ສວຍໂອກາດ

ຊຽງ​ແປ້ນ ເປັນ​ຄົນ​ສະ​ລອກ​ກອກ ຊອກ​ສວຍ­ໂອ­ກາດ​ແນວ​ໝູ່​ຄິດ​ບໍ່​ເຖິງ.

ເຊົ້າ​ນີ້​ລາວ​ເຂົ້າ​ຫ້ອງ​ປະ­ຊຸມ ໂດຍ​ມີ­ໜ້າ​ກາກ​ອັດ​ປາກ​ອັດ​ດັງ ຢູ່​ໃນ​ຫ້ອງ​ປະ­ຊຸມ​ມີ​ຜູ້​ນັ່ງ​ຢູ່​ກ່ອນ​ແລ້ວ 9 ຄົນ ຕ່າງ​ກໍ​ໃສ່​ໜ້າ​ກາກ​ທັງ​ນັ້ນ ພໍ​ເຫັນ​ແນວ​ນັ້ນ ຊຽງ​ແປ້ນ ກໍ​ຮີບ​ປົດ​ໜ້າ​ກາກ​ຂອງ​ຕົນ​ອອກ ຜູ້​ຮ່ວມ​ປະ­ຊຸມ​ທັງ 9 ຄົນ ຮ້ອງ​ຖາມ​ວ່າ ເປັນ​ຫຍັງ​ຊຽງ​ແປ້ນ​ຈຶ່ງ​ປົດ​ໜ້າ​ກາກ​ອອກ.

ຊຽງ​ແປ້ນ ນັກ​ສວຍ­ໂອ­ກາດ​ຕອບ​ວ່າ: ຖ້າ​ມີ​ຄົນ 10 ຄົນ​ຢູ່​ນຳ​ກັນ ໃນ​ນັ້ນ ຄົນ​ໜຶ່ງ​ບໍ່​ຈຳ­ເປັນ​ໃຊ້​ໜ້າ​ກາກ ເພາະ​ພະ­ຍາດ​ໂຄ​ວິດ (ຖ້າ​ມີ) ຈາກ 9 ຄົນ ທີ່​ໃສ່​ໜ້າ​ກາກ​ນັ້ນ ຈະ​ບໍ່​ປິວ​ມາ​ຫາ​ຜູ້​ທີ 10 ໄດ້ ແລະ ພະ­ຍາດ​ໂຄ​ວິດ ຈາກ​ຜູ້​ທີ 10 (ຖ້າ​ມີ) ກໍ​ບໍ່​ສາ­ມາດ​ຈະ​ປິວ​ເຂົ້າ​ປາກ​ເຂົ້າ​ດັງ​ຂອງ​ອີກ 9 ຄົນ​ໄດ້ ເພາະ​ມີ­ໜ້າ​ກາກ​ອັດ​ໄວ້​ພໍ­ແຮງ​ແລ້ວ!.

ໂດຍ: ບ່າວ​ກະ­ບື

error: Content is protected !!