ຕິດຕາມມາດຕະການທົ່ວໂລກ ເຝົ້າລະວັງໂຄວິດລະບາດ ຮອບ 2

ຈັນ​ການ​ຜ່ອນ­ຄາຍ​ມາດ​ຕະ­ການ​ປ້ອງ​ກັນ ແລະ ການ​ເປິດ​ດຳ­ເນີນ​ການ​ຂອງ​ພາກ​ທຸ­ລະ​ກິດ​ໃນ​ປະ­ເທດ​ຕ່າງໆ ເຮັດ​ໃຫ້​ເກີດ​ການ​ກັບ​ມາ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ອີກ ເຊິ່ງ​ເປັນ​ເລື່ອງ​ທີ່​ຕ້ອງ​ໄດ້​ຕິດ­ຕາມ​ເຝົ້າ​ລະ­ວັງ ຫຼັງ​ຈາກ​ທີ່​ເກີດ​ການ​ຕິດ­ເຊື້ອ​ແບບ​ກຸ່ມ​ຮອບ​ໃໝ່​ໃນ​ຫຼາຍ​ປະ­ເທດ.

ເລີ່ມ​ຈາກ “ຈີນ” ເລີ່ມ​ຜ່ອນ­ຄາຍ​ມາດ​ຕະ­ການ​ຄຸມ​ເຂັ້ມ​ໃນ​ພື້ນ​ທີ່​ຕ່າງໆ ພ້ອມ​ທັງ​ເຊົາ​ມາດ​ຕະ­ການ​ປິດ​ເມືອງ​ໃນ​ເມືອງ​ອູ​ຮັ່ນ ເມື່ອ​ວັນ​ທີ 8 ເມ­ສາ​ຜ່ານ​ມາ ຫຼັງ​ຈາກ​ທີ່​ປິດ​ເມືອງ​ມາ​ນານ​ເຖິງ 11 ອາ­ທິດ ໂດຍ​ໃນ​ໄລ­ຍະ​ເດືອນ​ເມ­ສາ ຍອດ​ການ​ຕິດ­ເຊື້ອ​ສ່ວນ​ໃຫຍ່​ໃນ​ຈີນ​ມີ​ບໍ່​ຫຼາຍ​ປານ­ໃດ ແລະ ຍັງ​ເປັນ​ການ​ຕິດ­ເຊື້ອ​ຈາກ​ຜູ້​ທີ່​ເດີນ­ທາງ​ມາ​ຈາກ​ຕ່າງ­ປະ­ເທດ ຈົນ​ກະ­ທັ່ງ​ພົບ​ການ​ຕິດ­ເຊື້ອ​ຄັ້ງ​ໃໝ່​ທີ່​ອູ່​ຮັ່ນ ແລະ ຊູ​ຫຼານ ເຮັດ​ໃຫ້​ທາງ​ການ​ຈີນ​ປະ­ກາດ​ຍົກ​ລະ­ດັບ​ຄວາມ​ສ່ຽງ​ໃນ​ເມືອງ​ຊູ​ຫຼານ ເປັນ​ລະ­ດັບ​ສູງ​ທັນ­ທີ.

ນອກ­ຈາກ​ນີ້ ທາງ​ການ­ເມືອງ​ຊູ​ຫຼານ ຍັງ​ປະ­ກາດ​ໃຊ້​ມາດ​ຕະ­ການ​ປິດ​ເມືອງ​ອີກ​ຄັ້ງ ຊຶ່ງ​ປົກ​ຄຸມ​ເຖິງ​ການ​ຈຳ­ກັດ​ການ​ເດີນ­ທາງ​ສັນ­ຈອນ ການ​ປິດ​ສວນ​ສະ­ໜຸກ ຫ້ອງ​ສະ­ໝຸດ ແລະ ອິນ​ເຕີ​ເນັດ​ຄາ​ເຟ່ ຂະ­ນະ​ທີ່​ຄະ­ນະ​ກຳ­ມະ­ການ​ສຸ­ຂະ­ພາບ​ແຫ່ງ​ຊາດ​ຂອງ​ຈີນ (NHC) ສົ່ງ​ຄະ­ນະ​ເຮັດ​ວຽກ​ລົງ­ພື້ນ​ທີ່​ໃນ​ເມືອງ​ຊູ​ຫຼານ​ທັນ­ທີ ພາຍ­ຫຼັງ​ພົບ​ຜູ້​ຕິດ­ເຊື້ອ​ໂຄ​ວິດ-19 ລາຍ​ໃໝ່ ທີ່​ໄດ້​ຮັບ​ການ​ຢືນ­ຢັນ​ແລ້ວ ຈຳ­ນວນ​ທັງ​ໝົດ 11 ລາຍ ເມື່ອ​ວັນ​ອາ­ທິດ (10 ພຶດ­ສະ­ພາ) ທີ່​ຜ່ານ​ມາ ໂດຍ​ກໍ­ລະ­ນີ​ການ​ຕິດ­ເຊື້ອ​ທັງ​ໝົດ ເປັນ​ການ​ຕິດ­ເຊື້ອ​ພາຍ​ໃນ​ປະ­ເທດ.

ມາດ​ຕະ­ການ​ທີ່​ຈີນ​ປະ­ກາດ​ໃຊ້ ຫຼັງ​ຈາກ​ທີ່​ພົບ​ການ​ຕິດ­ເຊື້ອ​ລາຍ​ໃໝ່ ໃນ​ປະ­ເທດ​ທີ່​ມີ​ປະ­ຊາ­ກອນ​ມະ­ຫາ­ສານ​ດ້ວຍ​ເຊັ່ນ​ກັນ ຄື ການ​ກວດ​ຫາ​ເຊື້ອ​ໃນ​ກຸ່ມ​ປະ­ຊາ­ຊົນ​ເຖິງ 11 ລ້ານ​ຄົນ ຖື​ເປັນ​ມາດ​ຕະ­ການ​ທີ່​ຈີນ​ໄດ້​ນຳ​ມາ​ໃຊ້​ເພີ່ມ​ເຕີມ ແລະ ຍັງ​ສະ­ແດງ​ໃຫ້​ເຫັນ​ຊຶ່ງ​ສັກ­ກະ​ຍະ​ພາບ ແລະ ຄວາມ​ພ້ອມ​ດ້ານ​ເຕັກ​ໂນ​ໂລ​ຊີ​ການ​ແພດ​ຂອງ​ປະ­ເທດ.

ຂະ­ນະ​ທີ່ “ສ ເກົາ­ຫຼີ” ເລືອກ​ໃຊ້​ມາດ​ຕະ­ການ​ກວດ​ສອບ​ຫາ​ເຊື້ອ​ໃນ​ກຸ່ມ​ສ່ຽງ ເຖິງ​ແມ່ນ​ວ່າ​ຈະ​ພົບ​ຜູ້​ຕິດ­ເຊື້ອ​ໂຄ​ວິດ-19 ເພີ່ມ​ຂຶ້ນ ແລະ ສ້າງ​ຄວາມ​ກັງ­ວົນ​ວ່າ​ອາດ​ເກີດ​ການ​ແຜ່​ລະ­ບາດ ຮອບ​ທີ 2 ໃນ​ປະ­ເທດ ຫຼັງ​ພົບ​ການ​ຕິດ­ເຊື້ອ​ທີ່​ຍ່ານ​ຮ້ານ​ບັນ­ເທີງ​ຊື່​ດັງ ໂດຍ​ຜູ້​ຕິດ­ເຊື້ອ​ລາຍ​ໜຶ່ງ​ທີ່​ໄປ​ທ່ຽວ​ສະ­ຖານ​ບັນ­ເທີງ​ໃນ​ຍ່ານ​ດັ່ງ­ກ່າວ ລວມ​ກັນ​ເຖິງ 5 ແຫ່ງ​ເມື່ອ​ຄືນ​ວັນ​ທີ 1 ພຶດ­ສະ­ພາ​ຜ່ານ​ມາ ສົ່ງ​ຜົນ​ໃຫ້​ທາງ​ການ ສ ເກົາ­ຫຼີ ປະ­ກາດ​ຕາມ​ຫາ​ຕົວ​ຜູ້​ທີ່​ເດີນ­ທາງ​ໄປ​ຮ້ານ​ບັນ­ເທີງ​ດຽວ​ກັນ​ກັບ​ຜູ້​ຕິດ­ເຊື້ອ​ດັ່ງ­ກ່າວ ປະ­ມານ 1.510 ຄົນ ເພື່ອ​ນຳ​ບຸກ­ຄົນ​ເຫຼົ່າ​ນີ້​ມາ​ກວດ​ຫາ​ເຊື້ອ ແລະ ສັ່ງ​ປິດ​ສະ­ຖານ​ບັນ­ເທີງ​ອີກ​ຄັ້ງ.

ການ​ຕິດ­ເຊື້ອ​ແບບ​ກຸ່ມ​ຫຼ້າ​ສຸດ ໃນ ສ ເກົາ­ຫຼີ ບໍ່​ໄດ້​ນຳ­ໄປ​ສູ່​ການ​ໃຊ້​ມາດ​ຕະ­ການ​ປິດ​ເມືອງ​ອີກ​ຄັ້ງ ແຕ່ ສ ເກົາ­ຫຼີ ເລືອກ​ທີ່​ຈະ​ກວດ​ຫາ​ເຊື້ອ​ໃນ​ກຸ່ມ​ສ່ຽງ ເນື່ອງ​ຈາກ​ຄວາມ​ກັງ­ວົນ​ກ່ຽວ​ກັບ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ ພາຍ­ຫຼັງ​ຈາກ​ທີ່​ຕົວ​ເລກ​ຈ້າງ​ງານ​ເດືອນ​ເມ­ສາ​ຜ່ານ​ມາ ປັບ​ຕົວ​ຫຼຸດ​ລົງ​ຫຼາຍ​ທີ່​ສຸດ​ນັບ​ຕັ້ງ­ແຕ່​ປີ 1999 ຫຼັງ​ການ​ແຜ່​ລະ­ບາດ​ຂອງ​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ ກະ­ທົບ​ຕະ­ຫຼາດ​ວຽກ ສ ເກົາ­ຫຼີ ຢ່າງ​ໜັກ.

ຕົວ​ເລກ​ຈ້າງ​ງານ​ເດືອນ​ເມ­ສາ​ຜ່ານ​ມາ ຢູ່​ທີ່ 26,56 ລ້ານ​ຕຳ­ແໜ່ງ ຫຼຸດ​ລົງ 476.000 ຕຳ­ແໜ່ງ ຈາກ​ໄລ­ຍະ​ເວ­ລາ​ດຽວ​ກັນ​ຂອງ​ປີ​ທີ່​ຜ່ານ​ມາ ຊຶ່ງ​ເປັນ​ສະ­ຖິ­ຕິ​ທີ່​ປັບ​ຕົວ​ລົງ​ຫຼາຍ​ສຸດ​ນັບ​ແຕ່​ເດືອນ​ກຸມ­ພາ 1999.

ສ່ວນ​ຫຼາຍ​ປະ­ເທດ​ໃນ​ທະ­ວີບ​ເອີ​ຣົບ ເລີ່ມ​ຜ່ອນ­ຄາຍ​ມາດ​ຕະ­ການ​ປິດ​ເມືອງ ທ່າມ­ກາງ​ຄວາມ​ວິ­ຕົກ​ກັງ­ວົນ​ວ່າ​ຈະ​ເກີດ​ການ​ຕິດ­ເຊື້ອ​ໂຄ​ວິດ-19 ຮອບ​ໃໝ່ ໃນ​ເອີ​ຣົບ​ໄລ­ຍະ​ລະ­ດູ​ຮ້ອນ​ນີ້ ໂດຍ​ຜູ້​ຊ່ຽວ­ຊານ​ເຕືອນ​ວ່າ ຈຳ­ນວນ​ຜູ້​ຕິດ­ເຊື້ອ​ທີ່​ຫຼຸດ​ລົງ​ໃນ​ເອີ​ຣົບ ລວມ​ທັງ​ອຸນ­ຫະ­ພູມ​ທີ່​ສູງ​ຂຶ້ນ​ໃນ​ເອີ​ຣົບ​ໄລ­ຍະ​ນີ້ ອາດ​ຈະ​ເຮັດ​ໃຫ້​ປະ­ຊາ­ຊົນ ບໍ່​ຢາກ​ຈະ​ປະ­ຕິ­ບັດ​ຕາມ​ມາດ​ຕະ­ການ​ຮັກ­ສາ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ ແລະ ກົດ​ລະ­ບຽບ​ດ້ານ​ສຸ​ຂະ​ອະ­ນາ­ໄມ​ຫຼາຍ​ພໍ​ເທົ່າ­ໃດ ນອກ­ຈາກ​ນີ້ ຈາກ​ຜົນ​ການ​ສຶກ​ສາ​ກ່ຽວ​ກັບ​ການ​ລະ­ບາດ​ທີ່​ເກີດ​ຂຶ້ນ​ກ່ອນ​ໜ້າ​ນີ້ ຜູ້​ຊ່ຽວ­ຊານ​ເອງ​ກໍ​ລະ­ບຸ​ໃນ​ຜົນ​ການ​ສຶກ​ສາ​ດັ່ງ­ກ່າວ​ວ່າ ການ​ລະ­ບາດ​ຮອບ​ທີ 2 ມີ​ທ່າ​ອ່ຽງ​ວ່າ​ຈະ​ເກີດ​ຂຶ້ນ​ໃນ​ໄລ­ຍະ​ລະ­ດູ​ຮ້ອນ​ນີ້​ດ້ວຍ​ເຊັ່ນ​ກັນ.

ທ່ານ ສະ​ເຕ​ຟານ ເດິ ເຄຍ​ສະ​ເມກ​ເຄີ ໂຄ­ສົກ​ຂອງ​ຄະ­ນະ​ກຳ­ມາ​ທິ​ການ​ເອີ​ຣົບ ກ່າວ​ວ່າ ປະ­ເທດ​ສະ­ມາ­ຊິກ​ຂອງ​ສະ­ຫະ­ພາບ​ເອີ​ຣົບ ຄວນ​ຈະ​ກຽມ​ຄວາມ​ພ້ອມ​ຮັບ​ມື​ກັບ​ການ​ຕິດ­ເຊື້ອ​ຄັ້ງ​ທີ 2 ດ້ວຍ​ການ​ຍົກ​ລະ­ດັບ ລະ­ບົບ​ປ້ອງ​ກັນ ແລະ ກວດ​ສອບ​ທີ່​ມີ​ຢູ່​ເດີມ ຂະ­ນະ​ດຽວ​ກັນ ທາງ​ສະ­ຫະ­ພາບ​ເອີ​ຣົບ ກໍ​ຍັງ​ຄົງ​ມຸ່ງ​ໝັ້ນ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັບ​ສູນ​ປ້ອງ​ກັນ ແລະ ຄວບ​ຄຸມ­ພະ​ຍາດ​ເອີ​ຣົບ ເພື່ອ​ດູ​ແລ​ກົນ​ໄກ​ໃນ​ການ​ຕິດ­ຕໍ່​ສື່­ສານ​ເລື່ອງ​ຄວາມ​ສ່ຽງ​ໃຫ້​ສາ­ມາດ​ເຮັດ​ໜ້າ­ທີ່ ໃນ​ການ​ສ້າງ​ຄວາມ​ເຂົ້າ­ໃຈ​ໃຫ້​ກັບ​ປະ­ຊາ­ຊົນ​ວ່າ ການ​ລະ­ບາດ​ອີກ​ຮອບ​ຂອງ​ໂຄ​ວິດ-19 ເປັນ​ສະ­ຖາ­ນະ​ການ​ທີ່​ສາ­ມາດ​ເກີດ​ຂຶ້ນ​ໄດ້.

error: Content is protected !!