ສະຖານທູດອິນເດຍສະຫຼອງວັນຊາດ ຄົບຮອບ 74 ປີ

ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳລາວ ຈັດພິທີສະຫຼອງວັນຊາດ ຄົບຮອບ 74 ປີ ໃນວັນທີ 26 ມັງ ກອນ 2023 ໂດຍມີທ່ານ ບຸນຕຽມ ພິດສະໄໝ ປະທານສະມາຄົມ ມິດຕະພາບລາວ-ອິນເດຍ ທ່ານ ດິນກ່າ ອາສທານ່າ (Dinkar Asthana) ເອກອັກຄະລັດຖະທູດ ອິນເດຍ ປະຈຳລາວ ພ້ອມດ້ວຍຊາວອິນເດຍທີ່ອາໄສຢູ່ ສປປ ລາວ ເຂົ້າຮ່ວມ.

ໂອກາດດັ່ງກ່າວ ທ່ານ ດິນກ່າ ອາສທານ່າ ຂຶ້ນອ່ານບົດປາໄສ ຂອງ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ ເຊິ່ງມີບາງຕອນກ່ຽວກັບປະຫວັດຄວາມເປັນມາ ແຕ່ອະດີດຈົນເຖິງປັດຈຸບັນ ໂດຍສະເພາະຄວາມກະຕືລືລົ້ນຂອງບັນພະບຸລຸດ ທີ່ເສຍສະຫຼະຊີວິດ ໃນການຕໍ່ສູ້ເພື່ອເສລີພາບຂອງອິນເດຍ ພ້ອມນັ້ນໄດ້ຍ້ອງຍໍຄຸນງາມ ຄວາມດີ ຂອງປະຊາຊົນ ທີ່ໄດ້ເສຍສະຫຼະຕໍ່ປະເທດຊາດ ເປັນຈໍານວນຫຼາຍ ໃນປີ 1951 ອິນເດຍ ມີປະຊາກອນພຽງ 360 ລ້ານຄົນ ປັດຈຸບັນ ປະຊາກອນໄດ້ເພີ່ມຂຶ້ນຢ່າງວ່ອງໄວສະເລ່ຍປະມານ 1 ຕື້ກວ່າຄົນ ພ້ອມນີ້ ເສດຖະກິດກໍໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເພີ່ມຂຶ້ນເຊັ່ນດຽວກັນ ໃນນັ້ນ ພົນລະເມືອງມີອິດສະຫຼະະພາບ ມີຄວາມສະເໝີພາບລະຫວ່າງຍິງ-ຊາຍ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ.

ທ່ານເອກອັກຄະລັດຖະທູດ ຍັງໃຫ້ຮູ້ຕື່ມວ່າ: ສາທາລະນະລັດ ອິນເດຍ ແລະ ສປປ ລາວ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 2 ກຸມພາ 1956 ເຊິ່ງເປັນສາຍພົວພັນທີ່ເປັນມິດຕະພາບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງອິນເດຍ ແລະ ສປປ ລາວ ທີ່ມີໃນປະຫວັດສາດແຕ່ຍາວນານ ອີງໃສ່ການເຊື່ອມໂຍງທາງດ້ານວັດທະນະທໍາ ສາສະໜາ ແລະ ການພົວພັນລະຫວ່າງຄົນກັບຄົນ ກັບອາລິຍະທໍາບູຮານທີ່ມີການພົວພັນກັນ.

ໄລຍະຜ່ານມາ ລັດຖະບານອິນເດຍ ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນຫຼາຍໆດ້ານ ເປັນຕົ້ນ ທາງດ້ານການແພດ ເພື່ອຕໍ່ສູ້ກັບພະຍາດໂຄວິດ-19 ການອະນຸຮັກສະຖານທີ່ ມໍລະດົກໂລກຂອງອົງການ ອຸຍເນັສໂກ ທີ່ວັດພູຈໍາປາສັກ ນອກນີ້ ຍັງໄດ້ຮ່ວມມືດ້ານການທະຫານ ດ້ານການພັດທະນາຊັບພະຍາກອນມະນຸດ ໃຫ້ທຶນການສຶກສາຈຳນວນຫຼາຍ ພາຍໃຕ້ໂຄງການຕ່າງໆ ລວມມີທຶນສະໜັບສະໜູນຈາກສະພາທີ່ປຶກສາ ດ້ານຄວາມສໍາພັນວັດທະນະທໍາ ປະເທດອິນເດຍ ໃນລະດັບປະລິນຍາຕີ ປະລິນຍາໂທ ແລະ ປະລິນຍາເອກ ຢູ່ມະຫາວິທະຍາໄລ ປະເທດອິນເດຍ ຕະຫຼອດຮອດທຶນການເຝິກອົບຮົມຫຼັກສູດໄລຍະກາງ ແລະ ໄລຍະສັ້ນ ໃນສາຂາຕ່າງໆ ພາຍໃຕ້ການສະໜັບສະໜູນ ຈາກໂຄງການຮ່ວມມືດ້ານເຕັກນິກ ແລະ ເສດຖະກິດ ຂອງອິນເດຍ.

ໃນຕອນຄໍ່າຂອງວັນດຽວກັນນັ້ນ ສະຖານເອກອັກຄະລັດຖະທູດອິນເດຍ ປະຈຳ ສປປ ລາວ ຈັດງານລ້ຽງເພື່ອສະສະເຫຼີມສະຫຼອງວັນຊາດຄົບຮອບ 74 ປີ ໂດຍມີທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນ ຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທ່ານ ສຸທັມ ສາກົນນິຍົມ ປະທານສະມາຄົມມິດຕະພາບລາວ-ອິນເດຍ ພ້ອມດ້ວຍ ບັນດາທູຕານຸທູດ ອົງການຈັດຕັ້ງສາກົນ ປະຈຳລາວ ແລະ ແຂກທີ່ຖືກເຊີນ.

error: Content is protected !!