ຕົ້ນຊາກຸຣະ ສັນຍາລັກແຫ່ງສາຍພົວພັນມິດຕະພາບ-ການຮ່ວມມື ລາວ-ຍີ່ປຸ່ນ ຖືກປູກເພີ່ມຢູ່ເມືອງວຽງໄຊ

ຕົ້ນຊາກຸຣະ ສັນຍາລັກແຫ່ງສາຍພົວພັນມິດຕະພາບ-ການຮ່ວມມື ລາວ-ຍີ່ປຸ່ນ ຈຳນວນ 150 ຕົ້ນ ຖືກນຳມາປູກເພີ່ມທີ່ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ເມືອງວຽງໄຊ ແຂວງຫົວພັນ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການຍົກສູງຍິ່ງຂຶ້ນ.

ການປູກຕົ້ນຊາກຸຣະ ເພີ່ມຕື່ມ ຈໍານວນ 150 ຕົ້ນ ໃນມື້ນີ້ ແມ່ນນອນຢູ່ໃນແຜນປະຕິບັດງານ ລາວ-ຍີ່ປຸ່ນ ທີ່ສອງນາຍົກລັດຖະມົນຕີ ລາວ ແລະ ຍີ່ປຸ່ນ ໄດ້ປະກາດຮັບຮອງເອົາໃນເດືອນເມສາ 2021 ຜ່ານມາ ໂຄງການປູກຕົ້ນຊາກຸຣະ ຢູ່ ສປປ ລາວ ແມ່ນໂຄງການທີ່ເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມທີີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ລາວ ແລະ ຍີ່ປຸ່ນ ເຊິ່ງເບື້ອງຕົ້ນໄດ້ມີແຜນປູກເພີ່ມຕື່ມເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (5 ມີນາ 1955) ຄົບຮອບ 65 ປີ ໃນປີ 2020 ຜ່ານມາ ແຕ່ໄດ້ຖືກເລື່ອນອອກໄປ ຍ້ອນສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

ການປູກຕົ້ນຊາກຸຣະ ໃນມື້ນີ້ເກີດຂຶ້ນໄດ້ ຍ້ອນການຮ່ວມແຮງຮ່ວມໃຈ ແລະ ການປະສານງານຢ່າງໃກ້ຊິດ ລະຫວ່າງ ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ຍີ່ປຸ່ນ ແລະ ສປປ ລາວ ທັງພາກສ່ວນລັດຖະບານ ແລະ ປະຊາຊົນ ໂດຍສະເພາະ ມນນິທິກອງທຶນການສຶກສາ ຢາມາດະ ໂອຊາມິດຊຶ (YAMADA Osamitsu) ທີ່ໄດ້ສືບສານເຈຕະນາລົມຂອງສອງລັດຖະບານ ຍີ່ປຸ່ນ ແລະ ສປປ ລາວ ໂດຍການນໍາເອົາຕົ້ນຊາກຸຣະມາປູກເພີ່ມຕື່ມ ລວມທັງການຊ່ວຍສ້າງຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຕະຫຼອດໄລຍະ 30 ປີ ອົງການຄົນພິການອາຊີ ເພື່ອການພັດທະນາ (ADDP) ທີ່ໄດ້ທຸ່ມເຫື່ອເທແຮງໃນການບໍາລຸງຮັກສາ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ແລະ ພາກສ່ວນອື່ນໆ.

ດອກຊາກຸຣະ ແມ່ນດອກໄມ້ປະຈໍາຊາດຂອງຍີ່ປຸ່ນທີ່ມີຄວາມສວຍສົດງົດງາມ ແລະ ເປັນທີ່ຮັກມັກຂອງຊາວຍີ່ປຸ່ນ ແລະ ຊາວລາວ ເໝືອນດັ່ງດອກຈໍາປາຂອງລາວທີ່ເປັນດອກໄມ້ປະຈໍາຊາດ ດັ່ງນັ້ນການປູກຕົ້ນຊາກຸຣະເພີ່ມຕື່ມ ຢູ່ສວນຊາກູຣະມິດຕະພາບ ລາວ-ຍີ່ປຸ່ນ ໃນຄັ້ງນີ້ ຈະຍິ່ງເປັນການເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄືການເປັນ ຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ ແລະ ຍີ່ປຸ່ນ ໃຫ້ໄດ້ຮັບການຍົກສູງຍິ່ງຂຶ້ນ ແລະ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ ກໍຄືຈະເປັນການແລກປ່ຽນດ້ານວັດທະນະທໍາ ລະຫວ່າງ ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ເຊິ່ງ ຢູ່ ເມືອງວຽງໄຊ ມີຕົ້ນດອກຊາກຸຣະ ຢູ່ ສວນສັດກຽວໂຕ ມີຊ້າງລາວ ພ້ອມດຽວກັນນັ້ນ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ແຫ່ງນີ້ ຈະປະກອບສ່ວນໃນການສົ່ງເສີມການທ່ອງທ່ຽວ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຫົວພັນ ໃນຕໍ່ໜ້າ.

ພິທີປູກຕົ້ນຊະກຸຣະ ຈຳນວນດັ່ງກ່າວ ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 24 ມັງກອນ 2023 ທີ່ ສວນຊາກຸຣະມິດຕະພາບ ລາວ-ຍີ່ປຸ່ນ ເມືອງວຽງໄຊ ແຂວງຫົວພັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ ທ່ານ ວັນໄຊ ແພງຊຸມມາ ເຈົ້າ ແຂວງແຂວງຫົວພັນ ທ່ານ ໂຄບາຢາຊິ ເຄນອິຈິ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ແຂກກິດຕິມະສັກຄື ທ່ານ ພັນຄໍາ ວິພາວັນ ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພຸດ ສິມມະລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງທັງຝ່າຍ ສປປ ລາວ ແລະ ຝ່າຍຍີ່ປຸ່ນ ເຂົ້າຮ່ວມ.

error: Content is protected !!