ສະຖາບັນກີລາ-ກາຍະກຳ ພ້ອມສ້າງນັກກີລາໃຫ້ໄດ້ມາດຕະຖານ ກ້າວສູ່ລະດັບສາກົນ

ພັກ ແລະ ລັດ­ຖະ­ບານ ໄດ້​ຖື​ເອົາ​ວຽກ​ງານ​ກີ­ລາ-ກາ​ຍະ​ກຳ ເປັນ​ວຽກ​ງານ​ໜຶ່ງ​ທີ່​ເປັນ​ບຸ­ລິ­ມະ­ສິດ ເປັນ​ພາ­ຫະ­ນະ​ຕົ້ນ­ຕໍ​ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ທັງ​ເປັນ​ປັດ​ໄຈ​ທີ່​ສຳ­ຄັນ​ຂອງ​ການ​ຜະ­ລິດ ທີ່​ມີ​ລັກ­ສະ­ນະ​ຕັດ­ສິນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແນ­ໃສ່​ຍົກ​ຖາ­ນະ​ບົດ­ບາດ​ຂອງ​ຊາດ ເພີ່ມ​ທະ­ວີ​ຄວາມ​ສາ­ມັກ­ຄີ ມິດ­ຕະ­ພາບ ການ​ຮ່ວມ​ມື​ກັບ​ບັນ­ດາ​ປະ­ເທດ​ອະ­ນຸ​ພາກ​ພື້ນ ແລະ ສາ­ກົນ ດັ່ງ­ນັ້ນ ໃນ​ປີ 2008 ຈຶ່ງ​ໄດ້​ສ້າງ­ຕັ້ງ​ສູນ​ເຝິກ​ກີ­ລາ​ແຫ່ງ​ຊາດ​ຂຶ້ນ ໂດຍ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ຈາກ ສສ ຫວຽດ­ນາມ ມີ​ຈຸດ­ປະ­ສົງ​ເປັນ​ສະ­ຖານ­ທີ່​ພັກ ແລະ ເຝິກ­ແອບ​ຂອງ​ທັບ​ນັກ­ກີ­ລາ​ລາວ ກຽມ​ເຂົ້າ​ຮ່ວມ​ການ​ແຂ່ງ­ຂັນ ໂດຍ​ສະ­ເພາະ ງານ​ມະ​ຫະ​ກຳ​ກີ­ລາ​ຊີ­ເກມ ຄັ້ງ​ທີ 25 ປີ 2009 ທີ່ ສປປ ລາວ ຮັບ​ໜ້າ­ທີ່​ເປັນ​ເຈົ້າ­ພາບ ເຊິ່ງ​ທັບ​ນັກ­ກີ­ລາ​ລາວ ສາ­ມາດ​ຍາດ​ໄດ້ 33 ຫຼຽນ​ຄຳ 25 ຫຼຽນ​ເງິນ ແລະ 52 ຫຼຽນ​ທອງ ລວມ​ຫຼຽນ​ທັງ​ໝົດ 110 ຫຼຽນ ຢູ່​ໃນ​ອັນ​ດັບ​ທີ 7 ຈາກ 11 ປະ­ເທດ​ທີ່​ເຂົ້າ​ຮ່ວມ.

ຈາກ​ຜົນ­ງານ​ທີ່​ຜ່ານ​ມາ ເພື່ອ​ເຮັດ​ໃຫ້​ມູນ­ເຊື້ອ​ຂອງ​ທັບ​ນັກ​ກີ​ລາວ​ລາວ ໄດ້​ມີ​ການ​ເຕີບ​ໃຫຍ່​ຂະ­ຫຍາຍ­ຕົວ ມີ​ລັກ­ສະ­ນະ​ຍືນ​ຍົງ​ໃນ​ການ​ກໍ່­ສ້າງ​ບຸ​ຄະ­ລາ​ກອນ ແລະ ນັກ­ກີ­ລາ​ຮຸ່ນ​ສືບ​ທອດ ພັກ ແລະ ລັດ­ຖະ­ບານ ຈຶ່ງ​ເຫັນ​ດີ​ຕົກ­ລົງ​ມອບ​ໃຫ້​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ (ສສກ) ສ້າງ­ຕັ້ງ​ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາຍ­ຍະ­ກຳ​ຂຶ້ນ ໃນ​ປີ 2013 ຍ້ອນ​ຄື​ແນວ​ນັ້ນ ກະ­ຊວງ ສສກ ຈຶ່ງ​ໄດ້​ມີ​ວິ­ໄສ​ທັດ​ຮອດ​ປີ 2030 ຍຸດ​ທະ​ສາດ​ຮອດ​ປີ 2025 ແຜນ​ພັດ­ທະ­ນາ​ຂອງ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ 5 ປີ ຄັ້ງ​ທີ VIII ແຕ່​ປີ 2016-2020 ແລະ ແຜນ​ພັດ­ທະ­ນາ​ກີ­ລາ-ກາ​ຍະ​ກຳ ແຕ່​ນີ້​ເຖິງ​ປີ 2020 ໃນ​ນັ້ນ ໄດ້​ກຳ­ນົດ​ໄວ້​ໃນ​ຍຸດ​ທະ​ສາດ​ທີ 3 ຂອງ​ແຜນ​ພັດ­ທະ­ນາ​ຂອງ​ຂະ­ແໜງ­ການ​ສຶກ​ສາ ແລະ ກີ­ລາ 5 ປີ ຄັ້ງ​ທີ VIII ແຕ່​ປີ 2016-2020 ກ່ຽວ​ກັບ​ວຽກ​ງານ​ການ​ສົ່ງ­ເສີມ​ກີ­ລາ-ກາ​ຍະ​ກຳ​ອາ­ຊີບ ໃຫ້​ມີ​ຄວາມ​ເຂັ້ມ­ແຂງ ແລະ ໄດ້​ກຳ­ນົດ​ວຽກ​ງານ​ຈຸດ​ສຸມ​ໃນ​ຍຸດ​ທະ​ສາດ​ດັ່ງ­ກ່າວ​ທັງ​ໝົດ 12 ວຽກ​ງານ​ຈຸດ​ສຸມ​ທີ່​ເປັນ​ບຸ­ລິ­ມະ­ສິດ​ໜຶ່ງ ໃນ​ນັ້ນ​ແມ່ນ​ວຽກ​ງານ​ການ​ໂຮມ​ສູນ​ເຝິກ​ກີ­ລາ​ແຫ່ງ​ຊາດ ພະ​ແນກ​ວິ­ທະ­ຍາ­ສາດ​ການ​ກີ­ລາ ແລະ ໂຮງ­ຮຽນ​ພອນ​ສະ​ຫັວນ​ກີ­ລາ-ກາຍ­ຍະ­ກຳ ຍົກ​ຖາ­ນະ​ຂຶ້ນ​ເປັນ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ສາ­ມາດ​ບັນ­ລຸ​ໄດ້​ຕາມ​ຈຸດ­ປະ­ສົງ ແລະ ຄາດ­ໝາຍ​ທີ່​ກຳ­ນົດ​ໄວ້.

ທ່ານ ສິງ​ຄຳ ນາ​ລິນ ຮັກ­ສາ​ການ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ກ່າວ​ວ່າ: ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ແມ່ນ​ສະ­ຖານ​ການ​ສຶກ​ສາ​ຊັ້ນ​ສູງ​ດ້ານ​ການ​ກີ­ລາ ສ້າງ­ຕັ້ງ​ຂຶ້ນ​ເພື່ອ​ຕອບ​ສະ­ໜອງ​ຕາມ​ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ ແລະ ລັດ­ຖະ­ບານ ຕາມ​ຄວາມ​ຮຽກ­ຮ້ອງ​ຕ້ອງ­ການ​ຂອງ​ການ​ພັດ­ທະ­ນາ​ກີ­ລາ-ກາ​ຍະ​ກຳ ມີ​ຖາ­ນະ​ທຽບ​ເທົ່າ​ກັບ​ຄະ­ນະ​ວິ­ຊາ​ຂອງ​ມະ­ຫາ­ວິ­ທະ­ຍາ­ໄລ ສາ­ມາດ​ເປີດ​ສອນ​ຫຼັກ­ສູດ​ລະ­ດັບ​ປະ­ລິນ­ຍາ​ຕີ ແລະ ປະ­ລິນ­ຍາ​ຕີ​ຕໍ່​ເນື່ອງ ຫຼື​ເຊື່ອມ​ຕໍ່​ຕາມ​ການ​ອະ­ນຸ­ມັດ​ຂອງ​ກະ­ຊວງ ສສກ ເປັນ​ສະ­ຖານ­ທີ່​ເຝິກ­ອົບ­ຮົມ​ວິ­ຊາ​ສະ­ເພາະ​ໄລ­ຍະ​ສັ້ນ ແລະ ໄລ­ຍະ​ຍາວ ດຳ­ເນີນ​ການ​ຄົ້ນ­ຄວ້າ-ວິ­ໄຈ ດ້ານ​ວິ­ທະ­ຍາ­ສາດ​ການ​ກີ­ລາ ສຳ​ຫຼວດ ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວ­ສານ ແລະ ໃຫ້­ການ​ບໍ­ລິ­ການ​ວິ­ຊາ​ການ​ການ​ກີ­ລາ ໃນ​ຂົງ­ເຂດ​ກີ­ລາ-ກາ​ຍະ​ກຳ ຕາມ​ໜ້າ­ທີ່​ພາ­ລະ​ບົດ­ບາດ​ທີ່​ກຳ­ນົດ​ໄວ້​ໃນ​ກົດ­ໝາຍ ແລະ ລະ­ບຽບ​ການ.

ແນວ­ໃດ​ກໍ​ດີ ການ­ຈັດ­ຕັ້ງ ແລະ ເຄື່ອນ​ໄຫວ​ຂອງ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ຈະ​ບັນ­ລຸ​ໄດ້​ຕາມ​ວິ­ໄສ​ທັດ ຍຸດ​ທະ​ສາດ ແຜນ​ພັດ­ທະ­ນາ ແລະ ຈຸດ­ປະ­ສົງ​ທີ່​ວາງ​ໄວ້ ກໍ​ຕໍ່​ເມື່ອ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ ສະ­ໜັບ­ສະ­ໜູນ ແລະ ໃຫ້­ການ​ຮ່ວມ​ມື ມາ​ຍັງ​ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ກົມ​ກີ­ລາ​ລະ­ດັບ​ສູງ ບັນ­ດາ​ສະ­ຫະ­ພັນ​ກີ­ລາ​ແຫ່ງ​ຊາດ ບັນ­ດາ​ກົມ​ວິ­ຊາ​ການ​ກະ­ຊວງ ສສກ ບັນ­ດາ​ກະ­ຊວງ​ທີ່​ກ່ຽວ­ຂ້ອງ ອົງ​ການ­ຈັດ­ຕັ້ງ​ພາກ​ລັດ-ເອ­ກະ​ຊົນ ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ ແລະ ອົງ​ການ­ຈັດ­ຕັ້ງ​ກີ­ລາ​ສາ­ກົນ ເຮັດ​ໃຫ້​ສະ​ຖາ​ບັນ​ຂອງ​ພວກ​ເຮົາ ບັນ­ລຸ​ໄດ້​ຜົນ­ສຳ­ເລັດ​ຕາມ​ການ​ມອບ​ໝາຍ​ຂອງ​ຂັ້ນ​ເທິງ.

ທ່ານ ບົວ​ລານ ສິ­ລິ​ປັນ­ຍາ ຮອງ​ລັດ­ຖະ­ມົນ­ຕີ ກະ­ຊວງ ສສກ ກໍ​ໄດ້​ມີ​ຊີ້​ນຳ​ວ່າ: ສະ​ຖາ​ບັນ​ກີ­ລາ-ກາຍ­ຍະ­ກຳ​ແຫ່ງ​ນີ້ ຈະ​ເປັນ​ບ່ອນ​ກໍ່­ສ້າງ​ພັດ­ທະ­ນາ​ບຸກ​ຄະ­ລາ​ກອນ ແລະ ນັກ­ກີ­ລາ ໃຫ້​ໄດ້​ມາດ­ຕະ­ຖານ​ກ້າວ​ໄປ​ສູ່​ລະ­ດັບ​ສາ­ກົນ ກາຍ­ເປັນ​ມື​ອາ­ຊີບ ຮັບ​ໃຊ້​ສັງ­ຄົມ ຮັບ​ໃຊ້​ຊາດ ພ້ອມ​ສ້າງ​ກຽດ​ຊື່​ສຽງ​ໃຫ້​ແກ່​ປະ­ເທດ​ຊາດ ເປັນ​ສະ­ຖານ​ການ​ສຶກ​ສາ ເພື່ອ​ຄົ້ນ­ຄວ້າ-ວິ­ໄຈ​ດ້ານ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ການ​ກີ­ລາ​ຂອງ​ຊາດ ແລະ ສ້າງ​ໂອ­ກາດ​ໃຫ້​ບຸ​ຄະ­ລາ​ກອນ​ການ​ກີ­ລາ ແລະ ນັກ­ກີ­ລາ ໄດ້​ປະ­ກອບ­ສ່ວນ​ໃນ​ການ​ປົກ​ປັກ​ຮັກ­ສາ ແລະ ພັດ­ທະ­ນາ​ປະ­ເທດ​ຊາດ​ຢ່າງ​ເໝາະ​ສົມ ສະ­ນັ້ນ ເມື່ອ​ເຫັນ​ໄດ້​ຄວາມ​ຈຳ­ເປັນ ເພື່ອ​ຕອບ​ສະ­ໜອງ​ໃນ​ການ​ພັດ­ທະ­ນາ​ບຸ​ຄະ­ລາ​ກອນ​ການ​ກີ­ລາ-ກາ​ຍະ​ກຳ ໃນ​ສະ­ເພາະ​ໜ້າ ແລະ ຍາວ​ນານ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ກະ­ຊວງ ສສກ ຈຶ່ງ​ໄດ້​ມີ​ຂໍ້​ຕົກ­ລົງ​ຂອງ​ທ່ານ​ລັດ­ຖະ­ມົນ­ຕີ ກະ­ຊວງ ສສກ ສ້າງ­ຕັ້ງ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ​ແຫ່ງ​ນີ້​ຂຶ້ນ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ ແລະ ການ­ເຄື່ອນ­ໄຫວ​ຂອງ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ເຄື່ອນ​ໄຫວ​ໄດ້​ຕາມ​ພາ­ລະ​ບົດ­ບາດ ສິດ​ໜ້າ­ທີ່ ທີ່​ກຳ­ນົດ​ໄວ້ ໃຫ້​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ແລະ ລະ­ບຽບ​ການ.

ທ່ານ​ຮອງ​ລັດ­ຖະ­ມົນ­ຕີ ກໍ​ຍັງ​ຮຽກ­ຮ້ອງ​ມາ​ຍັງ​ຄະ­ນະ​ຜູ້­ອຳ­ນວຍ­ການ​ສະ​ຖາ​ບັນ ຈົ່ງ​ເອົາ­ໃຈ­ໃສ່​ຊີ້​ນຳ ນຳ­ພາ​ພະ­ນັກ­ງານ ລັດ­ຖະ­ກອນ ຄູ​ອາ­ຈານ ພາຍ​ໃນ​ສະ​ຖາ​ບັນ ຍົກ​ສູງ​ຄວາມ​ເປັນ​ເຈົ້າ​ການ​ຕໍ່­ໜ້າ​ທີ່​ຄວາມ​ຮັບ­ຜິດ­ຊອບ ທີ່​ໄດ້​ຮັບ​ການ​ມອບ​ໝາຍ​ຈາກ​ຂັ້ນ​ເທິງ​ຢ່າງ​ເປັນ​ເຈົ້າ​ການ ພ້ອມ​ກັນ​ຈັດ​ຕັ້ງ​ປະ­ຕິ­ບັດ​ວິ­ໄສ​ທັດ​ຂອງ​ກະ­ຊວງ ສສກ ຮອດ​ປີ 2030 ແຜນ​ຍຸດ​ທະ​ສາດ​ຮອດ​ປີ 2025 ແລະ ແຜນ​ງານ​ພັດ­ທະ­ນາ​ວຽກ​ງານ​ການ​ສຶກ​ສາ ແລະ ກີ­ລາ 5 ປີ ຄັ້ງ​ທີ VIII (2016-2020) ໂດຍ​ສະ­ເພາະ ແຜນ​ຍຸດ​ທະ​ສາດ​ການ​ພັດ­ທະ­ນາ​ວຽກ​ງານ​ກີ­ລາ-ກາຍ­ຍະ­ກຳ 2021-2025 ປະ­ສານ​ສົມ­ທົບ​ກັບ​ກົມ​ກີ­ລາ​ລະ­ດັບ​ສູງ ຄະ­ນະ​ກຳ­ມະ­ການ​ໂອ​ແລມ​ປິກ​ແຫ່ງ​ຊາດ​ລາວ ສະ­ຫະ­ພັນ​ກີ­ລາ​ແຫ່ງ​ຊາດ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ ກ່ຽວ​ກັບ​ການ​ສ້າງ​ບຸ​ຄະ­ລາ​ກອນ​ການ​ກີ­ລາ ໃຫ້​ສາ­ມາດ​ຕອບ​ສະ­ໜອງ​ໃຫ້​ແກ່​ອົງ​ການ­ຈັດ­ຕັ້ງ​ລັດ ອົງ​ການ­ຈັດ­ຕັ້ງ​ມະ­ຫາ­ຊົນ ອົງ​ການ­ຈັດ­ຕັ້ງ​ສັງ­ຄົມ​ທັງ​ພາກ​ລັດ-ເອ­ກະ​ຊົນ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ເພີ່ມ​ທະ­ວີ​ສ້າງ​ຄວາມ​ສາ­ມັກ­ຄີ​ພາຍ​ໃນ ສະ​ຖາ​ບັນ​ພາຍ​ນອກ ແລະ ອົງ​ການ­ຈັດ­ຕັ້ງ​ສາ­ກົນ ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ ແລະ ຍາດ​ແຍ່ງ​ເອົາ​ການ​ຊ່ວຍ­ເຫຼືອ ສະ­ໜັບ­ສະ­ໜູນ​ໃຫ້​ແກ່​ວົງ​ການ​ກີ­ລາ-ກາ​ຍະ​ກຳ​ລາວ ເພື່ອ​ເຮັດ​ໃຫ້​ການ­ຈັດ­ຕັ້ງ ແລະ ການ­ເຄື່ອນ­ໄຫວ​ຂອງ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ໄປ​ຕາມ​ວິ­ໄສ​ທັດ ແລະ ແຜນ­ການ​ທີ່​ວາງ​ໄວ້.

ສຳ­ລັບ​ສະ​ຖາ​ບັນ​ກີ­ລາ-ກາ​ຍະ​ກຳ ປະ­ກອບ​ມີ ສູນ​ເຝິກ​ກີ­ລາ​ແຫ່ງ​ຊາດ ພະ​ແນກ​ບໍ­ລິ­ຫານ ແລະ ຈັດ​ຕັ້ງ-ພະ­ນັກ­ງານ ພະ​ແນກ​ປະ​ເມີນ​ຜົນ ພະ​ແນກ​ຫຼັກ­ສູດ ແລະ ພາກ​ວິ­ຊາ​ພະ​ແນກ​ກິດ­ຈະ­ກຳ​ນັກ​ສຶກ​ສາ ສູນ​ວິ­ທະ­ຍາ­ສາດ​ການ​ກີ­ລາ ແລະ ໂຮງ­ຮຽນ​ພອນ​ສະ­ຫວັນ​ກີ­ລາ-ກາ​ຍະ​ກຳ.

error: Content is protected !!