ຍ້ອງຍໍບຸກຄົນ-ກົມກອງທີ່ມີຜົນງານດີເດັ່ນ ໃນຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາ

ວັນທີ 20 ມັງກອນ 2023 ທີ່ ແຂວງຫຼວງພະບາງ ໄດ້ຈັດພິທີປະດັບການຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານດີ ເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ2016-2020 ແລະ ປະກາດເນື້ອໃນການແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດປີ 2025 ຂອງຂະແໜງການເງິນແຂວງຫຼວງພະບາງ ຈັດຂຶ້ນ ເປັນປະທານຂອງ ທ່ານ ສິງຕັນ ໄຊລືຊົ່ງ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ ມີບັນດາອາດີດການນໍາຂະແໜງການເງິນ ຫົວໜ້າ ຮອງຫົວໜ້າ ພະ ແນກລວມທັງ 3 ສາຍຕັ້ງ ວິທະຍາໄລການເງິນພາກເໜືອ ຫົວໜ້າຂະແໜງ ຮອງຫົວໜ້າຂະແໜງ ພະນັກງານ-ລັດຖະ ກອນພາຍໃນຂະແໜງການເງິນເຂົ້າຮ່ວມ.

ສຳລັບການປະດັບການຍ້ອງຍໍໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະ ນາ 2016-2020 ແມ່ນເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແນໃສ່ນໍາພາປະເທດຊາດພົ້ນອອກຈາກສະຖານະພາບດ້ອຍພັດ ທະນາໃນປີ 2026 ດ້ວຍການປຸກລະດົມມະຫາຊົນຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາຢູ່ທຸກຂົງເຂດວຽກງານຢ່າງຕັ້ງ ໜ້າປຸກລະດົມພົນລະເມືອງລາວທຸກຄົນທຸກການຈັດຕັ້ງຂອງພັກ ລັດ ເຂົ້າຮ່ວມຢ່າງກວ້າງຂວາງ ເພື່ອແຂ່ງຂັນສ້າງຂະບວນ ການກໍ່ສ້າງຮາກຖານການເມືອງການພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ ການສ້າງແຂວງເປັນຫົວ ໜ່ວຍຍຸດທະສາດ ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ສ້າງບ້ານເປັນຫົວໜ່ວຍພັດທະ ນາ ແລະ ສ້າງເງື່ອນໄຂ ນໍາພາປະເທດຊາດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ.

ຄຽງຄູ່ກັນນີ້ ຍັງເປັນການສືບຕໍ່ຈັດຕັ້ງຜັນຂະຫຍາຍເນື້ອໃນຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຂວງໃຫ້ປະກົດຜົນ ເປັນຈິງ ໂດຍສະເພາະການຈັດຕັ້ງປະຕິບັດຄຳແນະນຳ ເລກທີ 009 ຂອງທ່ານເຈົ້າແຂວງວ່າດ້ວຍການເປີດຂະບວນການ ແຂ່ງຂັນຮັກຊາດ ແລະ ພັດທະນາແຕ່ນີ້ຮອດປີ 2025 ພ້ອມດຽວກັນນີ້ ຂະແໜງການເງິນຂອງແຂວງໄດ້ກະກຽມແຕ່ງຕັ້ງ ຄະນະຮັບຜິດຊອບ ແລະ ກຳນົດເນື້ອໃນຂໍ້ແຂ່ງຂັນຂອງຂະແໜງການເງິນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ ໜ້າ.

ໃນພິທີດັ່ງກ່າວຍັງໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງທ່ານເຈົ້າ ແຂວງວ່າດ້ວຍການອານຸມັດການຍ້ອງຍໍຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ສຳລັບກົມກອງລວມໝູ່ ພະແນກ ການເງິນແຂວງຫຼວງພະບາງ ໄດ້ຮັບຫຼຽນໄຊແຮງງານຊັ້ນ I ຈໍານວນ 5 ທ່ານ ຫຼຽນໄຊແຮງງານຊັ້ນ II ຈໍານວນ 12 ທ່ານ ຫຼຽນ ໄຊແຮງງານຊັ້ນ III ຈໍານວນ 25 ທ່ານ ຫຼຽນກາແຮງງານ ຈໍານວນ 54 ທ່ານ ແລະ ໄດ້ຮັບໃບຍ້ອງຍໍລັດຖະບານ ຈໍານວນ 67 ທ່ານ ແລະ ໄດ້ຮັບໃບຍ້ອງຍໍຂັ້ນແຂວງ ຈໍານວນ 2 ທ່ານ.

error: Content is protected !!