ເປີດແລ້ວ!! ງານເທສະການບຸນປະເພນີບຸນກອງເຂົ້າຫອມສັງທອງ

     ເປີດຂື້ນຢ່າງຍິ່ງໃຫຍ່ສຳລັບງານເທສະການບຸນປະເພນີກອງເຂົ້າຫອມສັງທອງ ແລະ ຕະຫຼາດນັດຂາຍສິນຄ້າ ຢູ່ເມືອງສັງທອງ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 27-29 ມັງກອນ 2023 ທີ່ບ້ານເພຍລາດ ເປັນປະທານຂອງທ່ານ ບຸນທອງ ບຸນມະນີ ຮອງເລຂາພັກເມືອງ ປະທານຈັດງານບຸນກອງເຂົ້າຫອມສັງທອງ ແລະ ຕະຫຼາດນັດຂາຍສິນຄ້າຢູ່ເມືອງສັງທອງ ມີທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ພ້ອມດ້ວຍຫົວໜ້າພະແນກການອ້ອມຂ້າງນະຄອນຫຼວງວຽງຈັນ ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ 9 ຕົວເມືອງ ນາຍບ້ານອ້ອມຂ້າງ ຫົວໜ່ວຍທຸລະກິດ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ບຸນກອງເຂົ້າ ແມ່ນຮີດຄອງປະເພນີອັນດີງາມຂອງຊາດ-ຂອງເຜົ່າ ເຊິ່ງແມ່ນມູນມໍລະດົກອັນລ້ຳຄ່າຂອງບັນພະບຸລຸດຂອງຊາດລາວ ທີ່ໄດ້ປະຕິບັດສືບທອດກັນມາຫຼາຍຍຸກຫຼາຍສະໄໝ ຫຼາຍເຊັ່ນຄົນ ແລະ ຮອດເດືອນຍີ່ (ເດືອນສອງລາວ) ປະຊາຊົນລາວຊາວພຸດເຫັນວ່າການເກັບກູ້ເຂົ້າໄຮ່ ເຂົ້ານາໄດ້ສຳເລັດແລ້ວ ກໍ່ພາກັນເຕົ້າໂຮມຄວາມສາມັກຄີດ້ວຍການເຮັດບຸນກອງເຂົ້າ ເພື່ອເປັນການລ້ຽງຜີໄຮ່ຜີນາຕາມຄວາມເຊື່ອຖືວ່າເປັນເທວະດາມາຮັກສາໄຮ່ ນາ ຮົ້ວ ສວນ ເຮັດໃຫ້ຜົນຜະລິດໃນປີຕໍ່ໄປໄດ້ຮັບໝາກຜົນຫຼາຍຂຶ້ນກວ່າເກົ່າ.​

     ບຸນກອງເຂົ້າຫອມປີນີ້ດ້ວຍຄວາມຮັບຜິດຊອບສູງແຕ່ລະອະນຸກຳມະການຈັດງານ ແລະ ຄວາມສາມັກຄີຂອງປະຊາຊົນບັນດາຊາວເມືອງສັງທອງໄດ້ມີກອງເຂົ້າ 5 ກອງ ໃນນັ້ນ ກອງໃຫຍ່ 1 ກອງ ກວ້າງ ແລະ ສູງ 10 ແມັດ ກອງນ້ອຍ 4 ກອງ ກວ້າງ 3 ແມັດ ສູງ 4,5 ແມັດ ເຊິ່ງພາຍໃນກອງເຂົ້າຍັງມີວັດຖຸອຸປະກອນການຜະລິດຕ່າງໆ ທີ່ເປັນເຄື່ອງມືການຜະລິດ ເປັນຫົວຄິດປະດິດສ້າງຂອງປະຊາຊົນລາວບັນດາເຜົ່າໃນໄລຍະຜ່ານ.

      ບຸນກອງເຂົ້າຕິດພັນງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ມີຫຼາຍກິດຈະກຳເປັນຕົ້ນ ການວາງສະແດງ ແລະ ຈໍາໜ່າຍຜົນຜະລິດພືດກະສິກໍາຜັກປອດສານພິດ ສິນຄ້າໂອດ໋ອບ ແລະ ເຄື່ອງບໍລິໂພກ-ອຸປະໂພກອື່ນໆ ພິເສດມີຂະບວນຄາລະວານຈາກນະຄອນຫຼວງວຽງຈັນ ສຳຄັນແມ່ນການໃຫ້ກຽດມາຮ່ວມຂອງຄູເຝິກ ຄະນະນັກກິລາມວຍບູຊູທີ່ເຂົ້າຮ່ວມແຂ່ງຂັນກິລາແຫ່ງຊາດຄັ້ງທີ XI ແຂວງຊຽງຂວາງ ສາມາດຍາດໄດ້ 1 ຫຼຽນຄຳ 1 ຫຼຽນເງິນ ແລະ 2 ຫຼຽນທອງແດງ ການມາຢ້ຽມຢາມ ແລະ ຮ່ວມພິທີອີກດ້ວຍ.​

        ສຳລັບງານເທສະການບຸນປະເພນີກອງເຂົ້າຫອມສັງທອງຍັງເປັນການສົ່ງເສີມການທ່ອງທ່ຽວພາຍໃນເມືອງສັງທອງໃຫ້ກັບມາຄຶກຄື້ນ ຫຼັງຈາກບໍ່ໄດ້ຈັດມາຫຼາຍປີ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທັງເປັນການກະຕຸ້ນເສດຖະກິດພາຍໃນເມືອງນຳອີກ.​

error: Content is protected !!