ປະທານກຸ່ມບໍລິສັດ ນິກສັນ ສ້າງປະຫວັດສາດຍາດຫຼຽນຄໍາໃຫ້ບ້ານເກີດ

ທ່ານ ນິກສັນ ພົມມະວິຈິດ ປະທານກຸ່ມບໍລິສັດ ນິກສັນ ພັດທະນາບໍແຮ່ ຈຳກັດ ຜູ້ຈັດການທີມກີລາບານເຕະແຂວງວຽງຈັນ ສ້າງຜົນງານຄັ້ງປະ ຫວັດສາດໃຫ້ບ້ານເກີດ ພາທີມນັກກີລາບານເຕະ ແຂວງວຽງຈັນ ຍາດຫຼຽນຄຳ ໃນຊຽງຂວາງເກມ 2022.

ທ່ານ ນິກສັນ ພົມມະວິຈິດ ໃຫ້ສຳພາດວ່າ: ຜົນງານທີ່ຍາດມາໄດ້ໃນຄັ້ງນີ້ ສຸດທີ່ມີຄວາມພາກ ພູມໃຈ ທີ່ສາມາດນຳພາທັບນັກກິລາບານເຕະແຂວງວຽງຈັນ ເອົາຊະນະ ນະຄອນຫຼວງວຽງຈັນ 1-0 ປະຕູ ເຊິ່ງເປັນຜົນງານຫຼຽນຄຳຄັ້ງປະຫວັດສາດ ໃນງານກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ໃຫ້ແຂວງບ້ານເກີດໃນຕໍ່ໜ້າຫາກມີໂອກາດພາກິລາດັ່ງກ່າວ ກໍຈະພະຍາຍາມສືບຕໍ່ຮັກສາມູນ

ເຊື້ອຜົນງານເພື່ອມອບຄວາມສຸກໃຫ້ແກ່ຊາວແຂວງວຽງຈັນຕື່ມອີກ

error: Content is protected !!