ປະທານປະເທດ ເນັ້ນ ອົງການກາແດງແຫ່ງ ຊາດລາວ ສືບຕໍ່ຮັບໃຊ້ສັງຄົມ ໂດຍບໍ່ຫວັງຜົນຕອບແທນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວ ປະທານ ກິຕິມະສັກ ອົງການກາແດງແຫ່ງຊາດລາວ ເນັ້ນຫຼາຍບັນຫາໃຫ້ອົງການກາແດງລາວສຸມໃສ່ປະຕິບັດວຽກງານຮັບໃຊ້ສັງຄົມໂດຍບໍ່ຫວັງຜົນຕອບແທນ.

ພະນະທ່ານປະທານປະເທດ ໄດ້ກ່າວໃນໂອກາດເຂົ້າໂອ້ລົມ ກອງປະຊຸມສະຫຼຸບວຽກງານກາແດງປະຈຳປີ 2022 ແລະ ວາງທິດທາງ ແຜນ ການ 2023 ໂດຍທ່ານໄດ້ສະແດງ ຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມຄັ້ງນີ້ ແລະ ຜົນງານ ຂອງອົງການກາແດງແຫ່ງຊາດລາວ ຍາດມາໄດ້ ໃນໄລຍະຜ່ານມາ.

ພ້ອມກ່າວເນັ້ນໃຫ້ ອົງການກາແດງ ແຫ່ງຊາດລາວ ອາສາ ສະໝັກກາແດງຕ້ອງແມ່ນຜູ້ທີ່ມີຈິດໃຈເມດ ຕາທຳຕ້ອງ ມີຈິດໃຈມະນຸດສະທຳອັນສູງສົ່ງ ມີຄຸນສົມບັດ ສິນທຳ ມີ ຄວາມຮູ້ຄວາມສາມາດ ມີຈັນຍາທຳ ແລະ ມີຄວາມ ຮັບຜີດ ຊອບສູງ ມີຄວາມປອດໃສ ຂາວສະອາດ ທັງ ມີຄວາມ ເສຍສະຫຼະ ເພື່ອເປັນການອຸທິດໃນການປະຕິບັດໜ້າທີ່ ອັນມີກຽດນີ້.

ເພື່ອພັດທະນາວຽກງານມະນຸດສະທໍາຂອງອົງການກາ ແດງແຫ່ງຊາດລາວ ໃຫ້ມີຄວາມເຂັ້ມແຂງຍືນຍົງ ຕ້ອງໄດ້ ເພີ່ມທະວີການມີສ່ວນຮ່ວມຂອງສັງຄົມໃຫ້ກວ້າງຂວາງ ຍົກບົດບາດຂອງອົງການກາແດງແຫ່ງຊາດລາວໃຫ້ສູງຂຶ້ນ.

ກ່ຽວກັບງົບປະມານຮັບໃຊ້ການເຄື່ອນໄຫວວຽກງານກາ ແດງລາວ ນອກຈາກແຫຼ່ງລາຍຮັບທີ່ໄດ້ຈາກງົບປະມານ ຂອງລັດ ຕ້ອງມີຄວາມເປັນເຈົ້າການ ມີຄວາມຄິດລິເລີ່ມ ແລະ ຫົວຄິດປະດິດສ້າງ ໃນການຄົ້ນຄວ້າສ້າງກິດຈະກຳ ເຄື່ອນໄຫວຕ່າງໆທີ່ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ມີ ແຫຼ່ງລາຍຮັບທີ່ເປັນປົກກະຕິ.

ການປຸກລະດົມຂົນຂວາຍການບໍລິຈາກເລືອດແບບສະ ໝັກໃຈ ບໍ່ຫວັງສິ່ງຕອບແທນ ຕ້ອງໄດ້ເປັນເຈົ້າການ ຮ່ວມກັນ ໂຄສະນາ ປຸກລະດົມຂົນຂວາຍໃຫ້ມີຜູ້ບໍລິຈາກ ເລືອດແບບສະໝັກໃຈ ໃຫ້ນັບມື້ນັບຫຼາຍຂຶ້ນ ຕ້ອງມີນະ ໂຍບາຍຕໍ່ຜູ້ມີຜົນງານໃນການປຸກລະດົມຂົນຂວາຍເກ່ງ ຕໍ່ຜູ້ມາບໍລິຈາກເລືອດຫຼາຍຄັ້ງ ບໍ່ຫວັງສິ່ງຕອບແທນ ດ້ວຍຮູບການຕ່າງໆຢ່າງເໝາະສົມ.

 ຕໍ່ກັບການສ້າງສະມາຊິກ ແລະ ອາສາສະໝັກກາແດງ ລາວ ຕ້ອງໄດ້ສູ້ຊົນຂົນຂວາຍ ສະມາຊິກ ອາສາສະໝັກ ກາແດງ ໃຫ້ຫຼາຍຂຶ້ນ ແລະ ເຊື້ອເຊີນເອົາຜູ້ຊົງຄຸນວຸດທິ ທີ່ສະໝັກໃຈເຮັດວຽກເພື່ອສັງຄົມ ໂດຍບໍ່ຮຽກຮ້ອງສິ່ງ ຕອບແທນ ມາຮ່ວມເຄື່ອນໄຫວວຽກງານນີ້.

ກອງປະຊຸມສະຫຼຸບວຽກງານຈັດຂຶ້ນໃນວັນທີ 16-17 ມັງກອນ 2023 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ຂອງ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງ ຊາດລາວ ມີທ່ານຮອງປະທານອົງການກາແດງແຫ່ງຊາດ ລາວ ບັນດາຫົວໜ້າອົງການກາແດງແຂວງ ນະຄອນຫຼວງ ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!