ສຕລ ຍົກລະດັບການບໍລິຫານຈັດການແຂ່ງຂັນບານເຕະ

ພີ​ທີ​ເປີດ​ການ​ຈັດ​ເຝິກ­ອົບ­ຮົມ ຜູ້​ຄວບ​ຄຸມ​ການ​ແຂ່ງ­ຂັນ ແລະ ຜູ້​ປະ­ສານ​ງານ​ການ​ແຂ່ງ­ຂັນ​ບານ­ເຕະ​ຂອງ​ສະ­ຫະ­ພັນ​ບານ­ເຕະ​ແຫ່ງ​ຊາດ (ສຕລ) ປະ­ຈຳ​ປີ 2020 ຈັດ​ຂຶ້ນ​ວັນ​ທີ 22 ມິ­ຖຸ­ນາ 2020 ຢູ່​ຫ້ອງ​ປະ­ຊຸມ ສຕລ ບ້ານ​ຫ້ວຍ​ຫົງ ເມືອງ​ຈັນ­ທະ​ບູ​ລີ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ​ນາງ ກັນ­ຍາ ແກ້ວ​ມະ­ນີ ເລ­ຂາ­ທິ­ການ ສຕລ ທ່ານ ໂພ​ທອນ ຖາ­ນະ​ວະ​ດີ ຫົວ­ໜ້າ​ພະ​ແນກ​ຈັດ­ການ​ແຂ່ງ­ຂັນ ທ່ານ ສັນ­ຕິ​ກອນ ແສງ​ດາ­ລາ ຮອງ​ຫົວ­ໜ້າ​ພະ​ແນກ​ຈັດ­ການ​ແຂ່ງ­ຂັນ ທ່ານ ຈັນ­ທະ​ວົງ ສິ­ລິ​ມະ­ໂນ​ທຳ ຜູ້​ຊ່ວຍ​ເລ­ຂາ­ທິ­ການ (ຜູ້​ເຝິກ​ສອນ) ພ້ອມ​ດ້ວຍ​ຜູ້​ເຂົ້າ​ຮ່ວມ​ຄວບ​ຄຸມ​ການ​ແຂ່ງ­ຂັນ ຈຳ­ນວນ 9 ທ່ານ ແລະ ຜູ້​ປະ­ສານ​ງານ ຈຳ­ນວນ 20 ທ່ານ ໃນ​ນັ້ນ​ເປັນ​ຍິງ 7 ທ່ານ ເຂົ້າ​ຮ່ວມ.

ການ​ຈັດ​ເຝິກ­ອົບ­ຮົມ​ໃນ​ຄັ້ງ​ນີ້ ກໍ​ເພື່ອ​ກະ­ກຽມ​ໃສ່​ການ​ແຂ່ງ­ຂັນ​ລາຍ­ການ​ແຂ່ງ­ຂັນ​ຕ່າງໆ​ຂອງ ສຕລ ຈັດ​ຂຶ້ນ ປະ­ຈຳ​ປີ 2020 ເພື່ອ​ສົ່ງ­ເສີມ ແລະ ຂະ­ຫຍາຍ​ວຽກ​ງານ​ການ​ຈັດ­ການ​ແຂ່ງ­ຂັນ​ບານ­ເຕະ​ພາຍ​ໃນ​ປະ­ເທດ ໃນ​ທຸກ​ລະ­ດັບ ໃນ​ແຕ່​ລະ​ປີ ເພື່ອ​ເປັນ​ການ​ສ້າງ​ຖານ​ບຸ​ຄະ​ລະ​ກອນ​ກີ­ລາ​ບານ­ເຕະ​ໃຫ້​ຫຼາຍ​ຂຶ້ນ ເປົ້າ​ໝາຍ​ຍົກ​ລະ­ດັບ​ການ​ບໍ­ລິ­ຫານ​ຈັດ­ການ​ແຂ່ງ­ຂັນ ໂດຍ​ເປັນ​ການ​ເປີດ​ກວ້າງ​ໃຫ້​ກັບ​ບຸ​ຄະ­ລາ​ກອນ​ຮຸ່ນ​ສືບ​ທອດ​ໃນ​ໜ້າ​ວຽກ​ດັ່ງ­ກ່າວ.

ທ່ານ​ນາງ ກັນ­ຍາ ແກ້ວ​ມະ­ນີ ໄດ້​ເນັ້ນ​ໜັກ​ໃຫ້​ບັນ­ດາ​ນັກ​ສຳ​ມະ​ນາ​ກອນ​ເອົາ­ໃຈ­ໃສ່​ເຝິກ­ອົບ­ຮົມ ນັບ­ຖື​ກົດ​ລະ­ບຽບ ປະ­ຕິ­ບັດ​ຕາມ​ໂມງ​ຢ່າງ​ເຂັ້ມ​ງວດ ຖ້າ​ຫາ​ກວ່າ​ສຳ​ມະ​ນາ​ກອນ​ໃດ​ຫາກ​ມີ​ຜົນ­ງານ​ດີ ຫຼື ຄະ­ແນນ​ດີ ກໍ​ຈະ​ມີ​ໂອ­ກາດ​ເຂົ້າ​ຮ່ວມ​ເປັນ​ບຸ​ຄະ­ລາ​ກອນ​ຈັດ­ການ​ແຂ່ງ­ຂັນ​ບານ­ເຕະ ສຕລ ແລະ ກ້າວ​ໄປ​ສູ່​ບຸ​ຄະ­ລາ​ກອນ​ຈັດ­ການ​ແຂ່ງ­ຂັນ​ລະ­ດັບ​ນາໆຊາດ.

ການ​ເຝິກ​ອົບ​ຮົບ​ແມ່ນ​ໄດ້​ດຳ­ເນີນ​ໃນ​ລະ­ຫວ່າງ ວັນ​ທີ 22-24 ມິ­ຖຸ­ນາ 2020 ເປັນ​ໄລ­ຍະ​ເວ­ລາ 3 ວັນ ຕະ­ຫຼອດ​ການ​ເຝິກ­ອົບ­ຮົມ​ສຳ​ມະ​ນາ​ກອນ ແມ່ນ​ຈະ​ໄດ້​ຮຽນ​ຮູ້​ທາງ​ດ້ານ​ພາກ​ທິດ​ສະ​ດີ ແລະ ພາກ​ປະ­ຕິ­ບັດ​ຕົວ​ຈິງ ເຊິ່ງ​ມີ​ການ​ສອບ­ເສັງ​ທົດ​ສອບ​ຄວາມ​ຮູ້ ແລະ ຄວາມ​ເຂົ້າ­ໃຈ​ຕ່າງໆ.

error: Content is protected !!