ກັນຕະນາ ໄຊຍະລາດ ນັກກີລາຍິງປືນ (ຍິງ) ຈາກນະຄອນຫຼວງວຽງຈັນ ຖືວ່າເປັນມືໃໝ່ໃນວົງການກີລາຍິງປືນ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້ 4 ຫຼຽນຄຳ ໃນການແຂ່ງຂັນກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022.

ສຳລັບຫຼຽນຄຳທີ່ ກັນຕະນາ ຍາດໄດ້ນັ້ນແມ່ນມາຈາກ ການແຂ່ງຂັນປືນສັ້ນແກັບກາງ 15 ແມັດ ບຸກຄົນ-ຍິງ ປືນສັ້ນແກັບກາງທີມຍິງ ແຂ່ງຂັນໃນວັນທີ 14 ທັນວາ 2022 ປືນສັ້ນແກັບກາງ 25 ແມັດ ບຸກຄົນ-ຍິງ ປືນສັ້ນແກັບກາງ 25 ແມັດ ທິມຍິງ ແຂ່ງຂັນໃນວັນທີ 15 ທັນວາ 2022.

ກັນຕະນາ ໃຫ້ສຳພາດວ່າ: ການຍາດຫຼຽນຄຳມາຄອງໃນງານກີລາແຫ່ງຊາດຄັ້ງທີ XI ຊຽງຂວາງເກມ 2022 ເປັນຄວາມພາກພູມໃນຫຼາຍ ເພາະຕົນເອງເປັນນັກກີລາມືໃໝ່ ກ່ອນເຂົ້າຮ່ວມກໍຫວັງພຽງແຕ່ຈະເຮັດໃຫ້ດີທີ່ສຸດ ເພາະໄດ້ເປັນຕົວແທນໃຫ້ນັກກີລາຊາວນະຄອນຫຼວງວຽງຈັນ ໃນລາຍການທໍາອິດທີ່ຕົນໄດ້ເຂົ້າມາເປັນນັກກີລາຍິງປືນ ທີ່ໄດ້ເຂົ້າຮ່ວມແຂ່ງຂັນ ແລະ ກໍສາມາດຍາດຫຼຽນຄຳມາໃຫ້ທັບນັກກີລາຍິງປືນນະຄອນຫຼວງວຽງຈັນໄດ້.

ຜົນງານດັ່ງກ່າວແມ່ນຍ້ອນການເອົາໃຈໃສ່ຂອງຄູເຝິກທີ່ໄດ້ເອົາໃຈໃສ່ເຝິກຊ້ອມຕະຫຼອດໄລຍະເກັບໂຕ ເລີ່ມຕັ້ງແຕ່ຂັ້ນພື້ນຖານ ແລະ ເຕັກນິກຕ່າງໆ ອີກສ່ວນໜຶ່ງແມ່ນມາຈາກຄອບຄົວ ໝູ່ເພື່ອນ ທີ່ໄດ້ຊຸກຍູ້ສົ່ງເສີມຕະຫຼອດມາ ສິ່ງສຳຄັນອີກ ກໍຄື ແມ່ນມາຈາກພໍໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນທີ່ໄດ້ສົ່ງກຳລັງໃຈຕະຫຼອດໄລຍະເຂົ້າຮ່ວມການແຂ່ງຂັນ ຈົນສາມາດສ້າງຜົນງານໃນງານຄັ້ງນີ້ິ້.

ກັນຕະນາ ຖືວ່າເປັນນັກກີລາຍິງປືນມືໃໝ່ ທີ່ເລີ່ມຈາກພະນັກງານໃນສະໜາມຍິງປືນ 5 ເມສາ ກ້າວມາສູ່ການເປັນນັກກີລາ ເຊິ່ງມັນໄດ້ສະແດງຄວາມສາມາດ ແລະ ການເອົາໃຈໃສ່ຂອງ ກັນຕະນາ ຈົນໄດ້ຮັບໂອກາດຈາກທາງສະຫະພັນຍິງປືນນະຄອນຫຼວງວຽງຈັນ ໃນການບັນຈຸເຂົ້າເປັນນັກກີລາ ແລະ ເປັນຕົວແທນໃຫ້ຊາວນະຄອນຫຼວງວຽງຈັນເຈົ້າຮ່ວມໃນງານກີລາແຫ່ງຊາດຄັ້ງນີ້.

ສຳລັບ ກັນຕະນາ ຖືວ່າເປັນອີກແບບຢ່າງທີ່ດີໃນການພັດທະນາຕົນເອງ ບວກກັບພອນສະຫວັນ ທັກສະທີ່ມີ ຈົນສາມາດກ້າວຂຶ້ນເປັນຢູ່ໃນວົງການນັກກີລາຍິງປືນ ແລະ ໃນອະນາຄົດອາດຈະກ້າວຂຶ້ນເຖິງລະດັບຊາດ ສາມາດແຂ່ງຂັນລາຍການໃນບະດັບພາກພື້ນໃນອະນາຄົດກໍເປັນໄດ້.