ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ

    ກອງປະຊຸມໂຕະມົນ ປະຈໍາປີ 2022 ທັງຮູບແບບເຊິ່ງໜ້າ ແລະ ຮູບແບບທາງໄກ ໄດ້ຈັດຂຶ້ນໃນວັນທີ 26 ມັງກອນ 2023 ຜ່ານມາທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ເລັ່ງລັດການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ປະຈໍາປີ 2022 ແລະ ແຜນປີ 2023 ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະ ນາ ຂອງ ສປປ ລາວ ໂດຍການເປັນປະທານຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ແລະ ປະທານຮ່ວມ ຂອງທ່ານນາງ ຊາລາ ເຊັກເກເນສ ຜູ້ປະສານງານ ອົງການ ສປຊ ປະຈໍາລາວ ມີບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ຮອງເຈົ້າແຂວງ ຮອງເລຂາທິການ ແລະ ຮອງປະທານກໍາມະທິການ ສະພາແຫ່ງຊາດ ເອກອັກຄະລັດຖະທູດ ທູຕານຸທູດ ອົງການຈັດຕັ້ງສາກົນ ແລະ ພາກສ່ວນເອກະຊົນ ເຂົ້າຮ່ວມຫຼາຍກວ່າ 300 ຄົນ.

    ກອງປະຊຸມໄດ້ຮັບຟັງການສະເໜີ ແລະ ປຶກສາຫາ 5 ຫົວຂໍ້ທີ່ສໍາຄັນ ຄື:ຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2020 ແລະ ແຜນປີ 2003 ຍຸດທະສາດການເງິນ (2023-2025) ເພື່ອສະໜັບສະໜູນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຂອບການຟື້ນຟູເສດຖະກິດ ຂອງ ສປປ ລາວ ຄວາມຄືບໜ້າຂອງການຮ່າງແຜນຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບການດ້ອຍພັດທະນາຢ່າງໂລ່ງລ່ຽນ ຂອງ ສປປ ລາວ ແລະ ທິດທາງໃນຕໍ່ໜ້າການຮ່ວມມື ເພື່ອການພັດທະນາທີ່ມີປະສິດທິຜົນ ພາຍໃຕ້ແຜນ ດໍາເນີນງານຖະແຫຼງການວຽງຈັນ ແລະ ການທົບທວນໜ່ວຍງານຂະແໜງການ.

    ໂອກາດນີ້ ທ່ານ ຄໍາເຈນ ວົງໂພສີ ໄດ້ກ່າວວ່າ: ການຈັດກອງປະຊຸມໂຕະມົນ ແຕ່ລະຄັ້ງແມ່ນມີຄວາມໝາຍຄວາມສໍາຄັນຫຼາຍ ຕໍ່ ສປປ ລາວ ພວກຂ້າພະເຈົ້າ ສໍາລັບກອງປະຊຸມໂຕະມົນ ປະຈໍາປີ 2022 ໃນຄັ້ງນີ້ ຖືເປັນໂອກາດດີ ໃຫ້ແກ່ພວກເຮົາໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປະຈໍາປີ 2022 ແລະ ແຜນປີ 2023 ຍຸດທະສາດການເງິນ ຂອບການຟື້ນຟູເສດຖະກິດ ການອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ກົນໄກການຮ່ວມມື ເພື່ອການພັດທະນາ.

    ພ້ອມກັນນີ້ ທ່ານຍັງໄດ້ຢໍ້າຕື່ມວ່າ: ການຈັດຕັ້ງປະຕິບັດວຽກງານການຮ່ວມມືເພື່ອການພັດທະນາ ຕາມກົນໄກຂອງຂະບວນການໂຕະມົນທີ່ເຄີຍໄດ້ຈັດຕັ້ງປະຕິບັດຜ່ານມາ ລວມທັງໜ່ວຍງານຂະແໜງການ ກໍຄື ແຜນດໍາເນີນງານຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມເພື່ອການພັດທະນາ ທີ່ມີປະສິດທິຜົນ ໄດ້ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສອງວາລະແຫ່ງຊາດຂອງລັດຖະບານ ວາລະການພັດທະນາ 2030 ແລະ ພັນທະສາກົນຕ່າງໆ ທີ່ ສປປ ລາວ ເປັນພາຄີໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້ ເຖິງແມ່ນວ່າ ສປປ ລາວ ຈະປະເຊີນກັບຄວາມຫຍຸ້ງຍາກປານໃດກໍຕາມ ແຕ່ບັນດາປະເທດເພື່ອນມິດ ຄູ່ຮ່ວມພັດທະນາຍັງຮັກສາຄໍາໝັ້ນສັນຍາ ທີ່ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອ ລັດຖະບານ ສປປ ລາວ ເພື່ອປະກອບສ່ວນເຂົ້ານໃນການຈັດຕັ້ງ ປະຕິບັດແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ ແຕ່ລະໄລຍະ ໂດຍລວມແມ່ນມີທ່າອ່ຽງທີ່ດີຂຶ້ນ.

     ທ່ານນາງ ຊາລາ ເຊັກເກເນສ ກໍໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ເນື່ອງຈາກຄວາມທ້າທາຍຫຼາຍຢ່າງທີ່ພວກເຮົາກໍາລັງປະເຊີນຢູ່ໃນປັດຈຸບັນ ຫຼາຍກວ່າທີ່ເຄີຍມີມາ ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການ ການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ ເພື່ອສະໜັບສະໜູນເສັ້ນທາງການພັດທະນາແບບຍືນຍົງ ແລະ ຮອບດ້ານ ຂະບວນການໂຕະມົນນີ້ ຖືເປັນເວທີອັນລ້ໍາຄ່າ ເພື່ອຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍດັ່ງກ່າວ ແລະ ດ້ວຍການປຶກສາຫາລືທີ່ມີແກ່ນສານ ບົນພື້ນຖານການປຶກສາຫາລືບັນດາເນື້ອໃນດ້ານການເງິນເພື່ອການພັດທະນາ ແນວໃດກໍຕາມ ການຟື້ນຟູ ແລະ ຄວາມຢືດຢຸ່ນ ແລະ ການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກການເປັນປະເທດ ດ້ອຍພັດທະນາ ໄດ້ສະແດງໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງກອງປະຊຸມໃນຄັ້ງນີ້ ທີ່ເປັນເວທີ ໃຫ້ແກ່ການປຶກສາຫາລື ແລະ ການແລກ ປ່ຽນເຊິ່ງກັນແລະກັນ.

    ພາຍຫຼັງສໍາເລັດກອງປະຊຸມດັ່ງກ່າວ ທ່ານປະທານ ແລະ ປະທານຮ່ວມຂອງກອງປະຊຸມ ພ້ອມດ້ວຍຜູ້ຕາງໜ້າຝ່າຍຄູ່ຮ່ວມພັດທະນາ ຈະນໍາສະເໜີຜົນ ແລະ ເນື້ອໃນຈິດໃຈຂອງກອງປະຊຸມ ເພື່ອລາຍງານຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນທິດທາງໃນການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຄັ້ງທີ IX ແລະ ວາລະ 2030 ຢ່າງມີປະສິດທິຜົນ.

error: Content is protected !!