ຈັບຊາຍໜຸ່ມກໍ່ເຫດຄາດຕະກຳຄົນ​ຮູ້​ຈັກຢ່າງໂຫດຮ້າຍ ເພື່ອ​ຊີງ​ຊັບ

ອີງ​ຕາມກ​ານ​ລາຍ​ງານ​ຂ່າວ​ຂອງເພ​ຈ ໜັງ​ສື​ພິ​ມ​ຄວາມ​ສະ​ຫງົບ ເມື່ອບໍ່​ດົນ​ຜ່ານ​ມາ​ໃຫ້​ຮູ້​ວ່າ: ເຈົ້າໜ້າທີ່ ປກສ ແຂວງຄໍາມ່ວນ ຈັບຊາຍ ອາຍຸ 24 ປີ ທີ່ກໍ່ເຫດຄາດຕະກໍາ ເພື່ອປຸ້ນຊັບ ທ້າວ ຖາວອນ ຫຼື ເຢັ້ນລີ້ ໄດ້ເງິນຈໍານວນ 70 ກວ່າລ້ານກີບ ຈາກນັ້ນ ໄດ້ເອົາຕົວຫຼົບໜີ ແລະ ຖືກເຈົ້າໜ້າ ທີ່ຕິດຕາມຈັບຕົວໄດ້.

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນເວລາ 10:30 ໂມງ ຂອງວັນທີ 31 ມັງກອນ 2023 ເຈົ້າໜ້າທີ່ ໄດ້ຮັບລາຍງານ ຈາກ ປກສ ເມືອງມະຫາໄຊ ວ່າ: ເກີດເຫດການຄາດຕະກໍາ ແລະ ປຸ້ນຊັບ ທ້າວ ຖາວອນ ຫຼື ເຢັນລີ້ ອາຍຸ 38 ປີ ຄ້າຂາຍຢູ່ ບ້ານໂພນສະອາດ ເມືອງມະຫາໄຊ ເຈົ້າໜ້າທີ່ລົງຊັນນະສູດຊາກສົບ ແລະ ເປີດເບິ່ງກ້ອງວົງຈອນປິດ ຈຶ່ງຮູ້ວ່າຜູ້ລົງມືກໍ່ເຫດຊື່ ທ້າວ ອຸດອນ ອາຍຸ 24 ປີຢູ່ບ້ານໜອງໂນ ເມືອງບົວລະພາ ເຈົ້າໜ້າທີ່ຈຶ່ງນໍາຈັບຕົວໄດ້ໃນເວລາປະມານ 17:00 ໂມງວັນດຽວ ກັນ.

ຜູ້ກໍ່ເຫດສາລະພາບວ່າ: ໄດ້ຮູ້ຈັກກັບ ທ້າວ ຖາວອນ ຫຼື ເຢັ້ນລີ້ (ຜູ້ເສຍຊີວິດ) ມາແຕ່ປີ 2020 ແລະ ພວກກ່ຽວກໍໄດ້ຕິດຕໍ່ພົວ ພັນ ມາຮອດໄລຍະໜຶ່ງທັງສອງຢຸດເຊົາຕິດຕໍ່ຫາກັນ ຈົນມາຮອດເດືອນມັງກອນ 2023 ພວກກ່ຽວໄດ້ຕິດຕໍ່ພົວພັນກັນອີກ ໃນວັນທີ 30 ມັງກອນ 2023 ທ້າວ ເຢັ້ນລີ້ ໄດ້ສົ່ງຂໍ້ຄວາມມາຖາມວ່າ ບໍ່ລົງມາຫຼິ້ນບຸນທາດເມືອງເກົ່າບໍ ແລະ ຜູ້ກ່ຽວ ຕອບວ່າ: ໄປເພາະຊິໄປຮັບເອົາແຟນມາແຕ່ປະເທດໄທ ທ້າວ ເຢັ້ນລີ້ ບອກວ່າ: ຖ້າລົງມາແລ້ວມາແວ່ຫຼິ້ນນໍາກ່ອນເດີ ຕໍ່ມາເວລາ 13:00 ໂມງ ຂອງວັນດຽວກັນ ທ້າວ ອຸດອນ ໄດ້ຂັບຂີ່ລົດຈັກ ເພື່ອໄປຮັບເອົາຜູ້ສາວມາແຕ່ປະເທດໄທ ພໍມາຮອດເມືອງມະຫາໄຊ ເວ ລາປະມານ 15:00 ໂມງຂອງວັນດຽວກັນ ໄດ້ແວ່ພັກຢູ່ຮ້ານຂອງ ທ້າວ ເຢັ້ນລີ້ ຕໍ່ມາເວລາ 18:00 ໂມງ ກໍພາກັນ ຍ່າງໄປກິນ ຊີ້ນດາດຢູ່ຮ້ານໃກ້ຄຽງ ໃນຂະນະນັ້ນເຫັນມີຄົນມາໂອນເງິນນໍາ ທ້າວ ເຢັ້ນລີ້ ຈາກນັ້ນ ຜູ້ກ່ຽວ ໄດ້ຖາມຢືມເງິນຈໍານວນ 70 ລ້ານກີບ ຊິເອົາໄປແຕ່ງເມຍ ແລະ ທ້າວ ເຢັ້ນລີ້ ກໍຕອບວ່າ: ເຈົ້າມີເງິນສົດບໍ່ສິໂອນໃຫ້ໂດຍບໍ່ຄິດໄລ່ເປີເຊັນ ແລະ ຜູ້ກ່ຽວກໍຕອບ ວ່າ: ມີຢູ່ໃນກະເປົາ ແລະ ໃນເວລານັ່ງກິນຊີ້ນດາດຢູ່ນັ້ນ ກໍຫາວິທີວາງແຜນເອົາເງິນຈາກ ທ້າວ ເຢັ້ນລີ້ ຕະຫຼອດເວລາ.

ເວລາຕໍ່ມາປະມານ 20:00 ໂມງ ຂອງວັນທີ 30 ມັງກອນ 2023 ທ້າວ ເຢັ້ນລີ້ ກໍປິດຮ້ານ ແລະ ນັບເງິນຈໍານວນຫຼາຍໃສ່ຖົງສີ ດໍາ ເພື່ອນໍາໄປໄວ້ໃນຕູ້ເຊັບ ຈຶ່ງໄດ້ຄິດຫາວິທີຜິດຖຽງກັນ ເພື່ອເຮັດໃຫ້ ທ້າວ ເຢັ້ນລີ້ ລໍາຄານ ໂດຍການນໍາເອົາຢາສູບມາສູບ ແລະ ທ້າວ ເຢັ້ນລີ້ ໄດ້ບອກໃຫ້ຜູ້ກ່ຽວໄປນອນຢູ່ນອກ ໃນເວລານັ້ນຜູ້ກ່ຽວກໍຄິດວ່າ ຖ້າຢາກໄດ້ເງິນ ແມ່ນຕ້ອງລົງມືຄາດຕະ ກໍາເທົ່ານັ້ນ ຈຶ່ງໄດ້ຍ່າງໄປຈັບເອົາສາກເຂົ້າເບືອຍາວປະມານ 30 ຊັງຕີແມັດ ມາເຊື່ອງໄວ້ຢູ່ຂ້າງໂຕະຄອມ ໃນເວລາດຽວກັນ ທ້າວ ເຢັ້ນລີ້ ຈັບມີດຄັດເຕີຊີ້ໜ້າ ພ້ອມທັງໂທລະສັບບອກຄົນໃຫ້ມາຫາຢູ່ຮ້ານ ເມື່ອໄດ້ຍິນແນວນັ້ນຈຶ່ງໂດດໄປກັດຄໍ ທ້າວ ເຢັ້ນລີ້ ແລະ ປໍ້າລົງພື້ນພ້ອມທັງເອົາສາກເຂົ້າ ເບືອຕີຫົວບໍລິເວນຫົວ ທັງໝົດ 9 ບາດ ແຕ່ຍັງເຫັນວ່າ ທ້າວ ເຢັ້ນລີ້ ຍັງມີການ ເໜັງຕີງ ຈຶ່ງໄດ້ແກ້ເອົາເສື້ອແຂນສັ້ນຂອງຕົນ ມາມັດຄໍແລ້ວໃຊ້ເຂົ່າເບື້ອງຊ້າຍເຕັງໃສ່ກ້ານຄໍ ຕີນເບື້ອງຂວາຢຽບສົ້ນເສື້ອ ສ່ວນ ມືທັງສອງຂ້າງແມ່ນດຶງສົ້ນເສື້ອຢ່າງແຮງ ເພື່ອເຮັດໃຫ້ ທ້າວ ເຢັ້ນລີ້ ຂາດໃຈຕາຍພາຍໃນ 20 ນາທີ ແຕ່ບໍ່ຕາຍ ຈຶ່ງໄດ້ຍ່າງໄປ ຈັບເອົາມີດຢູ່ເຮືອນຄົວຍາວປະ ມານ 20 ຊັງຕີແມັດ ແລະ ກວ້າງປະມານ 4-5 ຊັງຕີແມັດ ມາປາດຄໍ 2 ບາດ ເຮັດ ໃຫ້ຫຼອດ ລົມຂາດ ແລະ ເສຍຊີວິດທັນທີ.

ຈາກນັ້ນ ຜູ້ກ່ຽວກໍໄດ້ໄປອາບນໍ້າລ້າງຕົນຕົວ ພ້ອມທັງນໍາຜ້າແພມາເຊັດເລືອດ ແລະ ໄປຈັບເອົາເງິນຢູ່ຕູ້ເຊັບ ລີ້ນຊັກຕູ້ ແລະ ມ້າງກ້ອງວົງຈອນປິດມາໄວ້ ເມື່ອໄດ້ ເຄື່ອງແລ້ວກໍຂັບຂີ່ລົດຈັກມຸ່ງໜ້າໄປທາງຫົວພູ ພໍໄປຮອດຂົວນໍ້າຍົມ ກໍໄດ້ນໍາ ກ້ອງວົງ ຈອນປິດຖິ້ມລົງນໍ້າ ແລ້ວຂີ່ລົດ ກັບໄປບ້ານໜອງໂນ.

ຕໍ່ມາ ເວລາ 10:00 ໂມງ ຈຶ່ງໄດ້ນໍາ ເງິນຈໍານວນດັ່ງກ່າວມານັບໄດ້ເງິນ 75.000.000 ກີບ ເງິນບາດ 1.280 ບາດ, ໂທລະສັບ 2 ເຄື່ອງ ແລະ ແທັບເລັດ 1 ໜ່ວຍ ຈາກນັ້ນ ກໍຖືກເຈົ້າໜ້າທີ່ເຂົ້າຈັບຕົວໄປດຳເນີນຄະດີຕາມກົດໝາຍ.

error: Content is protected !!