ຖວທ ສະຫລຸບວຽກງານກວດກາ ປະຈຳປີ 2022

    ວັນທີ 8 ກຸມພາ 2023 ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈັດກອງປະຊຸມສະຫລຸບວຽກງານກວດກາປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີ ກະຊວງ ຖວທ ບັນດາສະຫາຍຮອງເລຂາ ປະທານຄະນະກວດກາພັກ ຮອງລັດຖະມົນຕີ ຫົວໜ້າກົມ ຮອງກົມ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ວັນສີ ກົວມົວ ປະທານກວດກາພັກກະຊວງ ຮອງລັດຖະມົນຕີກະຊວງ ຖວທ ໄດ້ມີຄຳເຫັນວ່າ: ການກວດກາ ແມ່ນພາລະບົດບາດຕົ້ນຕໍໃນການນຳພາ-ຊີ້ນຳຂອງພັກ ແລະ ການຄຸ້ມຄອງຂອງລັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ກຳນົດວ່າ ພັກເຮົາຍາມໃດກໍຖືວ່າວຽກງານກວດກາແມ່ນໜຶ່ງໃນພາລະບົດບາດ ແລະ ແບບແຜນການນຳພາຂອງພັກ ບໍ່ມີການກວດກາ ກໍໝາຍຄວາມວ່າບໍ່ມີການນຳພາໃນເງື່ອນໄຂເສດຖະກິດຕະຫລາດ ແລະ ເປີດກວ້າງການພົວພັນຮ່ວມມືກັບສາກົນ ແລະ ພາກພື້ນ ຜ່ານມາຄະນະພັກ-ຄະນະນຳ ໂດຍສະເພາະປະທານກວດກາພັກກກະຊວງ ໄດ້ເອົາໃຈໃສ່ ນຳພາ-ຊີ້ນໍາ ວຽກງານກວດກາຢ່າງເຂັ້ມແຂງ ແລະ ທັນເວລາ, ສາມາດຊອກເຫັນປະກົດການຫຍໍ້ທໍ້ ເພື່ອສະກັດກັ້ນປະກົດການສໍ້ລາດບັງຫລວງ ໃນກົງຈັກຂອງພັກ-ລັດ. ພ້ອມນັ້ນ, ຄະນະພັກ-ຄະນະນຳແຕ່ລະຂັ້ນຍັງໄດ້ເພີ່ມທະວີການ ນຳພາ-ຊີ້ນຳໃນ ວຽກງານ ຕິດຕາມກວດກາ ຢ່າງແຂງແຮງ ແລະ ເປັນລະບົບຕໍ່ເນື່ອງ.

    ພ້ອມນີ້ ທ່ານນາງ ບົວມະນີ ໄຊທິລາດ ຮອງປະທານກວດກາພັກກະຊວງ ຫົວໜ້າກົມກວດກາ ກະຊວງ ຖວທ ໄດ້ຍົກໃຫ້ເຫັນຜົນງານ ຜົນສຳເລັດ ໃນແຕ່ລະດ້ານ ລວມທັງຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ບົດຂຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະຜ່ານມາ ຈົນເຖິງປັດຈຸບັນ ກົມກວດກາ ມີພາລະບົດບາດເປັນເສນາທິການໃຫ້ຄະນະພັກ ຄະນະກວດກາພັກໃນວຽກງານກວດກາພັກ ແລະ ເປັນເສນາທິການໃຫ້ລັດຖະມົນຕີກະຊວງ ຖວທ ໃນການຄຸ້ມຄອງວຽກງານກວດກາລັດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ການຄົ້ນຄວ້າພິຈາລະນາຄຳຮ້ອງ-ຄຳສະເໜີທີ່ຂຶ້ນກັບການຄຸ້ມຄອງຂອງກະຊວງ ຖວທ.

error: Content is protected !!