ໂຮງ​ໝໍ​ສັງ​ທອງ ຮັບ​ເຄື່ອງ​ການ​ແພດ​ຈາກ LKFA

ໂຮງ​ໝໍ​ເມືອງ​ສັງ​ທອງ ນະ​ຄອນຫຼວງວຽງ​ຈັນ ໄດ້​ຮັບ​ການ​ຊ່ວຍ​ເຫຼ​ືອ​ອຸ​ປະ​ກອນ​ການ​ແພ​ດ ຈາກສະມາຄົມມິດຕະພາບ ລາວ-ສ.ເກົາຫລີ (LKFA) ທີ່​ໄດ​ເບ​ການ​ສະ​ໜັບສະ​ໜູນ​ຈາກ ສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ (KLFA) ເພື່ອ​ປ​ອບ​ສ່ວນ​ເຂົ້າ​ໃນ​ການ​ປິ່ນ​ປົວ ແລະ ຮັກ​ສາ​ສຸ​ຂະ​ພາບ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ພາຍ​ໃນ​ເມືອງ ລວມມູນຄ່າຊ່ວຍ ເຫຼືອທັງໝົດປະມານ 300 ລ້ານ ກ່ວາກີບ ຫຼື 17.843,76 ໂດລາສະຫະລັດ.

ອຸ​ປະ​ກອນ​ການ​ແພດ ແລະ ການ​ຢາ ທີ່​ນຳ​ມາ​ຊ່ວຍເຫຼືອໂຮງໝໍໃນຄັ້ງນີ້ ປະກອບດ້ວຍປະເພດຢາ-ອຸ​ປະ​ກອນ​ການ​ແພດ ທີ່​ຈະ​ນຳ​ໃຊ້​​ເ​ຂົ້າ​ໃນ​ການ​ປິ່ນປົວພະຍາດ 27 ແກັດ ທີ່ສົ່ງໂດຍກົງມາຈາກ ສ.ເກົາຫຼີ ປະກອບມີເຂັມສັກຢາ+ຊະແລັງຈໍ ານວນ 17 ແກັດ ຢາລົດຄວາມດັນເລືອດສູງ 4 ແກັດ ສະເປດັບກິ່ນ 3 ແກັດ ແລະ ຜ້າອັດປາກ+ດັງ 3 ແກັດ.

ທ່ານ ດາວ​ວອນ ພະ​ຈັນ​ທະ​ວົງ ​ຮອງປະທານສະມາຄົມມິດຕະພາບ ລາວ-ສ.ເກົາຫຼ​ີ ໄດ້ຕາງໜ້າໃຫ້ 2 ສະມາຄົມມິດຕະພາບ ລາວ-ສ. ເກົາຫຼີ ແລະ ສ.ເກົາຫຼ​ີ-ລາວ ຂໍນໍາເອົາສິ່ງຂອງເຫຼົ່ານີ້ ທີ່ທາງສະມາຄົມມິດຕະພາບ ສ.ເກົາຫຼີ-ລາວ  ໄດ້ລະດົມຂົນ ຂວາຍຈາກບຸກຄົນ ນິຕິບຸກຄົນ ແລະພາກສ່ວນບໍລິສັດ ຫ້າງຮ້ານຕ່າງໆໃນ ສ.ເກົາຫຼ​ີ ແລ້ວໄດ້ຈັດສົ່ງມາຍັງສະມາຄົມຂອງພວກ ເຮົາ ເພື່ອນໍາມາມອບໃຫ້ແກ່ໂຮງໝໍມິດຕະພາບ 150 ຕຽງ ໂຮງໝໍມະໂຫສົດ ເປັນແຫ່ງ ທີ 2 ແລະ ຄັ້ງທີ 3 ມອບໃຫ້ແກ່ໂຮງ ໝໍຊຸມຊົນ ເມືອງບໍລິຄັນ ແລະ ເທື່ອ​ທີ 4 ແມ່ນໂຮງໝໍຊຸມຊົນ ເມືອງສັງ​ທອງ ແລະ ໃນ​ບໍ່​ດົນ​ນີ້ຍັງມີແຜນຈະສືບຕໍ່ມອບໃຫ້ ແຫ່ງອື່ນໆໃນເວລາຕໍ່ໄປ ສໍາລັບຢາ ທີ່ນໍາມາມອບຊຸດນີ້​ແມ່ນ​ເໝາະແກ່ການນໍາໃຊ້ເຂົ້າໃນການປິ່ນປົວພະຍາດ ແລະ ນໍາໃຊ້ ເຂົ້າໃນການຮັກສາສຸຂະພາບ ແລະ ປິ່ນ ປົວພະຍາດຂອງພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ເຈັບ ເປັນໃຫ້ຫາຍດີ ແລະ ມີຄຸນປະ ໂຫຍດສູງສຸດ.

ພິ​ທີ​ມອ​ບ-ຮັບ​ເຄື່ອງ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນ​ວັນ​ທີ ໃນວັນທີ 26 ມັງກອນ ທີ່​ໂຮງໝໍເມືອງດັ່ງກ່າວ ໂດຍ​ການກ່າວມອບ​​ຂອງ​ ທ່ານ ດາວວອນ ພະ​ຈັນ​ທະ​ວົງ ແລະ ກ່າວ​ຮັບ​ໂດຍ ທ່ານ ດຣ ບຸນ​ຮອງ ດວງ​ມາ​ລາ ຫົວໜ້າຫ້ອງການສາທາລະນະສຸກ ເມືອງ​ສັງ​ທອງ ໂດຍການເຂົ້າເປັນສັກຂີພິຍານຂອງ ທ່ານ ​ບຸນ​ສວຍ ອຸ່ນ​ດາ​ລາ ຮອງ​ເລ​ຂາຄະ​ນະ​ບໍ​ລິ​ຫານ​ງານ​ພັກ​ເມືອງ​ສັງ​ທອງ ປະ​ທານ​ສະ​ພາ​ປະ​ຊາ​ຊົນ (ສ​ສ​ຂ) ເມືອງ​ສັງ​ທອງ ​ພ້ອມ​ດ້ວຍຄະນະນຳຂອງທັງ 2 ພາກ ສ່ວນ.

ໃນຜ່ານມາ ສະມາຄົມມິດຕະພາບ ສ ເກົາຫຼີ-ລາວ ກໍໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ໃນຫຼາຍຄັ້ງໃຫ້ແກ່ ສປປ ລາວ ເປັນຕົ້ນ ຢາປິ່ນປົວພະຍາດ ລວມທັງເຄື່ອງ ຮັບໃຊ້-ອຸປະກອນໃນການປ້ອງກັນພະຍາດ ໂຄວິດ-19 ເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ອື່ນໆ ລວມທັງການກໍ່ສ້າງ ແລະ ປັບປຸງໂຮງຮຽນອະນຸບານ-ໂຮງຮຽນປະຖົມ ເຊິ່ງສະມາຄົມມິດຕະພາບ ລາວ-ສ.ເກົາຫຼ​ີ ກໍໄດ້ພ້ອມ ກັນສືບຕໍ່ນໍາໄປມອບຕໍ່ ໃຫ້ພາກສ່ວນທີ່່ກ່ຽວຂ້ອງ ໂດຍສະເພາະໂຮງຮຽນ ໂຮງໝໍທີ່ຢູ່ເຂດຫ່າງໄກ ສອກຫຼີກ ເປັນທີ່ຮຽບ ຮ້ອຍແລ້ວ.

error: Content is protected !!