ກຊສ ສໍາເລັດການຂຶ້ນທະບຽນອອກໃບຕາດິນໃນທົ່ວປະເທດໄດ້ 1 ແສນກວ່າຕອນ

    ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂອງຂະແໜງຊັບພະຍາກອນທໍາມະຊາດ ແລະ ສິ່ງ ແວດລ້ອມ (ກສຊ) ປະຈຳປີ 2022 ແລະ ກໍານົດທິດທາງແຜນການ ປະຈຳປີ 2023 ຈັດຂຶ້ນລະຫວ່າງວັນທີ 9-10 ກຸມພາ 2023 ທີ່ສູນການຮ່ວມມືສາກົນ ແລະ ການເຝິກອົບຮົມ (ICTC) ເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ມີບັນດາທ່ານຮອງລັດຖະມົນຕີ ຮອງປະທານແນວລາວສ້າງຊາດ ຮອງປະທານກໍາມາທິການຈາກສະພາແຫ່ງຊາດ ບັນດາທ່ານຮອງເຈົ້າແຂວງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າພະແນກ ຊສ ສູນກາງ ທ້ອງຖິ່ນ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການເງິນ ກຊສ ໄດ້ຜ່ານ ບົດສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານໃນໜຶ່ງປີຜ່ານມາ ຍົກໃຫ້ເຫັນຜົນສຳລັດຫຼາຍດ້ານເປັນຕົ້ນ ສໍາເລັດການຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດໄດ້ 129.898 ຕອນ ເທົ່າກັບ 43,30% ຂອງແຜນປີ 2022 (ແຜນການ 300.000 ຕອນ) ສໍາເລັດການສ້າງໜ່ວຍງານຂຶ້ນທະບຽນອອກໃບຕາດິນຢູ່ພາກສະໜາມໄດ້ 32 ໜ່ວຍງານໃນ 18 ແຂວງທົ່ວປະເທດ ແລະ ຫັນລະບົບການຄຸ້ມຄອງທີ່ດິນເປັນທັນສະໄໝໂດຍນໍາໃຊ້ລະບົບລາວແລນແລັກ ເພື່ອຮັບໃຊ້ໃນການຄຸ້ມຄອງຂໍ້ມູນທີ່ດິນ ປັດຈຸບັນສາມາດນໍາໃຊ້ 1.039.960 ຕອນ ສໍາເລັດການຖ່າຍໂອນຂໍ້ມູນການອອກໃບຕາດິນຈາກລະບົບເຈ້ຍເປັນລະບົບດີຈີຕອນທົ່ວປະເທດໄດ້ 1.052.829 ຕອນ ສໍາເລັດການເຊື່ອມຕໍ່ລະບົບຖານຂໍ້ມູນທີ່ດິນ ເຂົ້າສູ່ລະບົບຊໍາລະຄ່າທໍານຽມການນໍາໃຊ້ທີ່ດິນ (ພາສີທີ່ດິນ) ໄດ້ 1.064.482 ຕອນ ດຳເນີນການສ້າງແຜນຄຸ້ມຄອງອ່າງຮັບນໍ້າຂະໜາດໃຫຍ່ສໍາເລັດ 7 ອ່າງ ອ່າງຮັບນໍ້າຂະໜາດນ້ອຍ 1 ອ່າງ  ຕິດຕາມກວດກາສິ່ງແວດລ້ອມ (EMP) 22 ໂຄງການ ອະນຸມັດໃບອະນຸຍາດດໍາເນີນບໍລິການດ້ານວິຊາການກ່ຽວກັບສິ່ງແວດລ້ອມ 18 ບໍລິສັດ ສໍາເລັດການສ້າງສະຖານີວັດແທກຄຸນນະພາບອາກາດ 9 ສະຖານີ ສຳເລັດການປັບປຸງຍຸດທະສາດແຫ່ງຊາດວ່າດ້ວຍການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດຮອດປີ 2030 ສໍາເລັດການສ້າງສະຖານີອຸຕຸນິຍົມ ໃໝ່ 32 ສະຖານີ ສໍາເລັດການຕິດຕັ້ງ ແລະ ທີມອບ-ຮັບລະບົບເຕືອນໄພນໍ້າຖ້ວມລ່ວງໜ້າ 2 ແຫ່ງ ແລະ ຂະແໜງການອື່ນໆ ກໍໄດ້ຮັບຜົນສຳເລັດເຊັ່ນດຽວກັນ.

error: Content is protected !!