ຫາລືວຽກງານສົ່ງເສີມການລົງທຶນ-ການທ່ອງທ່ຽວ

ກອງປະຊຸມສົ່ງເສີມການລົງທຶນກຸ່ມບໍລິສັດດອກງິ້ວຄຳ ຈຳກັດ ໃນໂອກາດເທສະການດອກງິ້ວບານ ຄັ້ງທີ 20 ປະຈຳປີ 2023 ຈັດຂຶ້ນວັນທີ 28 ມັງກອນ 2023 ທີ່ໂຮງແຮມດາວດອກງິ້ວຄຳ ເຂດເສດຖະກິດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມີ ທ່ານ ເຄື່ອນເພັດ ວົງຈັນ ຮອງເຈົ້າແຂວງບໍ່ແກ້ວ ທ່ານ ຈ້າວເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມ ຫຼ່ຽມຄໍາ ພ້ອມດ້ວຍນັກ ທຸລະກິດທັງພາຍໃນ ແລະ ຕ່າງປະເທດ ແຂກຖືກເຊີນເຂົ້າຮ່ວມ.

ທ່ານ ເຄື່ອນເພັດ ວົງຈັນ ກ່າວວ່າ: ເພື່ອເປັນການສືບຕໍ່ຊຸກຍູ້ສົ່ງເສີມການລົງທຶນ ແລະ ການທ່ອງ ທ່ຽວໃນດ້ານຕ່າງໆ ພ້ອມ ທັງຍົກໃຫ້ເຫັນເງື່ອນໄຂ ທ່າແຮງ ທີ່ມີຢູ່ພາຍໃນແຂວງ ແລະ ສະພາບການລົງທຶນໃນໄລຍະຜ່ານມາຢູ່ແຂວງບໍ່ແກ້ວ ກໍຄື ຢູ່ ເຂດເສດຖະກິດພິເສດສາມຫຼ່ຽມຄຳຜ່ານມາເຫັນວ່າມີດ້ານດີ ແລະ ຂໍ້ຄົງຄ້າງຕ່າງໆ ເພື່ອພ້ອມກັນປຶກສາຫາລືວິທີແກ້ໄຂໃນ ຕໍ່ໜ້າພ້ອມທັງມີການວາງແຜນນະໂຍບາຍດ້ານຕ່າງໆຕໍ່ການລົງທຶນໃຫ້ສອດຄ່ອງກັບລະບຽບກົດໝາຍການລົງທຶນ ທັງໃຫ້ ຖືກກັບສະພາບຈຸດພິເສດ ຄວາມເປັນຈິງຂອງແຂວງ ເຮັດໃຫ້ການລົງທຶນ ແລະ ການທ່ອງທ່ຽວຢູ່ແຂວງບໍ່ແກ້ວນັບມື້ມີການ ເຕີບໃຫຍ່ຂະຫຍາຍຕົວດີຂຶ້ນກ່ວາເກົ່າ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງເນື້ອໃນສຳຄັນ 2 ຫົວຂໍ້ຄື ການສົ່ງເສີມການລົງທຶນຂອງແຂວງບໍ່ແກ້ວ ການພັດທະນາບັນດາໂຄງ ການສົ່ງເສີມການທ່ອງທ່ຽວ ແລະ ການລົງທຶນພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຈາກນັ້ນຜູ້ເຂົ້າຮ່ວມໄດ້ປຶກສາຫາ ລືແລກປ່ຽນຄຳຄິດຄຳເຫັນເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ການສົ່ງເສີມການລົງທຶນຢູ່ແຂວງບໍ່ແກ້ວກໍຄືຢູ່ເຂດເສດຖະກິດພິ ເສດ ສາມຫຼ່ຽມຄຳໃຫ້ໄດ້ຮັບການຫັນປ່ຽນຢ່າງຕັ້ງໜ້າ ປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດເວົ້າລວມ ໂດຍສະເພາະແມ່ນການສືບຕໍ່ພັດທະນາແຂວງບໍ່ແກ້ວ ແລະ ເສດຖະກິດພິເສດສາມຫຼ່ຽມຄຳໃຫ້ໄດ້ຮັບການພັດທະນາຂຶ້ນ ເລື້ອຍໆ.

error: Content is protected !!