ນາຍົກລັດຖະມົນຕີ ເນັ້ນໃຫ້ ຂະແໜງກະສິກຳ ສຸມໃສ່ຍູ້ແຮງການຜະລິດພາຍໃນ

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ແຕ່ລະຂົງເຂດວຽກງານກະສິກຳ-ປ່າໄມ້ ສຸມໃສ່ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍສະເພາະ ເລັ່ງໃສ່ຊຸກຍູ້ການຜະລິດກະສິກຳ ທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບ ໄປພ້ອມກັບການເອົາໃຈໃສ່ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ.

ໃນໂອກາດເຂົ້າຮ່ວມໂອ້ລົມປິດກອງສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈຳປີ 2022 ແລະ ທິດທາງແຜນການປີ 2023 ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍຕໍ່ກັບການຈັດຕັ້ງປະຕິບັດວຽກງານຂອງ ຂະແໜງກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດໃນໄລຍະໜຶ່ງປີຜ່ານມາ ເຊິ່ງສາມາດຍາດໄດ້ຜົນງານຢ່າງຫຼວງຫຼາຍ ອັນທີ່ພົ້ນເດັ່ນແມ່ນພວກທ່ານ ໄດ້ພ້ອມກັນສູ້ຊົນປະຕິບັດຄາດໝາຍທີ່ວາງອອກ ເຮັດໃຫ້ຂະແໜງ ກະສິກຳ ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມີການພັດທະນາໄປຕາມທິດທີ່ວາງໄວ້ ເຮັດໃຫ້ຈັງຫວະການຂະຫຍາຍຕົວຂອງຂົງເຂດກະສິກຳ-ປ່າໄມ້ ຢູ່ໃນລະດັບ 2,9% ໃນນີ້ຂະແໜງການປູກຝັງ ການລ້ຽງສັດ ແລະ ການປະມົງ ກໍລ້ວນແຕ່ໄດ້ຮັບການພັດທະນາດີຂຶ້ນ ພາໃຫ້ລວມຍອດຜະລິດຕະພັນຂົງເຂດກະສິກຳ-ປ່າໄມ້ກວມເອົາ 17,5% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ດ້ານການຄໍ້າປະກັນສະບຽງອາຫານ ເຫັນໄດ້ວ່າ ພວກເຮົາສາມາດຜະລິດໂດຍສະເພາະແມ່ນເຂົ້າ ໄດ້ຢ່າງພຽງພໍ ມີສ່ວນແຮໄວ້ ແລະ ຈຳໜ່າຍຈຳນວນໜຶ່ງ ສາມາດມີສິນຄ້າຮັບໃຊ້ພາຍໃນ ທົດແທນການນໍາເຂົ້າໄດ້ໂດຍພື້ນຖານ ສາມາດສົ່ງອອກໄດ້ຫຼາຍກວ່າ 1,5 ຕື້ໂດລາສະຫະລັດ ຂະແໜງປ່າໄມ້ໄດ້ຮັບການປົກປັກຮັກສາທີ່ເຂັ້ມງວດຂຶ້ນກວ່າເກົ່າ ຕາມຄຳສັ່ງຂອງຂັ້ນເທິງ ມີການຟື້ນຟູປ່າໄມ້ຄືນ ຂະແໜງການພັດທະນາຊົນນະບົດ ໄດ້ມີໂສມໜ້າໃໝ່ ແລະ ມີການຫັນປ່ຽນດີຂຶ້ນເປັນກ້າວໆ.

ໂອກາດນີ້ ກໍຂໍສະແດງຊົມເຊີຍຕໍ່ຜົນສໍາເລັດ ກໍຄື ຜົນງານຂອງບັນດາສະຫາຍການນຳກະຊວງ ແລະ ພະນັກງານໝົດທຸກທ່ານ ແຕ່ສູນກາງຮອດທ້ອງຖິ່ນ ທີ່ພວກທ່ານຍາດມາໄດ້ນັ້ນ ແຕ່ເຖິງຢ່າງໃດກໍດີຜົນສຳເລັດທີ່ເຮັດໄດ້ຜ່ານມານັ້ນເຖິງແມ່ນໃຫຍ່ຫຼວງກໍຈິງ ແຕ່ເມື່ອທຽບກັບການເລັ່ງທວງຂອງສະພາບການໃໝ່ ແລະ ຄວາມຮຽກຮ້ອງຕ້ອງ ການພັດທະນາ ແຕ່ລະຂົງເຂດວຽກງານກະສິກຳ-ປ່າໄມ້ເຫັນວ່າຍັງມີຫຼາຍດ້ານທີ່ຕ້ອງໄດ້ສືບຕໍ່ບຸກບືນສູ້ຊົນຕື່ມອີກໃຫ້ມີຜົນສຳເລັດເປັນຕົ້ນ ຢາກເນັ້ນໜັກພາກສ່ວນກ່ຽວຂ້ອງແຕ່ລະຂັ້ນ ສຸມໃສ່ຍູ້ແຮງການຜະລິດພາຍໃນ ເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໃຫ້ຫຼາຍຂຶ້ນ ໂດຍສະເພາະ ເລັ່ງໃສ່ຊຸກຍູ້ການຜະລິດກະສິກຳ ທີ່ມີທ່າແຮງ ແລະ ຕະຫຼາດຮອງຮັບ ດຳເນີນມາດຕະຖານສົ່ງເສີມ ແລະ ປົກປ້ອງຜູ້ຜະລິດພາຍໃນໃຫ້ເຂັ້ມແຂງ ແລະ ໝັ້ນຄົງ ດຳເນີນການຈັດສັນເຂດການຜະລິດ-ການປຸງແຕ່ງ ຟື້ນຟູ ແລະ ປັບປຸງ ໂຄງລ່າງພື້ນຖານການຜະລິດກະສິກຳ ໃຫ້ມີປະສິດທິຜົນສູງ ຍົກລະດັບ ສູນຄົ້ນຄວ້າ ແລະ ການສະໜອງທຶນໃຫ້ແກ່ສູນບໍລິການເຕັກນິກກະສິກຳ ແນໃສ່ສະໜອງແນວພັນພືດ-ແນວພັນສັດ ແລະ ເຕັກນິກວິຊາການ ໃຫ້ແກ່ຜູ້ທຳການຜະລິດ ເພື່ອຫຼຸດຜ່ອນຕົ້ນທຶນການຜະລິດ ເພີ່ມຜົນຜະລິດທີ່ມີຄຸນນະພາບ ແລະ ລາຄາທີ່ສາມາດແກ້ງແຍ້ງແຂ່ງຂັນກັບປະເທດອ້ອມຂ້າງ ແລະ ສາກົນໄດ້.

ສຳລັບວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນສະເພາະໜ້ານີ້ ຕ້ອງເຮັດໜ້າທີ່ ປະສານສົມທົບກັບ ບັນດາຂະແໜງການ ທ້ອງຖິ່ນ ສ້າງແຜນການ ຊຸກຍູ້ ຕິດຕາມ ກວດກາ ແລະ ປະເມີນ ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມຄຳສັງຂອງກົມການເມືອງສູນກາງພັກ ເລກທີ 097/ກມສພ ກົດໝາຍຈັດສັນພູມລຳເນົາ ແລະ ອາຊີບເລກທີ 45/ສພຊ ດຳລັດ 348/ລບ ແລະ ຂໍ້ຕົກລົງຂອງນາຍົກເລກທີ 72/ນຍ ສົມທົບກັບກະຊວງແຜນການ ແລະ ການລົງທຶນ ແລະ ທ້ອງຖິ່ນ ເພື່ອກວດກາຄືນ ກ່ຽວກັບ ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃຫ້ກຳນົດຈຸດສຸມ ໂດຍສະເພາະການສຸມທຶນຮອນ ເພື່ອແນໃສ່ໃຫ້ມີບ້ານຕົວແບບດ້ານຕ່າງໆ ຕິດພັນກັບວຽກງານທີ່ກ່ຽວຂ້ອງອື່ນໆໃຫ້ຫຼາຍຂຶ້ນ.

error: Content is protected !!