ເຈົ້າຄອງ ນວ ຕ້ອນຮັບການເຂົ້າພົບປະທານຄະນະມິດຕະພາບລັດ ຖະສະພາຣັດເຊຍ-ລາວ

ວັນທີ 7 ກຸມພາ 2023 ທີ່ຫ້ອງວ່າການນະຄອນ ຫຼວງວຽງຈັນ (ນວ) ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ ໄດ້ຕ້ອນຮັບການເຂົ້າພົບປະຂອງ ທ່ານ ປາເວວ ຕາຣາການົບ ສະມາຊິກກໍາມາທິການງົບປະມານ ແລະ ການເງິນຕະຫຼາດ ປະ ທານຄະນະມິດຕະພາບລັດຖະສະພາຣັດເຊຍ-ລາວ ຂອງສະພາສູງແຫ່ງສະຫະພັນຣັດເຊຍ ພ້ອມຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ວັນທີ 6-10 ກຸມພາ 2023.

ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການມາພົບປະຂອງສະ ມາຊິກກໍາມາທິການງົບປະມານ ແລະ ການເງິນຕະ ຫຼາດ ປະທານຄະນະມິດຕະພາບລັດຖະສະພາຣັດ ເຊຍ-ລາວ ຂອງສະພາສູງແຫ່ງສະຫະພັນຣັດເຊຍພ້ອມຄະນະຄັ້ງນີ້ ເປັນການເສີມຂະຫຍາຍາຍພົວ ພັນຮ່ວມມືລະຫວ່າງສອງພັກ-ສອງລັດເວົ້າສະ ເພາະ ການພົວພັນຮ່ວມມືລະຫວ່າງ ນວ ແລະ ບັນ ດາແຂວງ ນະຄອນຫຼວງຂອງສະຫະພັນຣັດເຊຍ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມນັ້ນຍັງ ງານສະພາບລວມການພັດທະ ນາເສດຖະກິດ-ສັງຄົມຂອງ ນວ ເພື່ອເປັນພື້ນຖານຂອງການຮ່ວມມືລຫວ່າງ ນວ ແລະ ສະຫະພັນຣັດ ເຊຍໃນອະນາຄົດ.

ໂອກາດນີ້ທ່ານ ປາເວວ ຕາຣາການົບ ໄດ້ສະແດງຄວາມຂອບໃຈຕໍ່ເຈົ້າຄອງ ນວ ພ້ອມຄະນະທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ເຊິ່ງການການມາຢ້ຽມຢາມ ສປປ ລາວ ຂອງຂ້າພະເຈົ້າພ້ອມຄະນະຄັ້ງນີ້ ຖືເປັນຄັ້ງທໍາອິດ ແລະ ການພົບປະນີ້ເປັນໂອ ກາດທີ່ດີໃນການພິຈາລະນາການຮ່ວມມືລະດັບທ້ອງຖິ່ນ ເວົ້າສະເພາະການສ້າງສາຍພົວພັນຮ່ວມ ມືດ້ານເສດຖະກິດ-ການຄ້າ ແລະ ອື່ນໆ ລະຫວ່າງບັນດາແຂວງ ນະຄອນຫຼວງວຽງຈັນ ສະຫະພັນຣັດເຊຍ ແລະ ນະຄອນຫຼວງວຽງຈັນໃນອະນາຄົດໃຫ້ເປັນຮູບປະທໍາ.

error: Content is protected !!