ຍົກລະດັບຄວາມສາມາດໃນການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາໃຫ້ແກ່ 7 ແຂວງ

    ໂດຍໄດ້ຮັບການສະໜັບສະໜູນຈາກມູນນິທິເວສມິນສະເຕີ (WFD) ໃນການຈັດກອງປະຊຸມຍົກສູງຂີດຄວາມສາມາດໃນການຕິດຕາມກວດກາຂົງເຂດວຽກງານຍຸຕິທໍາໃຫ້ແກ່ 7 ແຂວງ ໃນວັນທີ 8 ກຸມພາ 2023 ທີ່ສະໂມສອນສະພາປະຊາຊົນແຂວງເຊກອງ ເປັນປະທານຮ່ວມຂອງທ່ານ ຄໍາແພງ ວິລະພັນ ປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດ ແລະ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນແຂວງ ເຊກອງ ມີບັນດາທ່ານສະມາຊິກສະພາແຫ່ງຊາດທີ່ເປັນກໍາມະການສັງກັດກໍາມາທິການຍຸຕິທໍາສະພາແຫ່ງຊາດ ປະທານ-ຮອງປະທານກໍາມະການຍຸຕິທໍາ ແລະ ປກຊ-ປກສ ຜູ້ປະສານງານໂຄງການ ກອງເລຂາຊ່ວຍວຽກ ພ້ອມດ້ວຍວິຊາການທີ່ກ່ຽວຂ້ອງ 7 ແຂວງເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ແມ່ນເປັນຄັ້ງທີ 2 ໂດຍໄດ້ນໍາເອົາບັນດາເນື້ອໃນເອກະສານທີ່ສໍາຄັນໃນຂົງເຂດຍຸຕິທໍາ ມາພິຈາລະນາຄົ້ນຄວ້າ ແລກປ່ຽນຖອດຖອນບົດຮຽນຮ່ວມກັນ ແລະ ເຊື່ອມຊຶມໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ໃນນັ້ນ ມີບົດສະເໜີກ່ຽວກັບພາລະບົດບາດການຕິດຕາມກວດກາຂອງກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ບົດສະເໜີການແຕ່ງຕັ້ງ ຍົກຍ້າຍ ຫຼື ປົດຕໍາແໜ່ງບຸກຄະລາກອນຂອງສານປະຊາຊົນ ແລະ ແລກປ່ຽນບົດຮຽນການຕິດຕາມກວດກາໂດຍຜ່ານຄໍາຮ້ອງຂໍຄວາມເປັນທໍາ.

    ໂອກາດນີ້ທ່ານປະທານກຳມາທິການຍຸຕິທໍາ ສະພາແຫ່ງຊາດໄດ້ຮຽກຮ້ອງບັນດາທ່ານ ຄະນະນໍາ ສະມາຊິກສະພາແຫ່ງຊາດ ຄະນະກໍາມະການ ຜູ້ແທນກອງປະຊຸມທີ່ມາຈາກ 7 ແຂວງຄື ແຂວງ ບໍລິຄໍາໄຊ ຄໍາມ່ວນ ສະຫວັນນະເຂດ ຈໍາປາສັກ ສາລະວັນ ເຊກອງ ແລະ ແຂວງອັດຕະປື ຈົ່ງນໍາໃຊ້ສິດປະຊາທິປະໄຕ ແລະ ເຊີດຊູຄວາມຮັບຜິດຊອບຂອງຕົນຕໍ່ກັບບັນດາເນື້ອໃນທີ່ນໍາສະເໜີ ສົນທະນາແລກປ່ຽນຖອດຖອນບົດຮຽນຮ່ວມກັນ ຍົກໃຫ້ເຫັນການຈັດຕັ້ງປະຕິບັດຕົວຈິງຂອງແຕ່ລະທ້ອງຖິ່ນເພື່ອຊອກຫາວິທີການ ແລະ ມາດຕະການແກ້ໄຂໃຫ້ເປັນເອກະພາບກັນເຮັດໃຫ້ບັນດາເນື້ອໃນດັ່ງກ່າວນັ້ນ ສາມາດຮັບຮອງໄດ້ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍໃນການປະຕິບັດໜ້າທີ່ວຽກງານຕໍ່ໜ້າໃຫ້ມີຜົນສໍາເລັດ.

error: Content is protected !!