ສົ່ງເສີມວັດທະນະທຳທ້ອງຖິ່ນ ຕິດພັນກັບການທ່ອງທ່ຽວໃນເທສະການດອກງີ້ວບານ

ກິດຈະກຳການແຂ່ງຂັນເຮືອໄຟແມ່ນກິດຈະກຳໜຶ່ງໃນເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ທີ່ເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ໃນຕອນແລງວັນທີ 27 ມັງກອນ 2023 ໄດ້ມີກິດຈະກຳການ ແຂ່ງຂັນເຮືອໄຟທີ່ທ່ານໍ້າດອນຊາວ ເຊິ່ງກິດຈະກຳດັ່ງກ່າວເປັນ ການສົ່ງເສີມວັດທະນະທຳອັນດີງາມຂອງທ້ອງຖິ່ນຕິດ ພັນກັບການທ່ອງທ່ຽວ.

ກິດຈະກຳໄຫຼເຮືອໄຟປີນີ້ເປັນປີທຳອິດມີ 8 ບ້ານເຂົ້າຮ່ວມຄື ບ້ານພຽງງາມ ບ້ານດອນມູນ ບ້ານໃຫຍ່ຕົ້ນເຜີ້ງ 1 ບ້ານໃຫຍ່ ຕົ້ນເຜີ້ງ 2 ບ້ານດອນສະຫວັນ ບ້ານສີບຸນເຮືອງ ບ້ານຄວ້ານສາມຫຼ່ຽມຄຳ ແລະ ບ້ານມອມ ການແຂ່ງຂັນອີງໃສ່ການຕົບແຕ່ງ ເອ້ຢອງ ຄວາມເປັນເອກະລັກປະຈຳທ້ອງຖິ່ນຕິດພັນກັບຮີດຄອງປະເພນີ ຂະບວນການແຫ່ ການນຸ່ງຖືທີ່ເປັນເອກະລັກຂອງ ຊົນເຜົ່າ ແລະ ການລອຍເຮືອໄຟ ຜ່ານການຕັດສິນຂອງຄະນະກຳມະການຮັບຜິດຊອບແມ່ນ ບ້ານມອມ ໄດ້ລາງວັນທີ 1 ທີ 2 ບ້ານຄວ້ານສາມຫຼ່ຽມຄຳ ແລະ ລາງວັນທີ 3 ບ້ານໃຫຍ່ຕົ້ນເຜີ້ງ 1 ສຳລັບລາງວັນທີ 1 ໄດ້ຮັບເງິນສົດ 15 ລ້ານກີບ ທີໄດ້ຮັບ ເງິນສົດ 10 ລ້ານກີບ ແລະ ລາງວັນທີ 3 ໄດ້ຮັບເງິນສົດ 7,5 ລ້ານກີບ ນອກນັ້ນ ໄດ້ມອບລາງວັນຊົມເຊີຍໃຫ້ເຮືອທີ່ເຂົ້າຮ່ວມ ບ້ານລະ 5 ລ້ານກີບ.

error: Content is protected !!