ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄືບໜ້າຫຼາຍກວ່າ 89%

    ກອງປະຊຸມຄົບຄະນະ ຄັ້ງທີ 8 ຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຈັດຂຶ້ນວັນທີ 22 ມິຖຸນາ 2020 ຢູ່ແຂວງຫຼວງພະບາງ ໂດຍເປັນປະທານຂອງທ່ານ ບຸນ​ທອງ ຈິດ​ມະນີ​ ຮອງ​ນາຍົກ​ລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ ປະທານ​ອົງການ​ກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ​ ມີລັດຖະມົນຕີ-ຮອງລັດຖະມົນຕີ​ ຮອງເຈົ້າຄອງນະຄອນຫຼວງ-ຮອງເຈົ້າແຂວງ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ) ໄດ້ລາຍງານຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມ ຄັ້ງທີ 7 ຂອງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ເປັນຕົ້ນ ສໍາເລັດການປັບປຸງໂຄງຮ່າງການຈັດຕັ້ງຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຄືນໃໝ່ ສໍາເລັດການແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນ  ໄກ່ເກ່ຍສິ່ງກີດຂວາງທີ່ຍັງຄ້າງຄາ  11 ຈຸດ  ແກ້ໄຂບັນຫາຫຍຸ້ງຍາກຂອງບັນດາບໍລິສັດຮັບເໝົາລູກ ແລະ ບໍລິສັດແມ່ ສໍາເລັດການປຶກສາຫາລື ແລະ ຍົກຍ້າຍສະຖານີວຽງຈັນໃຕ້ ພ້ອມທັງມອບພື້ນທີ່ໃຫ້ການກໍ່ສ້າງສະຖານີຕ່າງໆ ບັນລຸຄາດໝາຍ ການສະໜອງແຮງງານລາວເຂົ້າໃນໂຄງການ ແລະ ການນໍາໃຊ້ວັດສະດຸ ພາຫະນະຂອງລາວ ເຂົ້າໃນໂຄງການຕິດຕາມ ກວດກາການປະຕິບັດສັນຍາຂອງໂຄງການ ແລະ ວຽກງານອື່ນໆ.

    ທ່ານ ຈັນຕຸລາ ພະນະລາສີ ຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກ່າວວ່າ: ມາຮອດວັນທີ 31 ພຶດສະພາ 2020 ການປະຕິບັດໂຄງການມີຄວາມຄືບໜ້າ 89,43% ຂອງວຽກງານກໍ່ສ້າງພື້ນຖານໂຄງລ່າງທາງລົດໄຟ ໃນນີ້ ຊີເຈາະອຸໂມງໄດ້ 75 ອຸໂມງ ຍາວ 223.600 ແມັດ ເຈາະທະລຸແລ້ວ 65 ອຸໂມງ ກໍ່ສ້າງຂົວ 164 ແຫ່ງ ສ້າງເສົາຂົວສໍາເລັດ 1.959 ເສົາ ເທົ່າກັບ 98,1% ຂອງການອອກແບບທັງໝົດ ສໍາເລັດການວາງຂາງຂົວ 746 ຊ່ວງເສົາ ກວມເອົາ 36,60% ການວາງລາງແມ່ນເລີ່ມແຕ່ບ້ານຫ້ວຍນໍ້າເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ-ແຂວງຫຼວງພະບາງ ຄືບໜ້າ 49,7 ກິໂລແມັດ ຂອງຄວາມຍາວທັງໝົດ 409 ກິໂລແມັດ ສໍາລັບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ໄລຍະ 2 ແຕ່ສະຖານີໂດຍສານນະຄອນຫຼວງວຽງຈັນ-ສະຖານີສິນຄ້າວຽງຈັນໃຕ້ ບ້ານທ່ານາແລ້ງ ໄດ້ສໍາເລັດການປັກຫຼັກຂອບເຂດສະຖານີໂດຍສານເນື້ອທີ່ 150 ເຮັກຕາ ສໍາເລັດການປັກຫຼັກຂອບເຂດສະຫງວນທາງລົດໄຟ ຍາວ 17 ກິໂລແມັດ ສໍາເລັດການປັກຫຼັກຂອບເຂດສະຖານີສິນຄ້າວຽງຈັນໃຕ້ 2 ຈຸດ ໃນຈໍານວນ 3 ຈຸດ ສໍາລັບການມອບພື້ນທີ່ເພື່ອການກໍ່ສ້າງຂອງໂຄງການ ປະຕິບັດໄດ້ 100% (409 ກິໂລແມັດ).

    ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດເຫັນເພີ່ມຕື່ມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕ່າງໆຂອງການກໍ່ສ້າງທາງລົດໄຟ ລາວ-ຈີນ ດໍາເນີນໄປຢ່າງຄ່ອງແຄ້ວ ວ່ອງໄວ ຮັບປະກັນຄຸນນະພາບ ສໍາເລັດຕາມກຳນົດ ແລະ ເຮັດໃຫ້ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ກາຍເປັນໂຄງການປອດໃສ ຂາວສະອາດຢ່າງແທ້ຈິງ.

    ໂອກາດນີ້ ຍັງໄດ້ຈັດກອງປະຊຸມປຶກສາຫາລືພາຍໃນຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເພື່ອຜ່ານຮູບແບບລົດໄຟ EMU ເພື່ອນໍາໃຊ້ໃນການຂົນສົ່ງໂດຍສານໃນໂຄງການທາງລົດໄຟ ລາວ-ຈີນໃນອະນາຄົດ ເຊິ່ງການອອກແບບເບື້ອງຕົ້ນ ແມ່ນນໍາໃຊ້ເຕັກນິກລວມສູນທີ່ຊໍານິຊໍານານ ແລະ ເຊື່ອຖືໄດ້ ໃນການຂັບເຄື່ອນດ້ວຍໄຟຟ້າ ມີການປະສານສົມທົບລະຫວ່າງວັດທະນະທໍາລາວ​ ສາກົນ ແລະ ປັດໄຈຄວາມທັນສະໄໝ ເພື່ອຄົ້ນຄວ້າ ແລະ ດໍາເນີນການຜະລິດຕື່ມອີກ.

# ຂ່າວ & ພາບ: ສະບາໄພ

error: Content is protected !!