ຫົວເຫວີຍ ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ສໍາລັບການຊ່ວຍເຫຼືອສັງຄົມ-ພັດທະນາເສດຖະກິດ

ບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ໄດ້ຮັບລາງວັນທຸລະ ກິດ ຊັ້ນນຳດີເດັ່ນປະຈໍາປີ 2022 ຖານະເປັນຜູ້ປະກອບສ່ວນສໍາຄັນໃນການ ຊ່ວຍເຫຼືອສັງຄົມ ແລະ ການພັດທະນາເສດຖະກິດ-ສັງຄົມ ສຳລັບບໍລິສັດ ຫົວເຫວີຍ ເຕັກໂນໂລຊີ (ລາວ) ຈໍາກັດຜູ້ດຽວ ໄດ້ຮັບການ ຍອມຮັບໃນວຽກງານດ້ານໂທລະຄົມມະນາຄົມ ຜູ້ໄດ້ຮັບລາງວັນຍັງສະ ແດງໃຫ້ເຫັນການບໍລິຫານທີ່ມີປະສິດທິຜົນ ແລະ ປະກອບສ່ວນໃນການ ເສີມສ້າງຄວາມເຂັ້ມແຂງຂອງ LNCCI ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ລາງວັນດັ່ງກ່າວຍັງຍ້ອງຍໍບັນດາການນຳຂອງຕົນ ທີ່ໄດ້ນຳພາວິ ສາຫະກິດຜ່ານຜ່າວິກິດການ ແລະ ສະພາບການເສດຖະກິດທີ່ຫຍຸ້ງຍາກ ໃນຊຸມປີຜ່ານມາ.

ສ່ວນໃນມື້ມອບລາງວັນດັ່ງກ່າວ ຫົວເຫວີຍ ໄດ້ນຳສະເໜີທຸລະກິດກ່ຽວ ກັບພະລັງງານດີຈີຕອນ ໂດຍເນັ້ນໃຫ້ເຫັນທ່າອ່ຽງຂອງການຫັນເປັນ ດີຈີຕອນ ແລະ ການພັດ ທະນາແບບຍືນຍົງ ໂດຍໃຊ້ພະລັງງານສະອາດ ດ້ວຍ Huawei Digital Power solutions ທີ່ສາມາດຕອບສະໜອງທຸກການ ນຳໃຊ້ ICT ເຊິ່ງສະແດງໃຫ້ເຫັນວ່າວິທີແກ້ໄຂຂອງ Huawei ຈະມີບົດບາດ ສຳຄັນໃນນະໂຍ ບາຍການຫັນເປັນດີຈີຕອນ ແລະ ການສົ່ງເສີມພະລັງງານ ສະອາດແບບຍືນຍົງ ພາຍໃຕ້ຂອບຂອງລັດຖະບານລາວ.

ມາຮອດວັນທີ 31 ທັນວາ 2021 ບໍລິສັດ ຫົວເຫວີຍ ໄດ້ຊ່ວຍລູກຄ້າທົ່ວໂລກ ສ້າງພະລັງງານສີຂຽວ 482,9 ຕື້ກິໂລວັດໂມງ ປະຢັດໄຟຟ້າໄດ້ 14,2 ຕື້ກິໂລ ວັດໂມງ ແລະ ຫຼຸດຜ່ອນການປ່ອຍອາຍຄາບອນໄດ້ 230 ລ້ານໂຕນ ພ້ອມນີ້ ຫົວເຫວີຍ ຍັງກຳລັງຮ່ວມມື ແລະ ຊ່ວຍເຫຼືອບັນດາອົງການຂອງລັດຖະ ບານ ໃຫ້ສອດຄ່ອງກັບທ່າອ່ຽງຂອງການນໍາປະເທດ ລາວ ເຂົ້າສູ່ຍຸກດີຈີ ຕອນ ຍຸກອຸດສາຫະກຳ 4.0 ແລະ ການນຳໃຊ້ພະລັງງານແບບຍືນຍົງ ເພື່ອ ບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດອີກ ດ້ວຍ.

ພິທີມອບລາງວັນດັ່ງກ່າວ ມີຂຶ້ນໃນວັນທີ 23 ມັງກອນ ຜ່ານມາ ຢູ່ຫໍປະຊຸມ ແຫ່ງຊາດ ຈັດໂດຍສະພາການ ຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ມອບລາງວັນຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະ ຊວງອຸດສາຫະກຳ ແລະ ການຄ້າ ມີ ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

error: Content is protected !!