ທ່ານຮອງປະທານປະເທດ ລົງ​ຢ້ຽມຢາມ ວິທະຍາຄານ​ພະລາທິການ​ກອງທັບ

    ວັນ​ທີ 24 ມັງກອນ 2023 ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຮອງ​ປະທານ​ປະເທດ​ແຫ່ງ ​ສປປ ລາວ ພ້ອມ​ດ້ວຍ​ຄະນະ ​ລົງ​ຢ້ຽມຢາມ ແລະ ໂອ້​ລົມພະນັກງານ​ຫຼັກ​ແຫຼ່ງຢູ່ວິທະຍາຄານ​ພະລາທິການ​ກອງທັບ ເນື່ອງ​ໃນ​ໂອກາດ ວັນ​ສ້າງຕັ້ງກອງທັບ​ປະຊາຊົນ​ລາວ ຄົບຮອບ 74 ປີ (20 ມັງກອນ 1949-20 ມັງກອນ 2023) ໂດຍ​ການ​ຕ້ອນຮັບ​ຂອງ ສະຫາຍ ພົນ​ຈັດຕະວາ ​ປອ ບົວ​ເຮືອງ ສົມ​ຟອງ ບຸດຕາ​ຂັນ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ການ​ທະຫານ ວິທະຍາຄານ​ພະລາທິການ​ກອງທັບ ມີ​ ຫົວໜ້າ​ຫ້ອງ​ວ່າການ​ສຳນັກງານ​ປະທານ​ປະເທດ ພ້ອມ​ດ້ວຍ​ພະນັກງານ​ຫຼັກ​ແຫຼ່ງ​ວິທະຍາຄານ ເຂົ້າຮ່ວມ.

    ສະຫາຍ ພົນ​ຈັດຕະວາ ​ປອ ບົວ​ເຮືອງ ສົມ​ຟອງ ບຸດຕາ​ຂວັນ ໄດ້​ຂຶ້ນ​ລາຍ​ງານ​ໂດຍ​ສັງເຂບ​ກ່ຽວ​ກັບ​ສະພາບ​ຈຸດ​ພິເສດ ທີ່​ຕັ້ງ ພາລະ​ບົດບາດ ແລະ ໜ້າທີ່​ການເມືອງ​ຂອງ​ວິທະຍາຄານ ລວມ​ທັງ​ຜົນງານ​ທີ່​ຍາດ​ມາ​ໄດ້​ຕະຫຼອດ​ໄລຍະ​ຜ່ານ​ມາ ໂດຍ​ສະເພາະແມ່ນ 4 ໜ້າທີ່​ໃຫຍ່ 26 ແຜນ​ງານ ຫັນ​ເປັນ​ແຜນ​ລະອຽດ​ເຂົ້າ​ສູ່​ຊີວິດ​ຕົວ​ຈິງ​ຂອງ​ກົມ​ກອງ​ດ້ວຍ​ຈິດໃຈ​ບຸກ​ທະລຸ ແລະ ມີ​ຜົນສຳເລັດ​ຫຼາຍດ້ານ ເຊິ່ງ​ສະແດງ​ອອກ​ຄື: ໜ້າທີ່​ຮັບປະກັນ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ ໄດ້​ເປັນ​ເຈົ້າ​ການ​ປະສານ​ງານ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ ຖິ່ນ ແລະ ກຸ່ມ 4 ເມືອງ​ນາ​ຊາຍ​ທອງ ເປັນ​ເຈົ້າ​ການ​ນຳພາ-ບັນຊາ​ຈັດ​ຕັ້ງ​ປະຕິບັດ 7 ລະບອບ 18 ວຽກ ແລະ ຂໍ້​ກຳນົດ​ຂອງ​ວິທະຍາຄານ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ​ຕະຫຼອດ​ໄລຍະ 20 ກວ່າ​ປີ ໄດ້ກໍ່ສ້າງ​ນາຍ​ທະຫານ ໃຫ້​ບັນດາ​ຂະແໜງການ​ພະລາທິການ​ຮຸ່ນ​ສືບ​ທອດ ຮຽນ​ຈົບ​ຈາກ​ວິທະຍາຄານ ປະກອບ​ໃຫ້​ກຳລັງ​ຫຼວງ ແລະ ກຳລັງ​ທ້ອງຖິ່ນ ໃນ​ທົ່ວ​ກອງທັບ​ຈຳນວນ 4.464 ສະຫາຍ ສົ່ງ​ພະນັກງານ​ໄປ​ຮຽນພາຍ​ໃນ ແລະ ຕ່າງປະເທດ ແຕ່​ລະ​ປີ 35-40 ສະຫາຍ ໜ້າທີ່​ຮັບປະກັນ​ພະລາທິການ-ເຕັກນິກ ໄດ້​ຈັດ​ຕັ້ງ​ຮັບປະກັນ ຕາມ​ລະບອບ​ອັດຕາ​ທີ່​ຂັ້ນ​ເທິງ​ໄດ້​ກຳນົດ​ເຫັນ​ວ່າ: ຮັບປະກັນ ຊີ້ນ-ປາ ພືດ​ຜັກ​ເຂົ້າ​ເຮືອນຄົວ​ລວມ​ທີ່​ກົມ​ກອງ​ຜະລິດ​ເອົາ ເອງ​ໄດ້​ໂດຍ​ສະເລ່ຍ 80% ຂຶ້ນ​ໄປ ເອົາໃຈໃສ່​ໃນ​ລະບອບ​ຄຸ້ມ​ຄອງ​ພາຫະນະ​ເຕັກນິກ-ອາວຸດ​ກະ​ສູນ​ຕາມ​ລະບົບ​ບັນຊີ​ສະຖິຕິ ແລະ ຕິດ​ພັນ​ແໜ້ນ​ກັບ​ການ​ບົວລະບັດ ​ຮັບປະກັນ​ໄດ້​ຄຸນ​ນະ​ພາບ​ດີ ແລະ ການ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະເທດ ໄດ້​ປະຕິບັດໂຄງການ​ຮ່ວມ​ມື​ກັບ​ບັນ ດາ​ປະເທດ​ທີ່​ກະຊວງ​ປ້ອງ​ກັນ​ປະເທດ​ໄດ້​ກຳນົດ​ເວົ້າ​ລວມ ເວົ້າ​ສະເພາະ​ແມ່ນ​ວິທະຍາຄານ​ພະລາທິການ​ໄດ້​ພົວພັນ​ຮ່ວມ​ມື​ແຮກສ່ຽວ​ກັບ ວິ ທະຍາຄານ​ພະລາທິ ການ​ກອງທັບ​ປະຊາຊົນ ຫວຽດນາມ ​ແຕ່​ປີ 2016 ເປັນຕົ້ນ​ມາ.

    ໂອກາດ​ນີ້ ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ບັນດາ​ໝາກ​ຜົນສຳເລັດ​ທີ່​ກອງທັບ​ປະຊາຊົນ​ລາວ​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ​ເວົ້າ​ລວມ ເວົ້າ​ສະເພາະ ແມ່ນ ວິທະຍາຄານ​ພະລາທິການ​ກອງທັບ​ຍາດ​ມາ​ໄດ້ ພ້ອມ​ທັງ​ໄດ້​ເນັ້ນ​ໜັກ​ໃຫ້​ຄະນະ​ພັກ-ຄະນະ​ອຳນວຍ​ການເອົາໃຈໃສ່​ຈັດ​ຕັ້ງ​ປະຕິບັດ​ແນວທາງ​ປ້ອງ​ກັນ​ຊາດ​​ປວງ​ຊົນ​ຮອບດ້ານ​ໃຫ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ ສົມທົບ​ແໜ້ນ​ລະຫວ່າງ​ວຽກ​ງານ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ໂດຍ​ຖື​ເອົາ​ວຽກ​ງານ ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ ເປັນ​ໜ້າທີ່​ພື້ນຖານ ແລະ ປະຕິບັດ​ຢ່າງ​ເປັນ​ປະຈຳ ຖື​ເອົາ​ວຽກ​ງານ​ພັດທະນາ​ເສດຖະກິດ​ເປັນ​ໜ້າທີ່​ໃຈກາງ ຖື​ເອົາ​ການ​ພັດທະນາ​ຊັບພະຍາກອນ​ມະນຸດ ແລະ ສະໜອງ​ສີມືແຮງງານເປັນ​ແຖວ​ໜ້າ ແລະ ຖື​ເອົາ​ການ​ປັບປຸງຄຸນ​ນະພາ​ບວຽກ​ງານ​ພັກ-ພະນັກງານ ເປັນ​ອັນ​ຕັດສິນ​ໃນ​ການ​ປະຕິບັດ​ໜ້າທີ່​ຍຸດ​ທະ​ສາດ​ພັດທະນາ​ປະເທດ​ຊາດ ປະຕິບັດ​ແນວທາງ​ການ​ຕ່າງປະເທດສັນຕິພາບ ເອກະລາດ ມິດຕະພາບ ແລະ ຮ່ວມ​ມື​ກັບ​ປະເທດ​ຕ່າງໆ ປັບປຸງ ແລະ ເພີ່ມ​ທະວີ​ການ​ຮ່ວມ​ມື​ຮອບດ້ານ​ກັບ​ກອງທັບ ເພື່ອນ​ມິດ​ຍຸດ​ທະ​ສາດ (​ສສ ຫວຽດນາມ ແລະ ​ສປ ຈີນ) ກໍຄືເພື່ອນ​ມິດ​ທີ່​ກ້າວໜ້າ ເພື່ອ​ຍາດ​ແຍ່ງ​ການ​ຊ່ວຍເຫຼືອ​ຈາກ​ສາກົນ ມາ​ປັບປຸງ​ກໍ່ສ້າງ​ກອງທັບ​ພວກ​ເຮົາ​ໃຫ້ກ້າວໜ້າ​ສູ່​ຄຸນ​ນະ​ພາບ​ໃໝ່ ແລະ ທັນ​ສະໄໝ​ກ່ວ​​າ​ເກົ່າ ​ໂອກາດ​ເຄື່ອນ​ໄຫວ​ຢ້ຽມຢາມຂອງ ສະຫາຍ ນາງ ປານີ ຢາ​ທໍ່​ຕູ້ ຄັ້ງ​ນີ້ ຍັງ​ໄດ້​ລົງ​ຢ້ຽມຢາມ​ເຮືອນຄົວ​ກອງພັນ​ທີ 2 ຫໍສະໝຸດ ແລະ ຫໍ​ພັກ​ນັກ​ສຶກ​ສາ​ກອງພັນ​ທີ 1 ແລະ ມອບ​ວັດຖຸ​ປັດ​ໄຈ​ຈຳນວນ​ໜຶ່ງ​ໃຫ້​ວິທະຍາຄານ​ພະລາທິການ​ກອງທັບ ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ​ໃຫ້​ເຕີບ​ໃຫຍ່​ເຂັ້ມແຂງ​.

error: Content is protected !!