ສາເຫດຂອງການຂໍຢ່າຮ້າງ ແລະ ຜົນກະທົບຕໍ່ສັງຄົມຂອງການຂໍຢ່າຮ້າງ

ດັ່ງ​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ ຄອບ­ຄົວ​ແມ່ນ​ຈຸ​ລັງ​ໜຶ່ງ​ຂອງ​ສັງ­ຄົມ​ເຊິ່ງ​ມີ ຜົວ ເມຍ ລູກ ຫຼື ສະ­ມາ­ຊິກ​ອື່ນໆ​ໃນ​ຄອບ­ຄົວ​ທີ່​ມີ​ສາຍ​ພົວ­ພັນ​ເຊິ່ງ​ກັນ ແລະ ກັນ ແລະ ດຳ­ລົງ​ຊີ­ວິດ​ຮ່ວມ​ກັນ ໂດຍ​ມີ​ສຳ­ມະ­ໂນ​ຢັ້ງ­ຢືນ​ຢ່າງ​ຖືກ­ຕ້ອງ ຕ່າງ​ຝ່າຍ​ຕ່າງ​ເຄົາ­ລົບ​ສິດ​ສະ­ເໝີ­ພາບ​ລະ­ຫວ່າງ​ກັນ ແລະ ຜົວ​ເມຍ ມີ​ສິດ​ເທົ່າ​ທຽມ​ກັນ​ໃນ​ທຸກ​ດ້ານ​ກ່ຽວ​ກັບ​ສາຍ​ພົວ­ພັນ​ຄອບ­ຄົວ ຍິງ ຊາຍ ທີ່​ຮອດ​ກະ­ສຽນ­ອາ­ຍຸ 18 ປີ ມີ​ສິດ​ເສລີ­ພາບ​ໃນ​ການ​ເລືອກ​ຄູ່​ຮັກ​ຕາມ​ຄວາມ​ສະ­ໝັກ​ໃຈ ແລະ ຄວາມ​ຮັກ​ມັກ​ຂອງ​ທັງ​ສອງ​ຝ່າຍ ເພື່ອ​ເອົາ­ກັນ​ເປັນ​ຜົວ​ເມຍ​ຕາມ​ຮີດ­ຄອງ​ປະ­ເພ­ນີ​ອັນ​ດີ­ງາມ​ຂອງ​ຊາດ​ລາວ ຜົວ​ເມຍ​ມີ​ສິດ​ເສລີ­ພາບ​ໃນ​ການ​ແຕ່ງ­ດອງ​ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ມາດ­ຕາ 2 ແລະ ມາດ­ຕາ 3 ຂອງ​ກົດ­ໝາຍ​ວ່າ​ດ້ວຍ​ຄອບ­ຄົວ.

ພວກ​ເຮົາ​ຄວນ​ໄດ້​ຄົ້ນ­ຄວ້າ​ເບິ່ງ​ວ່າ ຍ້ອນ​ສາ­ເຫດ​ອັນ​ໃດ​ແດ່ ຈຶ່ງ​ພາ­ໃຫ້​ຄູ່​ຜົວ​ເມຍ​ຢ່າ​ຮ້າງ​ກັນ ການ​ຢ່າ​ຮ້າງ​ກັນ​ມີ​ຜົນ​ກະ­ທົບ​ແນວ­ໃດ​ຕໍ່​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ການ​ຢ່າ​ຮ້າງ​ກັນ ແມ່ນ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ ຫຼື​ບໍ່ ໃນ​ມື້­ນີ້​ຜູ້​ຂຽນ​ຈະ​ຍົກ​ມາ​ເວົ້າ ບາງ​ບັນ­ຫາ​ທີ່​ພາ­ໃຫ້​ຜົວ​ເມຍ​ທີ່​ບໍ່​ສາ­ມາດ​ຢູ່​ນຳ​ກັນ​ໄດ້ ຢາກ​ຂໍ​ຢ່າ​ຮ້າງ​ໃຫ້​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຄອບ­ຄົວ​ທີ່​ກຳ­ນົດ​ໄວ້​ໃນ​ມາດ­ຕາ 20 ຄື: ສາ­ເຫດ​ຂອງ​ການ​ຂໍ​ຢ່າ​ຮ້າງ ມີ 10 ສາ­ເຫດ​ດັ່ງ­ນີ້: ທຳ​ມິດ­ສາ­ຈານ ໃຊ້​ຄວາມ​ຮຸນ​ແຮງ ຫຼື ປ້ອຍ​ດ່າ​ດ້ວຍ​ຄວາມ​ຫຍາບ­ຊ້າ​ຕໍ່​ກັນ ຫຼື ຕໍ່​ພໍ່​ແມ່ ແລະ ຍາດ​ພີ່­ນ້ອງ ຫຼື ມີ​ການ​ປະ­ພຶດ​ທີ່​ບໍ່​ເໝາະ​ສົມ​ຢ່າງ​ຮ້າຍ​ແຮງ ເຊັ່ນ: ຕິດ​ເຫຼົ້າ ຕິດ​ຢາ​ເສບ​ຕິດ​ຢ່າງ​ໜັກ­ໜ່ວງ ຫຼື ຫຼີ້ນ​ການ​ພະ­ນັນ​ເປັນ​ອາ​ຈິນ ຫຼີ້ນ​ກິນ​ຟຸມ​ເຟືອຍ ໜີ​ໄປ​ໂດຍ​ບໍ່​ຄອບ​ກັນ ແລະ ບໍ່​ສົ່ງ​ຂ່າວ​ຄາວ ຫຼື ສົ່ງ​ຊັບ​ມາ​ລ້ຽງ​ຄອບ­ຄົວ​ເປັນ​ເວ­ລາ 3 ປີ​ຂຶ້ນ​ໄປ ຜົວ​ໄປ​ບວດ​ເປັນ​ພິກ­ຂຸ ສາ​ມາ​ເນນ ຫຼື ພໍ່​ຂາວ ຫຼື ເມຍ​ໄປ​ບວດ​ເປັນ​ແມ່​ຂາວ ເກີນ​ກວ່າ 3 ປີ ໂດຍ​ບໍ່​ມີ​ຄວາມ​ເຫັນ​ດີ​ນຳ​ກັນ ເປັນ​ຜູ້​ຫາຍ​ສາບ​ສູນ​ຕາມ​ຄຳ​ຕັດ­ສິນ​ຂອງ​ສານ​ໃນ​ກໍ­ລະ­ນີ​ທີ່​ຜົວ ຫຼື ເມຍ ນັ້ນ​ຫາກ​ໜີ​ຈາກ​ຄອບ­ຄົວ ໂດຍ​ບໍ່​ຮູ້​ບ່ອນ­ຢູ່ ແລະ ບໍ່​ຮູ້​ຂ່າວ​ຄາວ​ເປັນ​ເວ­ລາ​ສອງ​ປີ ຫຼື ໃນ​ກໍ­ລະ­ນີ​ເກີດ​ອຸ­ບັດ­ເຫດ ຫາກ​ບໍ່​ຮູ້​ຂ່າວ​ຄາວ​ເປັນ​ເວ­ລາ​ຫົກ​ເດືອນ ຖືກ​ສານ​ຕັດ­ສິນ​ລົງ­ໂທດ​ຕັດ​ອິດ​ສາ­ລະ­ພາບ​ແຕ່ 5 ປີ​ຂຶ້ນ​ໄປ ເປັນ​ພະ­ຍາດ​ເຊິ່ງ​ເປັນ​ອັນ­ຕະ­ລາຍ​ຢ່າງ​ຮ້າຍ​ແຮງ ທີ່​ບໍ່​ສາ­ມາດ​ຈະ​ຢູ່​ນຳ​ກັນ​ໄດ້ ເປັນ​ຄົນ​ບ້າ​ເສຍ​ຈິດ ຈົນ​ບໍ່​ສາ­ມາດ​ຈະ​ຢູ່​ນຳ​ກັນ​ໄດ້ ບໍ່​ສາ­ມາດ​ຮ່ວມ​ປະ­ເວ­ນີ​ທາງ​ເພດ ບໍ່​ສາ­ມາດ​ດຳ­ລົງ​ຊີ­ວິດ​ເປັນ​ຜົວ​ເມຍ​ກັນ​ຕໍ່​ໄປ​ໄດ້​ຍ້ອນ​ສາ­ເຫດ​ຕ່າງໆ​ເຊັ່ນ: ບໍ່​ສັດ­ຊື່​ຕໍ່​ກັນ ທໍ­ລະ­ມານ​ຈິດ­ໃຈ​ກັນ.

ສະ­ພາບ​ຄວາມ​ເປັນ​ຈິງ​ໃນ​ສັງ­ຄົມ​ລາວ​ເຮົາ ໃນ​ຫຼາຍ​ປີ­ຜ່ານ­ມາ ບໍ່​ທັນ​ມີ​ອົງ­ການ ບຸກ­ຄົນ​ໃດ​ເອົາ­ໃຈ­ໃສ່​ຢ່າງ​ເອົາ​ຈິງ​ເອົາ​ຈັງ ໃນ​ການ​ຄົ້ນ­ຄວ້າ​ກ່ຽວ​ກັບ​ສະ­ພາບ​ການ​ຢ່າ​ຮ້າງ​ຂອງ​ຄູ່​ຜົວ​ເມຍ ເຖິງ​ຜົນ​ກະ­ທົບ​ຂອງ​ການ​ຂໍ​ຢ່າ​ຮ້າງ ຊຶ່ງ​ແມ່ນ​ປາ­ກົດ­ການ​ໜຶ່ງ​ທີ່​ເຄີຍ​ເກີດ​ຂື້ນ​ຢູ່​ໃນ​ສັງ­ຄົມ​ລາວ​ເຮົາ ບາງ​ຄູ່​ຜົວ​ເມຍ​ກໍ​ຢ່າ​ຮ້າງ​ກັນ​ຍ້ອນ​ຄວາມ​ເພິ່ງ​ພໍ­ໃຈ​ຂອງ​ທັງ​ສອງ​ຝ່າຍ ແຕ່​ບາງ​ຄູ່​ຜົວ​ເມຍ​ກໍ​ຢ່າ​ຮ້າງ​ກັນ​ດ້ວຍ​ຄວາມ​ອັ່ງ​ແຄ້ນ ແລະ ບໍ່​ຫວັງ​ດີ​ຕໍ່​ກັນ ເອົາ​ປຽບ​ເອົາ​ລັດ​ກັນ ບໍ່​ພຽງ​ແຕ່​ຄູ່​ຜົວ​ເມຍ​ຄຽດ​ຊັງ​ກັນ​ເທົ່າ​ນັ້ນ ພໍ່​ແມ່​ພີ່­ນ້ອງ​ທັງ​ສອງ​ກ້ຳ​ສອງ​ຝ່າຍ​ກໍ​ຄຽດ​ຊັງ​ກັນ ອັນ​ສ້າງ​ຜົນ​ກະ­ທົບ​ບໍ່​ດີ​ໃນ​ລະ­ດັບ​ທີ່​ແນ່­ນອນ ຕໍ່​ການ​ພັດ­ທະ­ນາ​ສະ​ຖາ​ບັນ​ຄອບ­ຄົວ​ຂອງ​ທັງ​ສອງ​ຝ່າຍ.

ເມື່ອ​ພໍ່​ແມ່​ຫາກ​ຜິດ​ຖຽງ​ກັນ​ຢ່າ​ຮ້າງ​ກັນ​ແລ້ວ ຜູ້​ເປັນ​ລູກ​ກໍ່​ຮູ້­ສຶກ​ວ່າ​ຕົນ​ເອງ​ຂາດ​ບ່ອນ​ເພິ່ງ​ພາ​ອາ­ໄສ ບໍ່​ມີ​ຄວາມ​ອົບ​ອຸ່ນ​ຈາກ​ພໍ່​ແມ່​ຢ່າງ​ເຕັມ​ສ່ວນ ເກີດ​ຄວາມ​ເບື່ອ​ໜ່າຍ​ຕໍ່​ການ​ກະ­ທຳ​ຂອງ​ພໍ່​ແມ່ ກໍ​ເລີຍ​ອອກ­ເຮືອນ​ໜີ​ໄປ​ຕາມ​ລຳ­ພັງ​ກາຍ­ເປັນ​ເດັກ​ເສ​ເພ ຖືກ​ກຸ່ມ​ຄົນ​ບໍ່​ດີ​ຊັກ​ຊວນ​ໄປ​ທາງ​ທີ່​ຜິດ ຕິດ​ຢາ ຂີ້­ລັກ ປຸ້ນ​ຈີ້ ແລະ ອື່ນໆ ໃນ​ບາງ​ກໍ­ລະ­ນີ ຄູ່​ຜົວ​ເມຍ​ຢ່າ​ຮ້າງ​ກັນ​ແລ້ວ​ກໍ່​ເກີດ​ຄະ­ດີ​ຮ້ອງ​ຟ້ອງ​ຂຶ້ນ​ສານ​ກ່ຽວ​ກັບ​ການ​ແບ່ງ­ປັນ​ສິນ​ສົມ​ສ້າງ ແລະ ການ​ຂໍ​ລ້ຽງ​ລູກ ເມື່ອ​ສານ​ຕັດ­ສິນ​ແລ້ວ​ກໍ​ບໍ່​ຍອມ​ປະ​ຕິດ​ບັດ ອຸ­ທອນ​ໄປ​ມາ ເຮັດ​ໃຫ້​ເຈົ້າ​ໜ້າ­ທີ່​ອິດ­ເມື່ອຍ​ໃນ​ບັນ­ຫາ​ດັ່ງ­ກ່າວ ເບິ່ງ​ລວມ​ແລ້ວ​ໃນ​ສະ­ພາ­ວະ​ຄວາມ​ເປັນ​ຈິງ ການ​ຢ່າ​ຮ້າງ​ຂອງ​ຄູ່​ຜົວ​ເມຍ​ໄດ້​ພາ­ໃຫ້​ເກີດ​ຜົນ​ເສຍ​ຫາຍ​ຫຼາຍ​ຢ່າງ​ທີ່​ໜ້າ​ເສຍ­ດາຍ.

ວິ­ທີ​ທີ່​ສາ­ມາດ​ແກ້​ໄຂ​ເບື້ອງ​ຕົ້ນ ເມື່ອ​ເວ­ລາ​ຜົວ ຫຼື ເມຍ​ບໍ່​ເຂົ້າ​ອົກ​ເຂົ້າ­ໃຈ​ກັນ ແມ່ນ​ທັງ​ສອງ​ຝ່າຍ​ຕ້ອງ​ຊອກ​ຫາ​ວິ­ທີ​ທາງ​ແກ້​ໄຂ​ຮ່ວນ​ກັນ​ເຊັ່ນ: ເວ­ລາ​ຜົວ​ໃຈ​ຮ້າຍ​ໃຈ­ຮ້ອນ ຜູ້​ເປັນ​ເມຍ​ຕ້ອງ​ອົດ ແລະ ກົງ­ກັນ­ຂ້າມ ເວ­ລາ​ເມຍ​ໃຈ​ຮ້າຍ​ໃຈ­ຮ້ອນ ຜູ້​ເປັນ​ຜົວ​ຕ້ອງ​ອົດ ເມື່ອ​ໃດ​ທັງ​ຄູ່​ມີ​ອາ­ລົມ​ດີ ຈຶ່ງ​ຄ່ອຍ​ວ່າ​ຕຳ​ນິ​ສົ່ງ​ຂ່າວ​ຕິ­ຕຽນ​ກັນ​ເພື່ອ​ໃຫ້​ປ່ຽນ­ແປງ ຖ້າ​ຂໍ້​ຂັດ​ແຍ່ງ​ຫາກ​ຮ້າຍ​ແຮງ​ຂຶ້ນ ຜູ້​ເປັນ​ພໍ່​ແມ່​ຍາດ​ພີ່­ນ້ອງ​ທັງ​ສອງ​ກ້ຳ​ສອງ​ຝ່າຍ ຕ້ອງ​ເອີ້ນ​ເອົາ​ຄູ່​ຜົວ​ເມຍ​ນັ້ນ​ມາ​ສຶກ​ສາ​ອົບ­ຮົມ ເພື່ອ​ໃຫ້​ດີ​ກັນ​ຄືນ ຖ້າ​ຍັງ​ບໍ່​ມີ​ຫຍັງ​ປ່ຽນ­ແປງ ແມ່ນ​ຕ້ອງ​ໄດ້​ໄກ່​ເກ່ຍ​ຂັ້ນ​ບ້ານ ເພື່ອ​ເອີ້ນ​ພວກ​ກ່ຽວ​ມາ​ສຶກ​ສາ​ອົບ­ຮົມ​ໄກ່​ເກ່ຍ ເພື່ອ​ໃຫ້​ເຂົ້າ​ອົກ​ເຂົ້າ­ໃຈ​ກັນ​ຄື­ເກົ່າ ພວກ​ເຮົາ​ຄວນ​ຫຼີກ​ລ່ຽງ​ການ​ຢ່າ​ຮ້າງ​ກັນ ເພາະ​ມັນ​ເກີດ​ຜົນ​ກະ­ທົບ​ຫຼາຍ​ຢ່າງ​ຕາມ​ມາ​ກັບ​ທຸກ​ຝ່າຍ ພ້ອມ​ກັນ​ນັ້ນ​ກໍ​ຄວນ​ສົ່ງ­ເສີມ​ການ​ແຕ່ງ­ງານ​ຄັ້ງ​ດຽວ​ຜົວ​ໜຶ່ງ​ເມຍ​ດຽວ ໃນ​ຊີ­ວິດ​ຈິ່ງ​ຈະ​ມີ​ຄວາມ​ຜາ​ສຸກ​ທີ່­ແທ້​ຈິງ.

ດ້ວຍ​ເຫດ​ນັ້ນ​ຈຶ່ງ​ເຫັນ​ໄດ້​ວ່າ ເສັ້ນ­ທາງ​ທີ່​ດີ​ທີ່​ສຸດ​ມີ​ຄວາມ​ຜາ​ສຸກ​ທີ່​ສຸດ ແມ່ນ​ເອົາ​ພຽງ​ຜົວ​ໜຶ່ງ​ເມຍ​ດຽວ ຕາມ​ທີ່​ໄດ້​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ​ວ່າ​ດ້ວຍ​ຄອບ­ຄົວ​ມາດ­ຕາ 4 ເມື່ອ​ໄດ້​ເອົາ­ກັນ​ເປັນ​ຜົວ​ເປັນ​ເມຍ​ແລ້ວ​ຕ້ອງ​ບໍ­ລິ­ສຸດ​ໃຈ​ກັນ ພ້ອມ​ກັນ​ເຮັດ ພ້ອມ​ກັນ​ສ້າງ ພ້ອມ​ກັນ​ລ້ຽງ​ດູ ບອກ­ສອນ​ລູກ­ເຕົ້າ​ໃຫ້​ມີ​ຄວາມ​ຈະ­ເລີນ​ກ້າວ­ໜ້າ ຄູ່​ຜົວ​ເມຍ​ຢູ່​ເຖົ້າ​ຢູ່​ແກ່​ນຳ​ກັນ​ຜົວ​ໜຶ່ງ​ເມຍ​ດຽວ ແມ່ນ​ແບບ­ຢ່າງ​ທີ່​ດີ ທັງ​ເປັນ​ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ວັດ­ທະ­ນະ­ທຳ​ລາວ​ເຮົາ.

ໂດຍ: ແກ້ວ​ຊຽງ​ຄານ ຄຳ​ມຸງ­ຄຸນ

error: Content is protected !!