ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ

ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 9 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 24 ມິ­ຖຸ­ນາ 2020 ທີ່​ຫ້ອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ (ຫຼັກ 6) ນະ­ຄອນ­ຫລວງ​ວຽງ​ຈັນ ໂດຍ​ການ​ເປັນ​ປະ­ທານ​ຂອງ​ທ່ານ​ນາງ ປາ­ນີ ຢາ​ທໍ່​ຕູ້ ປະ­ທານ​ສະ­ພາ​ແຫ່ງ​ຊາດ ແລະ ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ບຸນ​ຍັງ ວໍ­ລະ​ຈິດ ເລ­ຂາ­ທິ­ການ​ໃຫຍ່​ຄະ­ນະ​ບໍ­ລິ­ຫານ​ງານ​ສູນ​ກາງ​ພັກ ປະ­ທານ​ປະ­ເທດ​ແຫ່ງ ສປປ ລາວ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ແລະ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ.

ໃນ​ໄລ­ຍະ​ດຳ­ເນີນ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ ຄະ­ນະ​ເລ­ຂາ­ທິ­ການ​ສະ­ພາ​ແຫ່ງ​ຊາດ ໄດ້​ຈັດ​ຕັ້ງ​ໜ່ວຍ​ງານ​ຮັບ­ຜິດ­ຊອບ​ໂທລະ­ສັບ​ສາຍ​ດ່ວນ ເພື່ອ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະ­ເໜີ​ໂດຍ​ກົງ​ຈາກ​ປະ­ຊາ­ຊົນ ທີ່​ຈະ​ສົ່ງ​ໄປ​ຍັງ​ກອງ​ປະ­ຊຸມ​ສະ­ພາ​ແຫ່ງ​ຊາດ​ໃນ​ຄັ້ງ​ນີ້ ບັນ­ດາ​ທ່ານ​ສາ­ມາດ​ສົ່ງ​ຄຳ​ຄິດ​ຄຳ​ເຫັນ ແລະ ຄຳ​ສະ­ເໜີ​ໄປ​ຍັງ​ກອງ​ປະ­ຊຸມ​ໄດ້​ຕາມ​ໝາຍ​ໂທລະ­ສັບ​ບໍ່​ເສຍ​ຄ່າ ໝາຍ​ເລກ: 156 ໂທລະ​ສານ ໝາຍ​ເລກ: 021 413528 ສົ່ງ​ເປັນ​ຈົດ­ໝາຍ​ທາງ​ໄປ­ສະ­ນີ ຕູ້ ປນ. 662 ສົ່ງ​ອີ​ເມວ: na_session@na.gov.la.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!