ໂຮງຮຽນນະພາ ຫຼຸດຄ່າຮຽນ 50% ຊ່ວຍເຫຼືອຜູ້ປົກຄອງທີ່ໄດ້ຮັບຜົນກະທົບ ຈາກພະຍາດໂຄວິດ-19

ໂຮງ­ຮຽນ​ລ້ຽງ​ເດັກ ອະ­ນຸ­ບານ ແລະ ປະ­ຖົມ​ນະ­ພາ ຈະ​ບໍ່​ເກັບ​ຄ່າ​ຮຽນ​ໃນ​ໄລ­ຍະ​ພັກ​ການ​ຮຽນ​ການ​ສອນ ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ພ້ອມ​ທັງ​ຫັນ​ມາ​ສອນ​ທາງ​ອອນ​ລາຍ ເພື່ອ​ໃຫ້​ນັກ­ຮຽນ​ໄດ້​ຮຽນ​ໜັງ­ສື​ຢ່າງ​ຕໍ່​ເນື່ອງ ຂະ­ນະ​ທີ່​ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ລະ­ບຸ​ວ່າ ເພື່ອ​ເປັນ​ການ​ສົ່ງ­ເສີມ​ເດັກ­ນ້ອຍ​ຜູ້​ທຸກ​ຍາກ​ຂາດ­ເຂີນ ໄດ້​ມີ​ໂອ­ກາດ​ເຂົ້າ​ເຖິງ​ການ​ສຶກ​ສາ​ຫຼາຍ​ຂຶ້ນ ທາງ​ໂຮງ­ຮຽນ​ມີ​ນະ­ໂຍ­ບາຍ​ຮັບ​ນັກ­ຮຽນ​ທຸກ​ຍາກ​ປີ​ລະ 5 ຄົນ.

ທ່ານ​ນາງ ເພັນ​ນະ­ພາ ວົງ​ສະ­ໝໍ­ລະ­ພູມ ຜູ້­ອຳ­ນວຍ­ການ​ໂຮງ­ຮຽນ​ລ້ຽງ​ເດັກ ອະ­ນຸ­ບານ ແລະ ປະ­ຖົມ​ນະ­ພາ ໄດ້​ກ່າວ​ວ່າ: ຕໍ່​ກັບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຢ່າງ​ໜັກ­ໜ່ວງ​ໃນ​ທົ່ວ​ໂລກ ກໍ​ຄື ສປປ ລາວ ເຮົາ ໃນ​ໄລ­ຍະ 2-3 ເດືອນ​ຜ່ານ​ມາ ໄດ້​ສົ່ງ​ຜົນ​ກະ­ທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ຫຼາຍ​ຂົງ­ເຂດ​ວຽກ​ງານ ລວມ​ເຖິງ​ຂົງ­ເຂດ​ການ​ສຶກ​ສາ ແລະ ກີ­ລາ​ຂອງ​ພວກ​ເຮົາ​ກໍ​ເຊັ່ນ​ກັນ ຕ້ອງ​ໄດ້​ຢຸດ​ທຸກ​ກິດ­ຈະ­ກຳ​ທັງ​ການ​ຮຽນ​ການ​ສອນ ແລະ ກິດ­ຈະ­ກຳ​ການ​ຫຼິ້ນ​ກີ­ລາ ເຊິ່ງ​ໃນ​ໄລ­ຍະ​ດັ່ງ­ກ່າວ ພວກ​ເຮົາ​ກໍ​ໄດ້​ຮັບ​ແຈ້ງ​ການ​ຈາກ​ລັດ­ຖະ­ບານ ແລະ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກ່ຽວ​ກັບ​ການ​ຢຸດ​ການ​ຮຽນ​ການ​ສອນ​ຊົ່ວ­ຄາວ​ທຸກ​ຊັ້ນ​ທຸກ​ສາຍ ນັບ​ແຕ່​ວັນ​ທີ 18 ມີ­ນາ ເປັນ­ຕົ້ນ​ມາ ແລະ ໃນ​ໄລ­ຍະ​ພັກ​ການ​ຮຽນ​ນັ້ນ ທາງ​ໂຮງ­ຮຽນ​ເຮົາ​ກໍ​ບໍ່​ໄດ້​ປ່ອຍ­ປະ​ໃຫ້​ເວ­ລາ​ເສຍ​ໄປ​ລ້າ ດ້ວຍ​ການ​ຫັນ​ມາ​ສອນ​ທາງ​ອອນ​ລາຍ ແລະ ໃຫ້​ວຽກ­ບ້ານ​ກັບ​ນັກ­ຮຽນ ໂດຍ​ການ​ສົ່ງ​ບົດ­ຮຽນ ຫຼື ວຽກ­ບ້ານ​ຕ່າງໆ ຜ່ານ​ລະ­ບົບ​ແອບ​ພລິ​ເຄ​ຊັນ ໃຫ້​ກັບ​ພໍ່​ແມ່​ຜູ້​ປົກ­ຄອງ​ໄດ້​ສອນ​ລູກ​ເວ­ລາ​ວ່າງ ເພື່ອ​ໃຫ້​ນັກ­ຮຽນ​ໄດ້​ຮຽນ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ­ເພາະ​ແມ່ນ​ນັກ­ຮຽນ​ຂັ້ນ​ອະ­ນຸ­ບານ 3 ທີ່​ຈະ​ມີ​ການ​ສອບ­ເສັງ​ເລື່ອນ​ຊັ້ນ​ຂຶ້ນ​ປະ­ຖົມ​ສຶກ​ສາ.

ທັງ​ນີ້ ພາຍ­ຫຼັງ​ລັດ­ຖະ­ບານ ແລະ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແຈ້ງ​ການ​ໃຫ້​ເປີດ​ການ​ຮຽນ​ການ​ສອນ​ຄືນ­ໃໝ່ ພວກ​ເຮົາ​ກໍ​ໄດ້​ມີ​ການ​ຫ້າງ​ຫາ​ກະ­ກຽມ​ອຸ­ປະ­ກອນ​ການ​ຮຽນ​ຕ່າງໆ ອະ­ນາ­ໄມ​ໂຮງ­ຮຽນ ພ້ອມ​ທັງ​ພົ່ນ​ຢາ​ຂ້າ​ເຊື້ອ​ພາຍ​ໃນ​ອາ­ຄານ​ຮຽນ​ຢ່າງ​ຄັກ­ແນ່ ເພື່ອ​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ປ້ອງ​ກັນ​ຕ່າງໆ​ຂອງ​ລັດ​ວາງ​ອອກ​ຢ່າງ​ເຂັ້ມ​ງວດ ແລະ ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ກັບ​ພໍ່​ແມ່​ຜູ້​ປົກ­ຄອງ​ນັກ­ຮຽນ ພ້ອມ​ນັ້ນ ຍັງ​ໄດ້​ມີ​ການ​ແຈ້ງ​ໃຫ້​ຄູ​ທຸກ​ຄົນ​ໃສ່​ໜ້າ​ກາກ ຫຼື ຜ້າ​ອັດ​ປາກ-ດັງ ໃຫ້​ຄູ​ຕິດ­ຕາມ​ເບິ່ງ​ນັກ­ຮຽນ​ຢ່າງ​ໃກ້­ຊິດ ວ່າ​ໃຜ​ເປັນ­ໄຂ້ ເປັນ​ໄອ ຫຼື ມີ​ຄວາມ​ສ່ຽງ ແມ່ນ​ຈະ​ບໍ່​ອະ­ນຸ­ຍາດ​ໃຫ້​ມາ​ໂຮງ­ຮຽນ​ເດັດ­ຂາດ ຈົນ​ກວ່າ​ຈະ​ໝັ້ນ​ໃຈ​ວ່າ​ບໍ່​ຕິດ­ເຊື້ອ​ເພາະ​ຢ້ານ​ແຜ່​ລາມ​ໄປ​ຕິດ​ນັກ­ຮຽນ​ຄົນ​ອື່ນໆ ເນື່ອງ​ຈາ​ກວ່າ​ເດັກ­ນ້ອຍ​ມີ​ພູມ​ຄຸ້ມ​ກັນ​ຕ່ຳ ເຮັດ​ໃຫ້​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ​ໄດ້​ງ່າຍ ນອກ­ຈາກ​ນີ້ ພວກ​ເຮົາ​ຍັງ​ໄດ້​ໃຫ້​ນັກ­ຮຽນ​ລ້າງ​ມື​ເປັນ​ປະ­ຈຳ​ດ້ວຍ​ແອວ​ກໍ​ຮໍ ຫຼື ເຈວ ທີ່​ທາງ​ໂຮງ­ຮຽນ​ຈັດ​ໄວ້​ໃຫ້​ສ່ວນ​ການ​ກິນ​ອາ­ຫານ ແມ່ນ​ບໍ່​ໃຫ້​ນັກ­ຮຽນ​ກິນ​ຮ່ວມ​ກັນ ໂດຍ​ໃຫ້​ນັກ­ຮຽນ​ໃຊ້​ຖ້ວຍ​ບ່ວງ ແລະ ຈອກ​ນ້ຳ­ຂອງ​ໃຜ­ລາວ.

ທ່ານ​ນາງ ເພັນ​ນະ­ພາ ວົງ​ສະ­ໝໍ­ລະ­ພູມ ກ່າວ​ຕື່ມ​ວ່າ: ສຳ­ລັບ​ໃນ​ໄລ­ຍະ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ­ຍາດ​ໂຄ​ວິດ-19 ນີ້ ທາງ​ໂຮງ­ຮຽນ​ຍັງ​ມີ​ນະ­ໂຍ­ບາຍ​ບໍ່​ເກັບ​ຄ່າ​ຮຽນ​ນັກ­ຮຽນ ນັບ​ຕັ້ງ­ແຕ່​ມື້​ພັກ​ຈົນ​ຮອດ​ມື້​ເປີດ​ການ​ຮຽນ​ການ​ສອນ​ຄືນ­ໃໝ່ (ເດືອນ​ເມ­ສາ​ຫາ​ເດືອນ​ພຶດ­ສະ­ພາ) ພ້ອມ​ນັ້ນ​ໃນ​ເດືອນ​ມິ­ຖຸ­ນາ​ນີ້ ເພື່ອ​ເປັນ​ການ​ຊ່ວຍ­ເຫຼືອ​ພໍ່​ແມ່​ຜູ້​ປົກ­ຄອງ​ນັກ­ຮຽນ ເຊິ່ງ​ເຫັນ​ວ່າ​ບາງ​ຄອບ­ຄົວ​ກໍ​ມີ​ຄວາມ​ຫຍຸ້ງ­ຍາກ ເນື່ອງ​ຈາກ​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ພວກ​ເຮົາ​ຈະ​ເກັບ​ຄ່າ​ຮຽນ​ພຽງ​ແຕ່ 50% ເທົ່າ​ນັ້ນ ຢ່າງ­ໃດ​ກໍ​ຕາມ ເພື່ອ​ເປັນ​ການ​ສົ່ງ­ເສີມ​ເດັກ­ນ້ອຍ​ຜູ້​ທຸກ​ຍາກ​ຂາດ­ເຂີນ ຜູ້​ເປັນ​ກຳ­ພ້າ ກຳ­ພອຍ ພາຍ​ໃນ​ບ້ານ​ຫົວ​ຂົວ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ໂຮງ­ຮຽນ ໃຫ້​ມີ​ໂອ­ກາດ​ເຂົ້າ​ເຖິງ​ການ​ສຶກ​ສາ ທາງ​ໂຮງ­ຮຽນ​ຍັງ​ມີ​ນະ­ໂຍ­ບາຍ​ຮັບ​ນັກ­ຮຽນ​ທຸກ​ຍາກ ເຂົ້າ​ຮຽນ​ໂດຍ​ບໍ່​ເສຍ​ຄ່າ ປີ​ລະ 3-5 ຄົນ ອີກ​ດ້ວຍ.

ສຳ­ລັບ​ໂຮງ­ຮຽນ​ລ້ຽງ​ເດັກ ອະ­ນຸ­ບານ ແລະ ປະ­ຖົມ​ນະ­ພາ ໃນ​ເມື່ອ​ກ່ອນ​ເປັນ​ໂຮງ­ຮຽນ​ບ້ານ​ຫົວ​ຂົວ​ທີ່​ເກົ່າ​ແກ່ ແລະ ທາງ​ຄອບ­ຄົວ​ໄດ້​ມາ​ເຂົ້າ​ພັດ­ທະ­ນາ​ຕົບ­ແຕ່ງ​ໃໝ່​ທັງ​ໝົດ ໂດຍ​ສະ­ເພາະ​ອາ­ຄານ ທາ­ສີ​ຫ້ອງ ຕິດ​ແອ ຫ້ອງ​ໃສ່​ກັ້ນ​ເດັກ­ນ້ອຍ​ລົ້ມ ເຊິ່ງ​ໂຮງ­ຮຽນ​ແມ່ນ​ເລີ່ມ​ເປີດ​ບໍ­ລິ­ການ​ມາ​ແຕ່​ສົກ­ຮຽນ 2018-2019 ເປີດ​ປີ​ທຳ​ອິດ​ມີ​ນັກ­ຮຽນ 8 ຄົນ ແລະ ມາ​ສົກ­ຮຽນ 2019-2020 ຖື​ກວ່າ​ຜູ້​ປົກ­ຄອງ​ພໍ່​ແມ່​ນັກ­ຮຽນ​ໃຫ້​ຄວາມ​ສົມ​ໃຈ ທີ່​ເຮັດ​ໃຫ້​ເຫັນ​ຕົວ​ເລກ​ນັກ­ຮຽນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 50 ຄົນ ໂດຍ​ທາງ​ໂຮງ­ຮຽນ​ເນັ້ນ​ການ​ຮຽນ​ການ​ສອນ​ຕາມ​ຫຼັກ­ສູດ ທີ່​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ວາງ​ອອກ ແລະ ໄດ້​ເສີມ​ພາ­ສາ​ອັງ­ກິດ​ເຂົ້າ​ໃສ່​ນຳ ແລະ ຄາດ​ວ່າ​ໃນ​ສົກ­ຮຽນ 2020-2021 ຈະ​ບັນ­ຈຸ​ພາ­ສາ​ຈີນ​ເຂົ້າ​ສອນ​ເພີ່ມ ເພື່ອ​ໃຫ້​ຫຼານ​ນ້ອຍ​ນັກ­ຮຽນ​ໄດ້​ຮຽນ​ໃນ​ຫຼາຍ​ພາ­ສາ.

error: Content is protected !!