ໂຄງການຈິດອາສາມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນ 2 ແຫ່ງ

ທີມງານໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຄອບຄົວການນໍາ ຮ່ວມກັບ ພາກທຸລະກິດ ມອບ​ທຶນ​ຊ່ວຍ​ເຫຼືອ ເຄື່ອງນຸ່ງຫົ່ມ ອຸປະກອນການສຶກສາ ແລະ ກີລາໄປມອບໃຫ້ໂຮງຮຽນອະນຸບານ-ປະຖົມສົມບູນບ້ານປາກ ມອງ ແລະ ໂຮງຮຽນຊົນເຜົ່າເມືອງນໍ້າບາກ ໃນ​ໂອ​ກາດເດີນ​ທາງເຂົ້າຮ່ວມບຸນສົມໂພດພະ ແລະ ສະຫຼອງພຸດທະສິມມາທີ່ວັດ ສີຄູນເມືອງ ບ້ານປາກມອງ ເມືອງນໍ້າບາກ ແຂວງຫຼວງພະບາງ ຈັດຂຶ້ນວັນທີ 4-5 ກຸມພາ 2023.

ກ່າວມອບໂດຍທ່ານ ນາງ ບຸນເພັງ ມູນໂພໄຊ ຮອງປະທານທີ່ປຶກສາກິດຕິມະສັກ ແລະ ທ່ານ ນາງ ອິນແປງ ຊາມຸນຕີ ປະທານ ໂຄງການຈິດອາສາພັດທະນາຊີວິດການເປັນຢູ່ຂອງປະຊາຊົນລະຫວ່າງຄອບຄົວການນໍາ ຮ່ວມກັບ ພາກທຸລະກິດ ແລະ ກ່າວ ຮັບໂດຍອຳນາດການປົກຄອງບ້ານປາກມອງ ອຳນວຍການໂຮງຮຽນອະນຸບານ-ປະຖົມສົມບູນບ້ານປາກມອງ ແລະ ອຳນວຍ ການໂຮງຮຽນຊົນເຜົ່າເມືອງນໍ້າບາກ ມີທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ທ່ານເຈົ້າເມືອງນໍ້າບາກ ຄູອາຈານ ນັກຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສໍາລັບເຄື່ອງ ແລະ ເງິນທີ່ນະຄະທີມງານໂຄງການໄປມອບໃຫ້ຄັ້ງນີ້ໄດ້ມາຈາກການປະກອບສ່ວນ ຂອງສະ ມາຊິກ ເຊິງ​ການ ມອບ​ເຄື່ອງ​ຄັ້ງ​ນີ້ ເພື່ອເປັນການປະກອບ ສ່ວນຊ່ວຍພັດທະນາຂະແໜງການສຶກສາໂດຍ ສະເພາະຊ່ວຍນັກຮຽນທີ່ທຸກຍາກ ຂາດເຂີນໂຮງຮຽນທີ່ຕັ້ງຢູ່ ເຂດຫ່າງໄກສອກຫຼີກ.

error: Content is protected !!