປີ ຕໍ່າກວ່າ 60% ຕ້ອງໄດ້ສົມທົບກັບອົງການປົກຄອງຂັ້ນເມືອງ ແລະ ຂັ້ນບ້ານ ເພື່ອຂະຫຍາຍຫ້ອງກຽມປະຖົມຢູ່ບັນດາໂຮງຮຽນປະຖົມສົມບູນທີ່ບໍ່ທັນມີຫ້ອງກຽມປະຖົມ ຊຸກຍູ້ສົ່ງເສີມພໍ່-ແມ່ຜູ້ປົກຄອງເດັກ ຊຸມຊົນ ແລະ ຄະນະພັດທະການສຶກສາຂັ້ນບ້ານ ເປັນເຈົ້າການປັບປຸງສະພາບແວດລ້ອມ ໂດຍສະເພາະເຂດຫ່າງໄກສອກຫຼີກ ພະແນກ ສສກ ແຂວງ ນະຄອນຫຼວງ ຕ້ອງໄດ້ຊີ້ນໍາສ້າງກຸ່ມໂຮງຮຽນປະຖົມ ສົມທົບກັບອົງການປົກຄອງບ້ານ ແລະ ຂັ້ນເມືອງ ເພື່ອລະດົມໃຫ້ນັກຮຽນທີ່ມີຄວາມສ່ຽງຈະອອກໂຮງຮຽນໃຫ້ສືບຕໍ່ເຂົ້າຮຽນຈົນຈົບການສຶກສາຊັ້ນປະຖົມ ເພື່ອຫຼຸດຜ່ອນການຄ້າງຫ້ອງ ຍົກທັກສະການອ່ານ ການຂຽນພາສາລາວ ແລະ ການຄິດໄລ່ເລກພື້ນຖານ ຕາມຫຼັກສູດປັບປຸງໃໝ່ ຊຸກຍູ້ບໍາລຸງນັກຮຽນທີ່ຮຽນອ່ອນໃນຍາມພັກຮຽນກ່ອນເປີດສົກຮຽນໃໝ່ ສືບຕໍ່ສ້າງນິຕິກໍາການສ້າງກຸ່ມໂຮງຮຽນມັດທະຍົມ ພ້ອມສ້າງຄູ່ມືແນະນໍາການຈັດຕັ້ງປະຕິບັດ ມອບໃຫ້ພະແນກ ສສກ ແຂວງ ນະຄອນຫຼວງ ແລະ ຫ້ອງການ ສສກ ເມືອງ ນະຄອນ ລົງສົມທົບກັບອົງການປົກຄອງບ້ານ ແລະ ຂັ້ນເມືອງ ເພື່ອລະດົມໃຫ້ນັກຮຽນທີ່ມີຄວາມສ່ຽງຈະອອກໂຮງຮຽນ ໃຫ້ສືບຕໍ່ເຂົ້າຮຽນຈົນຈົບການສຶກສາພາກບັງຄັບ ພະແນກ ສສກ ແຂວງ ນະ ຄອນຫຼວງ ເກັບກໍາຂໍ້ມູນເປົ້າໝາຍການສຶກສານອກໂຮງຮຽນທີ່ຍັງບໍ່ຈົບການສຶກສາ ຈັດຕັ້ງການຮຽນການສອນ ສົມທົບກັບສະຖາບັນອາຊີວະສຶກສາແຕ່ລະແຂວງ ເພື່ອຈັດເຝິກອົບຮົມວິຊາຊີບຂັ້ນພື້ນຖານໃຫ້ຊາວຫນຸ່ມ ແລະ ຜູ້ສົນໃຈອື່ນໆທີ່ເໝາະສົມ ເປັນບ່ອນອົບຮົມ ປັດຈຸບັນເມືອງປະກາດຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງ ສໍາເລັດແລ້ວ 141 ເມືອງ 10 ແຂວງ ຍັງເຫຼືອ 8 ແຂວງ.

    ສໍາລັບແຜນການປີ 2020 ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ ສະມາຊິກພັກ ຄູ-ອາ ຈານ ແລະ ນັກຮຽນ-ນັກສຶກສາຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ ເພື່ອຮັບປະກັນລວມສູນປະຊາທິປະໄຕ ແລະ ຄວາມສະມັກຄີພາຍໃນໃຫ້ໜັກແໜ້ນ ແລະ ເຂັ້ມແຂງ ສືບຕໍ່ກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ໃຫ້ສໍາເລັດຕາມທີ່ກໍານົດໄວ້ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຢູ່ 40 ເມືອງເປົ້າໝາຍ ເຂດຫ່າງໄກສອກຫຼີກທົ່ວປະເທດ ເພື່ອຈັດຕັ້ງປະຕິບັດໂຄງການຍົກສູງຄຸນນະພາບການສຶກສາ ແລະ ກີລາ ວາງແຜນຍຸດທະສາດການພັດທະນາການສຶກສາ ແລະ ກີລາ ຮອດປີ 2025 ປັບປຸງຄຸນນະພາບຂອງສາມັນສຶກສາທັງໃນ ແລະ ນອກໂຮງຮຽນ ເພື່ອໃຫ້ຜູ້ຮຽນທຸກຄົນມີຄຸນສົມບັດ ມີຄວາມຮູ້-ຄວາມສາມາດ ເພື່ອສືບຕໍ່ຮຽນໃນສາຍວິຊາຊີບ ແລະ ສາຍການສຶກສາຊັ້ນສູງ ປັບປຸງຄຸນນະພາບຂອງການກໍ່ສ້າງ ແລະ ຍົກລະດັບແບບຮອບດ້ານ ກໍ່ສ້າງ ແລະ ພັດທະນາກໍາລັງແຮງງານໃຫ້ສອດຄ່ອງກັບຄວາມຕ້ອງການຂອງການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ປັງປຸງການບໍລິຫານ ແລະ ຄຸ້ມຄອງການສຶກສາ ແລະ ກີລາ ໂດຍພັດທະນາຄວາມຄິດ-ຄວາມສາມາດຂອງຜູ້ບໍລິຫານການສຶກສາ ແລະ ກີລາ ແຕ່ລະຂັ້ນ ປັບປຸງ ແລະ ພັດທະນາກີລາ-ກາຍະກໍາໃຫ້ກ້າວໜ້າ ແລະ ເຂັ້ມແຂງ ສາມາດຮ່ວມມືເຊື່ອມໂຍງ ແຂ່ງ ຂັນກັບພາກພື້ນ ແລະ ສາກົນ.

error: Content is protected !!