ມາດຕະການຕ້ານຢາສູບ ຢູ່ອັງກິດ ແລະ ມົງໂກລີ

ວັນ​ທີ 31 ພຶດ­ສະ­ພາ​ຂອງ​ທຸກໆ​ປີ ແມ່ນ​ມື້​ງົດ​ຢາ­ສູບ​ໃນ​ທົ່ວ​ໂລກ ທີ່​ເອີ້ນ​ເປັນ​ພາ­ສາ​ອັງ­ກິດ​ວ່າ “No Tobbacco Day” ນັ້ນ​ເປັນ​ໂອ­ກາດ​ດີ​ປີ​ລະ​ເທື່ອ ເພື່ອ​ໃຫ້​ຊາວ​ໂລກ​ທົບ​ທວນ​ຫວນ​ເຖິງ​ໄພ​ອັນ­ຕະ­ລາຍ​ຮ້າຍ​ແຮງ ຂອງ​ທາດ​ນີ​ໂກ​ຕິນ​ຕໍ່​ສຸ­ຂະ­ພາບ​ຂອງ​ຄົນ​ເຮົາ ສະ­ຖິ­ຕິ​ສາ­ກົນ​ຊີ້​ອອກ​ວ່າ ໃນ​ແຕ່​ລະ​ປີ ຈຳ­ນວນ​ຜູ້​ເສຍ​ຊີ­ວິດ​ຈາກ​ພະ­ຍາດ​ທີ່​ເກີດ​ຈາກ​ການ​ສູບ­ຢາ​ນັ້ນ​ສູງ​ເຖິງ 8 ລ້ານ​ຄົນ ສ່ວນ​ຢູ່​ປະ­ເທດ​ລາວ​ພວກ​ເຮົາ​ນັ້ນ ໂດຍ​ສະ­ເລ່ຍ​ແລ້ວ​ມີ​ຄົນ​ເສຍ​ຊີ­ວິດ​ຈາກ​ທາດ​ເບື່ອ​ນິ​ໂກ​ຕິນ ວັນ​ລະ 17 ຄົນ ສ່ວນ​ຜົນ​ເສຍ​ຫາຍ​ທາງ​ດ້ານ​ເສດ­ຖະ­ກິດ​ນັ້ນ​ນັບ​ບໍ່​ຖ້ວນ ຕໍ່​ໄປ​ຜູ້​ຂຽນ​ມີ​ເລື່ອງ​ເລົ່າ​ກ່ຽວ​ກັບ​ມາດ​ຕະ­ການ​ເດັດໆ​ຂອງ​ອັງ­ກິດ ແລະ ມົງ​ໂກ​ລີ ໃນ​ສະ­ໜາມ­ຮົບ​ຕ້ານ​ຢາ­ສູບ.

ທີ່​ອັງ­ກິດ: ມາດ​ຕະ­ການ​ຫ້າມ​ສູບ­ຢາ​ໃນ​ອັງ­ກິດ​ນັ້ນ ນອກ­ຈາກ​ເປັນ​ຂໍ້​ບັງ­ຄັບ​ກວມ​ລວມ ຄື ປະ­ຕິ­ບັດ​ກັນ​ຢູ່​ປະ­ເທດ​ຕ່າງໆ​ແລ້ວ ຍັງ​ມີ​ຂໍ້​ຫ້າມ​ສູບ­ຢາ​ໃນ​ລົດ​ທີ່​ມີ​ເດັກ ອາ­ຍຸ​ຕ່ຳ​ກວ່າ 18 ຮ່ວມ​ໂດຍ­ສານ​ເນື່ອງ​ຈາກ​ໄດ້​ມີ​ຜົນ​ການ​ວິ­ໄຈ​ທີ່​ຊີ້​ອອກ​ວ່າ: ການ​ສູບ­ຢາ​ຢູ່​ໃນ​ລົດ​ນັ້ນ ເປັນ​ອັນ­ຕະ­ລາຍ​ກວ່າ​ສູບ​ຢູ່​ເຮືອນ​ເຖິງ 10 ເທົ່າ ເພາະ­ວ່າ​ພື້ນ​ທີ່​ໃນ​ລົດ​ນັ້ນ​ແຄບ ເຮັດ​ໃຫ້​ຮອບ​ວຽນ​ຂອງ​ຄວັນ​ຢາ​ກະ­ທົບ​ໃສ່​ຄົນ​ໃນ​ລົດ​ໄດ້​ຫຼາຍ​ຮອບ​ການ​ເປີດ​ແວ່ນ​ລົດ ເວ­ລາ​ສູບ­ຢາ​ນັ້ນ ກໍ​ບໍ່​ສາ­ມາດ​ປ່ອຍ​ສານ­ພິດ​ອອກ​ໄດ້​ໝົດ ຂໍ້​ຫ້າມ​ສູບ­ຢາ​ໃນ​ລົດ​ທີ່​ມີ​ເດັກ​ຮ່ວມ​ຢູ່​ນຳ ໄດ້​ກຳ­ນົດ​ໂທດ​ປັບ​ໃໝ​ເປັນ​ເງິນ​ຈຳ­ນວນ 50 ປອນ (ສະ­ກຸນ​ເງິນ​ອັງ­ກິດ ປະ­ມານ​ກວ່າ 6 ແສນ​ກີບ) ສຳ­ລັບ​ຜູ້​ລະ­ເມີດ​ເດັກ­ນ້ອຍ ເປັນ​ກຸ່ມ​ສ່ຽງ​ສູງ​ຈາກ​ຜົນ​ຮ້າຍ​ຂອງ​ຢາ­ສູບ ຍ້ອນ​ວ່າ​ປອດ​ຂອງ​ຄົນ​ໃນ​ໄວ​ນີ້​ມີ​ຂະ­ໜາດ​ນ້ອຍ ແລະ ພູມ​ຕ້ານ­ທານ ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ເຕັມ​ສ່ວນ​ເທື່ອ ຂ່າວ​ໃຫ້​ຮູ້​ຕື່ມ​ວ່າ ຂໍ້​ຫ້າມ​ສູບ­ຢາ​ໃນ​ລົດ​ທີ່​ມີ​ເດັກ­ນ້ອຍ​ນັ້ນ ໄດ້​ປະ­ກາດ​ໃຊ້​ໃນ​ຫຼາຍໆ​ປະ­ເທດ​ແລ້ວ ແຕ່​ສ່ວນ​ຢູ່​ປະ­ເທດ​ມໍ​ຣິ​ຊຽດ​ພີ ຄວາມ​ເປັນ​ພິ­ເສດ​ກວ່າ ຄື ຫ້າມ​ສູບ­ຢາ​ໃນ​ລົດ​ຢ່າງ​ເດັດ­ຂາດ ບໍ່​ວ່າ​ຜູ້​ທີ່​ໂດຍ­ສານ​ມາ​ນຳ​ຈະ​ເປັນ​ເດັກ­ນ້ອຍ ຫຼື ຜູ້​ໃຫຍ່​ກໍ​ຕາມ.

ທີ່​ມົງ​ໂກ​ລີ: ມາດ​ຕະ­ການ​ຕ້ານ​ຢາ­ສູບ​ຢູ່​ປະ­ເທດ​ມົງ​ໂກ​ລີ​ນີ້ ເນັ້ນ​ການ​ລົງ­ໂທດ​ປັບ​ໃໝ​ຢ່າງ​ໜັກ ໂດຍ​ມີ​ການ​ຈຳ­ແນກ​ຜູ້​ກະ­ທຳ​ຜິດ ທີ່​ເປັນ​ປະ­ຊາ­ຊົນ​ທຳ​ມະ​ດາ​ສາ­ມັນ ແລະ ເປັນ​ພະ­ນັກ­ງານ​ຂັ້ນ​ຕ່າງໆ ເຊັ່ນ: ປະ­ຊາ­ຊົນ​ທຳ​ມະ​ດາ​ທີ່​ລະ­ເມີດ​ຂໍ້​ຫ້າມ​ສູບ­ຢາ​ຈະ​ຖືກ​ປັບ​ໃໝ ຈຳ­ນວນ 50.000 ຕຸກ​ຣິກ (Tugrik ສະ­ກຸນ​ເງິນ​ມົງ​ໂກ​ລີ ຫຼື ເທົ່າ​ກັບ 35 ໂດ​ລາ​ສະ­ຫະ­ລັດ) ຖ້າ​ເປັນ​ພະ­ນັກ­ງານ​ລັດ​ທົ່ວ​ໄປ ຈະ​ຖືກ​ປັບ​ໃໝ​ເປັນ​ເງິນ​ລະ­ຫວ່າງ 10 ຫາ 20 ເທື່ອ​ຂອງ​ເງິນ­ເດືອນ​ພື້ນ­ຖານ​ຂອງ​ຜູ້­ກ່ຽວ ແລະ ຖ້າ​ເປັນ​ພະ­ນັກ­ງານ​ປະ­ຕິ­ບັດ​ກົດ­ໝາຍ ການ​ປັບ​ໃໝ​ກໍ​ຈະ​ເພີ່ມ​ຂຶ້ນ​ເປັນ 25 ຫາ 50 ເທື່ອ​ຂອງ​ເງິນ­ເດືອນ​ພື້ນ­ຖານ​ຂອງ​ຜູ້­ກ່ຽວ ຍ້ອນ​ເຫດ­ຜົນ​ວ່າ ຕົນ​ເອງ​ເປັນ​ພະ­ນັກ­ງານ​ປະ­ຕິ­ບັດ​ກົດ­ໝາຍ ແຕ່​ຕົນ​ເອງ​ພັດ​ລະ­ເມີດ.

ມົງ​ໂກ​ລີ ມີ​ກົດ­ໝາຍ​ຄວບ​ຄຸມ​ຢາ­ສູບ​ສະ­ບັບ​ປີ 1993 ແລະ ໄດ້​ມີ​ການ​ປັບ­ປຸງ​ຄືນ­ໃໝ່​ໃນ​ປີ 2005 ແລະ ປີ 2013 ກົດ­ໝາຍ​ໄດ້​ກຳ­ນົດ​ຫ້າມ​ໂຄ­ສະ­ນາ​ຢາ­ສູບ​ໃນ​ທຸກໆ​ຮູບ​ແບບ ຫ້າມ​ຂາຍ​ຢາ­ສູບ​ໃນ​ວົງ​ລັດ­ສະ­ໝີ ຫຼຸດ 500 ແມັດ​ຈາກ​ໂຮງ­ຮຽນ ຫ້າມ​ຂາຍ​ຢາ­ສູບ​ໃຫ້​ລູກ​ຄ້າ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 21 ປີ ແລະ ອື່ນໆ.

error: Content is protected !!