TPLUS-BVB ສືບຕໍ່ຮ່ວມມືພັດທະນາເຍົາວະຊົນ ແລະ ນັກກີລາຕົ້ນແບບໃຫ້ສັງຄົມລາວ

    ພິທີລົງນາມສັນຍາວ່າດ້ວຍການເປັນຄູ່ຮ່ວມມືດ້ານທຸລະກິດ ລະຫວ່າງບໍລິສັດ ທີພລັດ ດີຈີຕອນ ຈຳກັດຜູ້ດຽວ ​(TPLUS) ແລະ ສະໂມສອນບານເຕະ Borussia Dortmund (BVB) ຈັດຂຶ້ນວັນທີ 30 ມັງກອນ 2023 ຢູ່ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານ ທ່ອນແກ້ວ ສີຫາວົງ ຜູ້ອຳນວຍການໃຫຍ່ບໍລິສັດ ທີພລັດ ດີຈີຕອນ ຈຳກັດຜູ້ດຽວ ແລະ ທ່ານ Suresh Letchmanan ຜູ້ອໍານວຍການໃຫຍ່ສະໂມສອນ BVB ປະຈໍາອາຊີ ມີຄະນະຜູ້ບໍລິຫານກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ຄະນະອຳນວຍການບໍລິສັດ Lao Mobile Money ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ປີ 2019 TPLUS ຫຼື ທີ່ຮູ້ຈັກກັນດີໃນນາມເບີຫຼັກ 7 ແມ່ນເຄືອຂ່າຍມືຖືຊັ້ນແນວໜ້າໃນ ສປປ ລາວ ໄດ້ຮ່ວມມືກັນກັບສະໂມສອນບານເຕະ BVB ຈາກເຢຍລະມັນ ໂດຍການແລກປ່ຽນກັນທາງຊັບສິນປະເພດສື່ໂຄ ສະນາ ແລະ ການໃຊ້ລິຂະສິດຮ່ວມກັນ ເຊິ່ງໄດ້ນຳເອົາຮູບຖ່າຍຂອງນັກກີລາບານເຕະສະໂມສອນ BVB ຄື: ມາໂຄ້ລອຍ ແລະ ເບີກຈູວິນແຮມ ແລະ ລິຂະສິດອື່ນໆເຂົ້າໃນການສົ່ງເສີມການຕະຫຼາດ ເປັນຕົ້ນການນຳໃຊ້ມາອອກແບບໃນຊິມ TPLUS ໃນໂປສເຕີ້ ໃບປິວ ແລະ ສື່ Social Media Banner ຕ່າງໆຂອງ Brand TPLUS ໃນຮູບແບບ Brand Collaboration ນອກນີ້ສອງຝ່າຍຍັງໄດ້ຮ່ວມມືກັນສ້າງກິດຈະກຳຮ່ວມກັນ ໂດຍມີກິດຈະກຳແຂ່ງຂັນ Street Football 3×3 ການແລກປ່ຽນດ້ານກິດຈະກຳໃນຊ່ອງທາງອອນລາຍ ໂດຍໃຫ້ບັນດາ Celebrity ມາຮ່ວມໃນການຖ່າຍຮູບຄູ່ກັບເສື້ອນັກກີລາທີມ BVB ເຊິ່ງໄດ້ຮັບການຕອບ-ຮັບຈາກແຟນຄັບຊາວລາວດີຫຼາຍ ສົ່ງຜົນໃຫ້ TPLUS ແລະ BVB ສືບຕໍ່ການເປັນຄູ່ຮ່ວມທຸລະກິດໃນປີ 2023.

    ທ່ານ ທ່ອນແກ້ວ ສີຫາວົງ ກ່າວວ່າ: ຕົນ ຮູ້ສຶກເປັນກຽດ ແລະ ປິຕິຍິນດີຢ່າງຍິ່ງທີ່ TPLUS ແລະ BVB ຈາກປະເທດເຢຍລະມັນ ໄດ້ລົງນາມສັນຍາຮ່ວມມືດ້ານທຸລະກິດເປັນທາງການ ເຊິ່ງການຮ່ວມມືຄັ້ງນີ້ TPLUS ຈະເປັນເຄືອຂ່າຍບູລິມະສິດພຽງຜູ້ດຽວ ໃນການມອບໂອກາດສຸດພິເສດໃຫ້ແຟນໆ BVB ໃນ ສປປ ລາວ ເພື່ອໃຫ້ສາມາດເຂົ້າເຖິງ ແລະ ສໍາຜັດກັບປະຫວັດອັນຍິ່ງໃຫຍ່ ຍາວນານ ຮ່ວມຊື່ນຊົມຜູ້ຫຼິ້ນລະດັບໂລກ ພ້ອມທັງຮ່ວມຕິດຕາມເລື່ອງລາວຂອງການກ້າວຂຶ້ນເປັນແຊັມ ຂອງສະໂມສອນ BVB ນອກຈາກຈະພາແຟນໆບານເຕະເປີດປະສົບການໃໝ່ນຳພວກເຮົາແລ້ວ ດ້ານວົງການກີລາພວກເຮົາຍັງມີແຜນຊ່ວຍຜັກດັນການສ້າງຜົນປະໂຫຍດໃນດ້ານການພັດທະນາເຍົາວະຊົນ ໂດຍສະເພາະເລື່ອງຄວາມຮູ້ ຄວາມສາມາດ ແລະ ສ້າງນັກກີລາຕົ້ນແບບໃຫ້ສັງຄົມລາວ ເພື່ອໃຫ້ນັກກີລາລາວມີໂອກາດຍົກລະດັບຝີມືບານເຕະຂອງຕົນໃຫ້ທຽບເທົ່າສາກົນ.

    ການລົງນາມຄັ້ງນີ້ ເພື່ອສືບຕໍ່ເປັນຄູ່ຮ່ວມທຸລະກິດທີ່ມີເປົ້າໝາຍໃນການພັດທະນາເຍົາວະຊົນ ແລະ ນັກກີລາຕົ້ນແບບໃຫ້ສັງຄົມລາວ ພັດທະນາທັກສະ ຄວາມຮູ້ຄວາມສາມາດໃຫ້ນັກກີລາລາວໃຫ້ສາມາດກ້າວສູ່ເວທີສາກົນ ຈັດແຂ່ງຂັນ Street football ໃຫ້ນະຄອນຫຼວງວຽງຈັນ ແຂວງຫຼວງພະບາງ ແລະ ແຂວງສະຫວັນນະເຂດ ເພື່ອສົ່ງເສີມກິດຈະກຳດ້ານກີລາໃຫ້ມີສີສັນ ເປີດໂອກາດໃຫ້ເຍົາວະຊົນທົ່ວປະເທດເຂົ້າຮ່ວມສະແດງຄວາມສາມາດ ນອກນີ້ສອງຝ່າຍຍັງຈະສືບຕໍ່ແລກປ່ຽນດ້ານບຸລິມະສິດ ແລະ ຮູບພາບນັກກີິລາສຳລັບຊິມ TPLUS Dortmund ຮູບໂສມໃໝ່ Branding ສື່ໂຄສະນາອື່ນໆຂອງ TPLUS ໃນປີ 2023 ຕື່ມອີກ.

error: Content is protected !!