ຄົ້ນຄວ້າສ້າງຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ-ສິ່ງກໍ່ສ້າງ

ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ຈັດກອງປະຊຸມຄະນະຮັບຜິດຊອບຊີ້ນຳລວມ ແລະ ຄະນະວິຊາການຄົ້ນຄວ້າສ້າງ ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ໃນວັນທີ 17 ມັງກອນ 2023 ເປັນປະທານຂອງ ທ່ານ ປອ ພູທະນູເພັດ ໄຊສົມບັດ ຮອງລັດຖະມົນຕີກະຊວງການເງິນ ມີ ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການ ເງິນ ມີ ຜູ້ຕາງໜ້ານັກຊ່ຽວຊານດ້ານການເງິນພາກລັດ ທະນາຄານໂລກ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ກະຊວງ ຍຸຕິທໍາ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກະຊວງໂຍທາທິການ ແລະ ຂົນສົ່ງ ກະຊວງກະສິກໍາ ແລະ ປ່າໄມ້ ຫ້ອງການກະຊວງການເງິນ ກົມນະໂຍບາຍການເງິນ ກົມຄຸ້ມຄອງຊັບສິນແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ການສ້າງຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ແນ​ໃສ່​ເພື່ອຜັນຂະຫຍາຍມະຕິຂອງສະພາແຫ່ງຊາດວ່າດ້ວຍ ການຮັບຮອງເອົາວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 03/ສພຊ ລົງວັນທີ 10 ສິງຫາ 2021 ມະຕິຂອງລັດຖະບານວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະ ຕິຂອງສະພາແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ສະບັບເລກທີ 07/ລບ ລົງວັນທີ 4 ຕຸລາ 2021 ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ສະບັບເລກທີ 03/ສ ພຊ ລົງວັນທີ 26 ມີນາ 2021 ເຊິ່ງໄດ້ມີການປັບປຸງທາງດ້ານເນື້ອໃນຕາມການປະກອບຄຳຄິດເຫັນ ຂອງແຕ່ລະພາກສ່ວນທີ່ ເຂົ້າຮ່ວມ ເພື່ອໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມສະພາບການໃນປັດຈຸບັນ ອີງຕາມແຜນສ້າງ ແລະ ປັບປຸງກົດໝາຍໃນປີ 2022 ແມ່ນມີ 3 ຮ່າງກົດໝາຍຂອງຂະແໜງການເງິນ.

ຄະນະຮັບຜິດຊອບໄດ້ສໍາເລັດການຈັດກອງປະຊຸມທາບທາມປະກອບຄຳເຫັນຕໍ່ ຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງ ໃນນັ້ນ ໄດ້ມີຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງທີ່ກະຊວງການເງິນ ຕ້ອງໄດ້ຄົ້ນຄວ້າສໍາເລັດໂດຍ ພື້ນຖານ ສຳລັບຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງປະກອບມີ 10 ພາກ 4 ໝວດ ແລະ 60 ມາດຕາ ອີງ ຕາມແຜນການຄາດວ່າຈະນໍາຮ່າງກົດໝາຍວ່າດ້ວຍອາກອນທີ່ດິນ ແລະ ສິ່ງກໍ່ສ້າງເຂົ້າຜ່ານສະພາແຫ່ງຊາດໃນເດືອນພະຈິກ 2023 ນີ້.

error: Content is protected !!