3 ອົງການຈັດຕັ້ງມະຫາຊົນ ສວສສຊ ສະຫຼຸບວຽກງານປະຈຳປີ

    ກອງປະຊຸມສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວປະຈຳປີ 2023 ຂອງ 3 ອົງການຈັດຕັ້ງມະຫາຊົນ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ຈັດຂຶ້ນເມື່ອວັນທີ 21 ທັນວາ 2022 ທີ່ສະຖາບັນດັ່ງກ່າວ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາຄະນະພັກ ປະທານ ສວສສຊ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ກອງປະຊຸມໄດ້ສະຫຼຸບວຽກງານປະຈຳປີ 2022 ແລະ ທິດທາງແຜນການ 2023 ຂອງ 3 ອົງການຈັດຕັ້ງມະຫາຊົນ (ແມ່ຍິງ ກຳມະບານ ແລະ ຊາວໜຸ່ມ) ໃນນັ້ນ ຍັງໄດ້ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍ 4 ບຸກ ຂອງ ຄຊປປລ ໃຫ້ໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມ ສວສສຊ ຕື່ມອີກ.

    ໂອກາດດັ່ງກ່າວ ທ່ານ ສອນທະນູ ທໍາມະວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານຂອງ 3 ອົງການຈັດຕັ້ງມະຫາຊົນທີ່ຍາດມາໄດ້ໃນໄລຍະທີ່ຜ່ານມາ ແລະ ຕໍ່ທິດທາງແຜນການໃນປີ 2023 ຂອງທັງ 3 ອົງການຈັດຕັ້ງມະຫາຊົນຂອງ ສວສສຊ ໂດຍທ່ານໄດ້ເນັ້ນໃຫ້ສືບຕໍ່ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມການ ເມືອງ-ແນວຄິດໃຫ້ພະນັກງານ-ລັດຖະກອນ ສະມາຊິກທັງ 3 ອົງການຈັດຕັ້ງມະຫາຊົນ ໃຫ້ມີຄຸນສົມບັດ ສິນທຳປະຕິວັດ ມີຫຼັກໝັ້ນການເມືອງໜັກແໜ້ນ ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ມີຄວາມສັດຊື່ບໍລິສຸດ ມີຄວາມສາມັກຄີ ແລະ ມີແບບແຜນດໍາລົງຊີວິດປອດໃສກ້າວໜ້າ ເສີມຂະຫຍາຍຈິດໃຈຫ້າວຫັນຟົດຟື້ນປະຕິວັດ ສືບຕໍ່ປັບປຸງ-ພັດທະນາການຈັດຕັ້ງຊາວໜຸ່ມ ແມ່ຍິງ ແລະ ກຳມະບານໃຫ້ໜັກແໜ້ນ ເຂັ້ມແຂງ ເສີມຂະຫຍາຍກໍາລັງແຮງຂອງມະຫາຊົນ ຊຸກຍູ້ສົ່ງເສີມ ໂຄສະນາໃຫ້ສະມາຊິກເຫັນໄດ້ພາລະບົດບາດ-ໜ້າທີ່ ແລະ ຄວາມສຳຄັນຂອງອົງການຈັດຕັ້ງ ເຫັນໄດ້ສິດຜົນປະໂຫຍດ ແລະ ພັນທະຂອງສະມາຊິກ ສ້າງຄວາມຮັບຮູ້ເຂົ້າໃຈ ແລະ ຕື່ນຕົວເຂົ້າຮ່ວມທຸກຂະບວນການໃຫ້ນັບມື້ນັບຫຼາຍຂຶ້ນ ເອົາໃຈໃສ່ເພີ່ມທະວີການສົ່ງເສີມ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກຊາວໜຸ່ມ ແມ່ຍິງ ແລະ ກຳມະບານໃຫ້ຕໍ່ເນື່ອງຄົບຖ້ວນ ສະເໝີພາບ ສົມເຫດສົມຜົນ ແລະ ເປັນໄປຕາມກົດໝາຍ ແລະ ລະບຽບການ ປະສານກັນຢ່າງກົມກຽວລະຫວ່າງອົງການຈັດຕັ້ງມະຫາຊົນດ້ວຍກັນ ເພື່ອແລກປ່ຽນບົດຮຽນ ແລະ ຮ່ວມກັນເຮັດຫຼ້ອນໜ້າທີ່ການເມືອງຂອງຕົນ ທີ່ຄະນະພັກຂັ້ນເທິງມອບໝາຍໃຫ້ ເພີ່ມທະວີເອົາໃຈໃສ່ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂໍ້ແຂ່ງຂັນ 3 ດີ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າ ສອດຫ້ອຍເຂົ້າກັບວຽກງານວິຊາສະເພາະຢ່າງເປັນຂະບວນການຟົດຟື້ນ ແລະ ຕໍ່ເນື່ອງ ຄະນະບໍລິຫານງານຊາວໜຸ່ມ ແມ່ຍິງ ແລະ ກຳມະບານກໍຄືໜ່ວຍຊາວໜຸ່ມ ແມ່ຍິງ ແລະ ກຳມະບານ ຕ້ອງຢຶດໝັ້ນແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ ບຸກຄົນຮັບຜິດ ຊອບ ມີລະບອບປະຊຸມສ່ອງແສງປົກກະຕິ ມີການປຶກສາຫາລື ບັນດາໜ່ວຍ ຖັນແຖວສະມາຊິກ ຂອງຄະນະຊາວໜຸ່ມ ແມ່ຍິງ ກຳມະບານ ທົ່ວ ສວສສຊ ຕ້ອງເພີ່ມທະວີຄວາມຮັບຜິດຊອບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ ໃນການເປັນເສນາທິການໃຫ້ແກ່ຄະນະພັກ-ຄະນະນຳ ບັນດາກົມ ຫ້ອງການ ສະຖາບັນຄົ້ນຄວ້າ ແລະ ສາມາດເຄື່ອນໄຫວຕາມພາລະບົດບາດຂອງຕົນ.

error: Content is protected !!