ລົດແກ້ວ ສ້າງຜົນງານເດັ່ນ ກວາດ 3 ຫຼຽນຄຳ ໃນ​ງານ ດອກຈານ ບ້ານຊຽງ ເກມ 2023

ລົດແກ້ວ ອິນທະກຸມມານ ນັກກີລາແລ່ນ(ຍິງ) ທີມຊາດລາວ ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດ​ໄດ້ 3 ຫຼຽນຄຳ ແລະ 1 ຫຼຽນ ທອງ ໃຫ້ມະຫາວິທະຍາໄລກຸງເທບ ທົນບູຣີ ໃນງານມະຫະກຳກີລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກ ຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ພ້ອມ​ຍາດລາງວັນທີ 2 ໃນການແຂ່ງຂັນແລ່ນ ໄລຍະທາງ 21 ກິໂລແມັດຍິງ ລາຍການ ຂອນແກ່ນ ອິນເຕີເນຊັນແນວ ມາຣາທອນ 2023 ອີກດ້ວຍ.

ສຳລັບການເຄື່ອນໄຫວຂອງ ລົດແກ້ວ ທະກຸມມານ ສາວນັກກີລາແລ່ນ ທີມຊາດລາວ ໃນການເລີ່ມຕົ້ນປີ 2023 ເຂົ້າຮ່ວມ ແຂ່ງຂັນ 2 ງານລວດ ຈັດຂຶ້ນທີ່ປະເທດເພື່ອນບ້ານ (ໄທ) ເຊິ່ງງານທຳອິດ ແມ່ນໄດ້ລົງຫຼິ້ນໃຫ້ຕົ້ນສັງກັດຂອງຕົນເອງ ກໍຄືມະ ຫາວິທະຍາໄລກຸງເທບ ທົນບູຣີ ໃນງານມະຫະກຳກີລາມະຫາວິທະຍາໄລ ທົ່ວປະເທດໄທ ຄັ້ງທີ 48 ຫຼື ດອກຈານ ບ້ານຊຽງ ເກມ 2023 ທີ່ແຂວງອຸດອນທານີ ເປັນເຈົ້າພາບ ລະຫວ່າງວັນທີ 21-30 ມັງກອນ 2023 ໂດຍ ລົດແກ້ວ ໃກ້ຈະຈົບການ ສຶກສາໃນປີນີ້ ໃນສາຂາວິຊາ ບໍລິຫານທຸລະກິດ ສາຂາການຈັດການ ລະດັບປະລິນຍາເອກ ແລະ ລາຍການ ແລ່ນ ຂອນແກ່ນ ອິນເຕີເນຊັນແນວ ມາຣາທອນ 2023 ຈັດຂຶ້ນເມື່ອວັນທີ 29 ມັງກອນ 2023 ຜ່ານການເຂົ້າຮ່ວມແຂ່ງຂັນ 2 ງານດັ່ງກ່າວ ຜົນປາກົດວ່າ: ນາງ ລົດແກ້ວ ອິນທະກຸມມານ ສາມາດສ້າງຜົນງານໄດ້ຢ່າງໂດດເດັ່ນ ກວາດ 3 ຫຼຽນຄຳ ຈາກລາຍການແລ່ນ 1.500 ແມັດ 5.000 ແມັດ ແລະ 10.000 ແມັດຍິງ ແລະ 1 ຫຼຽນທອງ ຈາກແລ່ນ 800 ແມັດຍິງ.

ນອກຈາກນີ້ ລົດແກ້ວ ຍັງສາມາດຍາດອັນດັບທີ 2 ແລ່ນໄລຍະທາງ 21 ກິໂລແມັດຍິງ ລາຍການ ຂອນແກ່ນ ອິນເຕີເນຊັນ ແນວ ມາຣາທອນ 2023 ຈັດຂຶ້ນ ເມື່ອວັນທີ 29 ມັງກອນ ຜ່ານມາ ເຊິ່ງມີນັກແລ່ນໃນທົ່ວໂລກ ຮ່ວມແຂ່ງຂັນລາຍການ ດັ່ງກ່າວເຖິງ 10 ພັນກວ່າຄົນ.

ລົດແກ້ວ ອິນທະກຸມມານ ໃຫ້ສຳພາດວ່າ: ປັດຈຸບັນ ນ້ອງກຳລັງຈະສະເໜີບົດຈົບການສຶກສາ ໃນສາຂາວິຊາ ບໍລິຫານ ທຸລະກິດ ສາຂາການຈັດການ ລະດັບປະລິນຍາເອກ ຄາດວ່າຈະຈົບການສຶກສາໃນທ້າຍປີນີ້ ຫຼື ຕົ້ນປີ 2024 ທີ່ມະຫາ ວິທະຍາໄລກຸງເທບ ທົນບູລີ ສຳ​ລັບລາຍການຕໍ່​ໜ້າ ​ຈະເຂົ້າຮ່ວມການແຂ່ງຂັນແລ່ນ ອຸດົມໄຊ ຮາບມາຣາທອນ ລາຍ ການການກຸສົນ ຮ່ວມໃຈຕ້ານໄພ  ໜາວ ຈະຈັດຂຶ້ນໃນ​ຕົ້ນ​ເດືອນ ກຸມພາ 2023 ແລະ ກຽມຮ່ວມແຂ່ງຂັນລາຍການ ວຽງຈັນ ອິນເຕີເນຊັນແນວ ຮາບມາຣາທອນ 2023 ຈະຈັດຂຶ້ນໃນເດືອນ ມີນາ 2023 ທີ່ເດີ່ນພະທາດຫຼວງ ແລະ ງານສຳ ຄັນທີ່ ສຸດໃນຊີວິດຂອງ ລົດແກ້ວ ກໍຄື ງານມະຫະກຳກີລາ ຊີເກມ ຄັ້ງທີ 32 ຈະຈັດຂຶ້ນ ທີ່ປະເທດກຳປູເຈຍ ໃນເດືອນພຶດສະພານີ້.

error: Content is protected !!