ສອງພາກສ່ວນລົງນາມຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ

ກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ສະພາແຫ່ງຊາດ ກັບ ກະຊວງກະສິກຳ ແລະ ປ່າໄມ້ ລົງນາມຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ໂດຍພິທີລົງນາມຈັດຂຶ້ນວັນທີ 16 ມັງກອນ 2023 ທີ່ສະພາແຫ່ງຊາດ

. ການລົງນາມຄັ້ງນີ້ ແນໃສ່ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງສະພາແຫ່ງຊາດ ແລະ ລັດຖະບານ ພົວພັນປະສານງານກ່ຽວກັບການປຶກສາຫາລືຄົ້ນຄວ້າ ສະໜອງ ແລກປ່ຽນຂໍ້ມູນຂ່າວ ສານເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ ໜ້າທີ່ ສິດຂອງຕົນ ແລະ ຈະເປັນບ່ອນອີງອັນສຳຄັນ ໃຫ້ສອງພາກສ່ວນ ໃນການພົວພົນ ປະສານງານ ແລະ ປະຕິບັດພາລະບົດບາດຂອງຕົນໄດ້ຢ່າງມີປະສິດທິພາບ.

ການລະນາມໃນບົດບັນທຶກຄັ້ງດັ່ງກ່າວແມ່ນ ທ່ານ ລິນຄຳ ດວງສະຫວັນ ປະທານກຳມາທິການເສດຖະກິດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ທ່ານ ເພັດ ພົມພີພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂດຍມີ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ພາບ-ຂ່າວ ອົ່ນ ໄຟສົມທອງ

error: Content is protected !!