ມາສເຕີ ແຕ່ງຕັ້ງ “ວຸດທິວັດ” ເປັນຄູເຝິກຄົນໃໝ່ ຫວັງຄວ້າແຊັມເຕະບານ ເປບຊີ ລາວລີກ 2023

 ສະໂມສອນ ມາສເຕີ ເຊເວັນ ເອັບຊີ ປະກາດແຕ່ງຕັ້ງ ທ່ານ ວຸດທິວັດ ແດງສະເໝີກຽດ ຄູເຝິກລະດັບ A ລາຍການເຊັນຂອງສະຫະພັນບານເຕະອາຊີ ຫຼື ເອເອັບຊີ ຊາວໄທ ເປັນຄູເຝິກຄົນໃໝ່ ຢ່າງເປັນທາງການ ພ້ອມຕັ້ງເປົ້າໝາຍຈະໄລ່ລ່າແຊັມເຕະບານ ເປບຊີ ລາວລີກ ລະດູການ 2023 ເພື່ອມອບຄວາມສຸກໃຫ້ແຟນບານທຸກຄົນ.

ພິທີເປີດຕົວ ທ່ານ ວຸດທິວັດ ແດງສະເໝີກຽດ ເປັນຄູຝຶກຄົນໃໝ່ຂອງ ສະໂມສອນ ມາສເຕີ ເຊເວັນ ເອັບຊີ ຈັດຂຶ້ນ ເມື່ອວັນທີ 3 ກຸມພາ ຜ່ານມາ ທີ່ຫ້ອງການສະໂມສອນດັ່ງກ່າວ ເຂດບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ບຸນຖະໜອມ ສີຫາລາດ ຮອງປະທານສະໂມສອນ ມາສເຕີ ເຊເວັນ ເອັບຊີ ແລະ ທ່ານ ວຸດທິວັດ ແດງສະເໝີກຽດ ຄູຝຶກຊາວໄທ ພ້ອມດ້ວຍບັນດາສື່ມວນຊົນລາວທຸກຂະແໜງການເຂົ້າຮ່ວມ.  

ໂອກາດນີ້ ທ່ານ ບຸນຖະໜອມ ສີຫາລາດ ກ່າວວ່າ: ປັດຈຸບັນ ມາສເຕີ ເຊເວັນ ເອັບຊີ ກໍາລັງຂຸ້ນຂ້ຽວກຽມທີມເພື່ອໄລ່ລ່າແຊັມເຕະບານ ເປບຊີ ລາວລີກ 1 ຕໍ່ ຫຼັງ 2 ລະດູການທີ່ຜ່ານມາຍາດໄດ້ເປັນພຽງທີມຮອງແຊັມ ແຕ່ປີນີ້ພິເສດ ພວກເຮົາໄດ້ເຊີນເອົາທ່ານຄູເຝິກທີ່ມີປະສົບການສູງ ແລະ ເຄີຍປະສົບຜົນສໍາເລັດໃນວົງການບານເຕະໄທ ຢ່າງຫຼວງຫຼາຍ ມາຊ່ວຍພັດທະນານັກກິລາພາຍໃນທີມ ພັດທະນາສະໂມສອນ ກໍຄືສ້າງສີສັນໃນວົງການບານເຕະລາວ ໃຫ້ພົ້ນເດັ່ນຍິ່ງໆຂຶ້ນ ແລະ ແນ່ນອນວ່າປີນີ້ ພວກເຮົາໄດ້ຕັ້ງເປົ້າໝາຍໄວ້ສູງຈະພະຍາຍາມໄລ່ລ່າແຊັມ ລະດູການນີ້ ໃຫ້ເປັນຄັ້ງປະຫວັດສາດໃຫ້ໄດ້.

ໂອກາດດຽວກັນ ທ່ານ ວຸດທິວັດ ແດງສະເໝີກຽດ ກ່າວວ່າ:  ການທີ່ເລືອກມາຄຸມ ທີມມາສເຕີ ເຊເວັນ ເອັບຊີ ເພື່ອຢາກຈະພັດທະນານັກເຕະໜຸ່ມນ້ອຍ ພັດທະນາທີມ ແລະ ພັດທະນາວົງການບານເຕະລາວໃຫ້ມີບາດກ້າວທີ່ພົ້ນເດັ່ນຂຶ້ນ ເຖິງຢ່າງໃດກໍດີ ໃນຄວາມຮູ້ສຶກສ່ວນຕົວແມ່ນມີຄວາມດີໃຈ ແລະ ເປັນກຽດຢ່າງສູງທີ່ສະໂມສອນແຫ່ງນີ້ ໃຫ້ຄວາມເຊື່ອໝັ້ນ ຊຶ່ງເປັນສິ່ງທີ່ທ້າທ້າຍໃໝ່ໃນບົດບາດໃນການເປັນຄູເຝິກ ພາຍຫຼັງທີ່ໄດ້ມາຮ່ວມທີມນີ້ ກໍໄດ້ເລັ່ງເຫັນ 3 ຈຸດແຂງຂອງທີມ ກໍຄື ມີກອງເຊຍທີ່ດີ ເຊຍກັນເປັນລະບົບນີ້ຄື ຜູ້ຫຼິ້ນທີ່ 12 ທີ່ດີ ນັກກີລາທຸກຄົນມີຄວາມສາມາດສູງ ແລະ  ພວກເຮົາມີທີມງານທີ່ເປັນມືອາຊີບ ເຊື່ອວ່າປີນີ້ ມາສເຕີ ເຊເວັນ ເອັບຊີ ພວກເຮົາທຸກຄົນຈະພ້ອມໃຈກັນຮ່ວມສ້າງປະຫວັດສາດ ຄອງແຊ໋ມ ເປບຊີ ລາວລີກ 1 ລະດູການນີ້ໃຫ້ໄດ້.

ສຳລັບ ທ່ານ ວຸດທິວັດ ແດງສະເໝີກຽດ ແມ່ນມີຜົນງານໂດດເດັ່ນມາຢ່າງຫຼວງຫຼາຍ ທັງໃນທີມເຍົາວະຊົນ ທີມຊາດໄທ ນັບແຕ່ ປີ 1981 ຈົນຮອດປີ 1989 ກໍເຄີຍເຮັດໜ້າທີ່ ຄຸມທີມຊາດໄທຊຸດໃຫຍ່ ແລະ ເຄີຍພາທີມທະນາຄານກຸງໄທ ຄວ້າແຊັມ ດິວິຊັນ 2 (1993) ຄວ້າແຊັມ ດິວິຊັນ 1 (1999) ຄວ້າແຊັມໄທພຣີເມຍລີກ (ສອງປີຊ້ອນ) ລາຍການ ຄິງຄັບ (ສອງປີຊ້ອນ) ແລະ ລາຍການ ເອເອັບຊີ ແຊັມປ້ຽນລີກ 2004 ແລະ 2005.

error: Content is protected !!