ເຈົ້າ​ພາບເອົາ​ໃຈ​ໃສ່​ທຸກ​ດ້ານ ເພື່ອ​ໃຫ້​ ຊຽງ​ຂວາງ​ເກມ ປອດ​ຄວັນ​ຢາ​ສູບ

ງານ​ກີ​ລາ​ແຫ່ງ​ຊາດ ຄັ້ງ​ທີ XI ຊຽງ​ຂວາງ​ເກມ ເປັນ​ງານ​ມະ​ຫະ​ກຳ​ໜຶ່ງ​ທີ່​ໄດ້​ເອົາ​ໃຈ​ໃສ່​ເພື່ອ​ເຮັດ​ໃຫ້​ງານ​ດັ່ງ​ກ່າວ​ປອດ​ຄວັນ​ຢາ​ສູບ ໂດຍ​ຈະ​ມີ​ການ​ປັບ​ໄໝຕາມ​ມາດ​ຕະ​ການ​ທີ່​ກຳ​ນົດ​ໄວ້ ຂ​ະ​ນະ​ທີ່​ຍັງ​ມີ​ຄົນ​ລັກ​ລອບ​ສູບ​ຢາ​ຕາມ​ຈຸດ​ຕ່າງໆ.

​ທ່ານ ບຸນ​ທັນ ວັນ​ທະ​ລີ​ວົງ ວິ​ຊາ​ການ​ສື່​ສານ​ເພື່ອ​ສຸ​ຂະ​ພາບ-ສຸ​ຂະ​ສຶກ​ສາ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂ​ວງ​ຊ​ຽງ​ຂວາງ ຜູ້​ປະ​ສານ​ງາ​ນ​ວ​ຽກ​ງານ​ປອດ​ຄວັນ​ຢາ​ສູບ​ຂັ້ນ​ແຂວງ ໃຫ້​ສຳ​ພາດ​ວ່າ: ໃນ​ໄລ​ຍະ​ການ​ກະ​ກຽມ​ເປັນ​ເຈົ້າ​ພາບງານ​ກີ​ລາ​ແຫ່ງ​ຊາດ​ຄັ້ງ​ນີ້ ກໍ​ໄດ້​ມີ​ການ​ປະ​ຊຸມ​ປຶກ​ສາ​ຫາ​ລື​ວຽກ​ງານ​ຄວບ​ຄຸມ​ຢາ​ສູບ​ຢູ່​ຂັ້ນ​ແຂວງ ພ້ອມນັ້ນ​ກໍ​ໄດ້​ອົບ​ຮົມ​ໃຫ້​ບັນ​ດາ​ທຸ​ລະ​ກິດ​ບໍ​ລິ​ການ ເຮືອ​ນ​ພັກ ໂຮງ​ແຮມ ຮ້ານ​ອາ​ຫານ ຮ້ານ​ກິນ​ດື່ມ ຮ້ານ​ບັນ​ເທີງ ສະ​ຖາ​ບັນ​ການ​ສຶກ​ສາ ແລະ ອົບ​ຮົມ​ໃຫ້​ເຈົ້າ​ໜ້າ​ທີ່​ຜູ້​ທີ່​ຈະ​ມາ​ຮັບ​ຜິດ​ໜ້າ​ທີ່​ພາຍ​ໃນ​ງານ ເພື່ອບໍ່​ໃຫ້​ມີ​ການ​ລະ​ເມີດ ເຊິ່ງ​ຈະ​ມີ​ການ​ປັບ​ໄໝ​ເປັນ​ເງິນ​ສູງ​ສຸດ 400.000 ກີບ ຄຽງ​ຄູ່​ກັນ​ນັ້ນ​ກໍ​ໄດ້​ປຸກ​ລະ​ດົມ​ພໍ່​ແມ່​ປະ​ຊາ​ຊົນ​ຜ່ານ​ຊ່ອ​ງ​ທາງ​ສື່​ຕ່າງ​ໆ ກ່ຽວ​ກັບ​ການ​ຫ້າ​ມ​ສູບ​ຢາ​ໃນ​ສ​ະ​ຖານ​ທີ່​ຕ້ອງ​ຫ້າມ ເຜີຍ​ແຜ່​ຜົນ​ຮ້າຍ​ຂອງ​ຢາ​ສູບ.

ສຳ​ລັບ​ພາຍ​ໃນ​ງານກິດ​ຈະ​ກຳຫຼັກ​ກໍ​ແມ່ນ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຂະ​ບານ​ກ້ອນ​ກຳ​ລັງ​ໃນ​ພິ​ທີ​ເປີດ-ປິດ ໂດຍ​ມີ​ອາ​ສາ​ສະ​ໜັກ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ກ້ອນ​ກຳ​ລັງ​ຈຳ​ນວນ 100 ຄົນ ຖື​ປ້າຍ​ໃນ​ການ​ສົ່ງ​ເສີມບໍ່​ບໍ່​ໃຫ້​ຄົນ​ສູບ​ຢາ ໂດຍ​ສະ​ເພາະ​ແມ່ນ​ປ້າຍ ຍິນ​ດີ​ຕ້ອນ​ຮັບ​ສູ່​ການ​ແຂງ​ຂັນ​ກີ​ລ​າ​ແຫ່ງ​ຊາດ​ຄັ້ງ​ທີ XI ປ​ອ​ດ​ຄວັນ​ຢາ​ສູບ ແລະ ຍັງ​ມີ Mascot ສົ່ງ​ເສີມ​ປອດ​ຄັວນ​ຢາ​ສູບ​ຄື ທ້າວ ກະ​ທິ ກັບ​ ນາງ ນ້ຳ​ຫວານ ເຊິ່ງ​ໄດ້​ກ​ານ​ເປັນ​ສີ​ສັນ​ໃນ​ພິ​ທີ​ເປິດ​ງານ​ໄປ​ແລ້ວ ແລະ ໃນ​ພິ​ທີ​ປິດ​ກໍ​ຈະ​ໄດ້​ເຂົ້າ​ຮ່ວ​ມ​ຄື​ເກົ່າ.

ນອກ​ຈາກນັ້​ນ ກໍ​ຍັງ​ມີ​ກິດ​ຈະ​ກໍ​າ​ປິ່ນ​ອ້ອມ​ກໍ​ຄື​ການ​ຕັ້ງ​ເຕັ້ນ​ໂຄ​ສະ​ນາກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ຢາ​ສູບ ຫ້າມ​ສູບ​ຢາ​ໃນ​ບໍ​ລິ​ເວນ​ຕິດ​ປ້າຍ​ຫ້າມ​ສູບ ຫ້າມ​ນຳ​ຢາ​ສູບ​ເຂົ້າ​ໄປ​ໃນ​​ສະ​ໜາມ​ກີ​ລາ​ໄຫ​ຫີນ ​ທັງ​ຢາ​ສູບ​ທົ່​ວ​ໄປ ແລ​ະ ຢາ​ສູບ​ໄຟ​ຟ້າ ໂດຍ​ໄດ້​ສົມ​ທົບ​ກັບ​ເຈົ້າໜ້າ​ທີ່ ທີ່​ປະ​ຈຳ​ຢູ່​ຈຸດ​ເຂົ້າ​ງານ ເຊິ່ງ​ຜ່ານ​ມາ​ກໍ​ເຫັນ​ເຈົ້າ​ໜ້າ​ທີ່​ໄດ້​ຢືດ​ເອົາ​ຢາ​ສູບ ແລະ ອຸ​ປະ​ກອນ​ຢາ​ສູບ​ໄຟ​ຟ້າ​ມາ​ໃຫ້​ທາງ ​ພ​ວກ​ເຮົາ.

ສ່ວນສະ​ໜາມ​ແຂ່ງ​ຂັນ​ທົ່ວ​ໄປ​ກໍ​ໄດ້​ຕັ້ງ​ຈຸດ​ໂຄ​ສະ​ນາ ແລະ ແຈກ​ຢາຍ​ສະ​ຕິກ​ເກີ​ຫ້າ​ມ​ສູບ​ຢາ ພ້ອມນັ້ນ​ກໍ​ສືບ​ຕໍ່​ຕິດ​ປ້າຍ​ຫ້າມ​ສູບ​ຢາ​ຕາມ​ຈູດ​ຕ່າງໆ ເພື່ອ​ເຮັດ​ໃຫ້​ຜູ້​ມາ​ຊົມ​ກີ​ລາ​ພາຍ​ໃນ​ງານ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງ.

ຜ່ານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ນັບ​ແຕ່ມື້​ເປີດ​ງານ​ເປັນ​ທາງ​ການ ເຫັນ​ໄດ້​ວ່າ​ຍັງ​ມີ​ຄົນ​ລັກ​ລອ​ບ​ສູບ​ຢາ​ໃນ​ຫ້ອງ​ນ້ຳ ສູບ​ຢາ​ໃກ້​ອາ​ຄານ ສະ​ໜາມ​ແຂ່ງ​ຂັນ ຊຸມ​ຊົ​ນ…

ຢ່າງ​ໃດ​ກໍ​ຕາມ​ພວກ​ເຮົາ​ກໍ​ຈະ​ໄດ້​ສົມ​ທົບ​ກັບ​ພາກ​ສ່ວນ​ກ່ຽວ​ຂ້ອງ ສືບ​ຕໍ່​ຕິດ​ຕາມກວດ​ກາ ຫາ​ກ​ພົບ​ເຫັນ​ກໍ​ຈະ​ມີ​ການ​ປັບ​ໄໝ​ຕາມ​ມາດ​ຕະ​ການ​ທີ່​ທາງ​ພາ​ກ​ສ່ວນ​ກ່ຽວ​ຂ້ອງ​ກໍ​ນົດ​ໄວ້ ເພື່ອ​ເຮັດ​ໃຫ້​ງານ​ກີ​ລາ​ແຫ່ງ​ຊາດ​ຄັ້ງ​ນີ້​ປອດ​ຄວັນ​ຢາ​ສູບ ແລະ ບັນ​ລຸ​ຕາມ​ເປົ້າ​ໝາຍ​ທີ່​ວາງ​ໄວ້.

error: Content is protected !!