ລັດສະໝີ ຄ້ວາ 2 ຫຼຽນຄຳ ຍົກນໍ້າໜັກ ໃຫ້ ນວ ໃນຊຽງຂວາງ ພາຣາເກມ

ນາງ ລັດສະໝີ ສີປະເສີດ  ນັກກີລາຍົກນໍ້າໜັກຄົນພິການ ນະຄອນຫຼວງວຽງຈັນ (ນວ) ສ້າງຜົນງານໄດ້ຢ່າງໂດດເດັ່ນເໜືອ ຄວາມຄາດໝາຍ ຍາດໄດ້ຫຼຽນຄຳ ໃຫ້ທັບນັກກີລາຄົນພິການ ນວ ໃນງານກີລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາເກມ 2023 ທີ່ແຂວງຊຽງຂວາງ ຂະນະທີ່ ທ້າວ ເອື້ອຍ ສີມາຍ ກໍຍັງເກັ່ງສົມດີກຣີທີມຊາດ ເຊັ່ນກັນ ຄວ້າ 2 ຫຼຽນຄຳ ໃຫ້ທັບນັກກິບາຄົນພິການ ແຂວງບໍລິຄຳໄຊ.

ພິທີມອບຫຼຽນຄຳ ຫຼຽນເງິນ ແລະ ຫຼຽນທອງ ກີລາຍົກນໍ້າໜັກ ຊຽງຂວາງ ພາຣາ ເກມ 2023 ທີ່ໄດ້ແຂ່ງຂັນໃນມື້ທຳອິດ (13 ກຸມພາ) ໄດ້ມີຂຶ້ນໃນວັນທີ 14 ກຸມພາ 2023 ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນຕ່າງໆໂດຍທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ທ່ານ ພຸດ ສີມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສ ສກ) ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ປະທານຈັດງານ ຊຽງ ຂວາງ ພາຣາເກມ 2023 ພ້ອມດ້ວຍບັນດາການນຳຂັ້ນສູນກາງ ແລະ ທ້ອງຖີ່ນ ຕະຫຼອດຮອດຄະນະນຳ ຄູເຝິກ ນັກກີລາ ແລະ ມວນຊົນຊາວແຂວງດັ່ງກ່າວເຂົ້າຮ່ວມ.

ການແຂ່ງຂັນກີລາ ຊຽງຂວາງ ພາຣາເກມ 2023 ມີການຊີງໄຊ 7 ປະເພດກີລາ ມີການແຂ່ງຂັນ 5 ລາຍ ການ ກໍຄື ປະເພດຍິງ 3 ລາຍການ ໃນຮຸ່ນນໍ້າໜັກ 41 ກິໂລ 45 ກິໂລ ແລະ 50 ກິໂລ ສ່ວນປະເພດຊາຍ ແຂ່ງຂັນ 2 ລາຍການ ຮຸ່ນນໍ້າໜັກ 49 ກິໂລ ແລະ 54 ກິໂລ ຜ່ານການແຂ່ງຂັນປາກົດວ່າ: ຮຸ່ນນໍ້າໜັກ 45 ກິໂລຍິງ ຫຼຽນຄຳ ເປັນຂອງ ນາງ ລັດສະຫມີ ສີປະເສີດ ຈາກນະ ຄອນຫຼວງ ສາມາດຍົກໄດ້ຈາກຄະແນນສູງສຸດ 70 ກິໂລ ແລະ ຄະແນນລວມ 135 ຄະແນນ ສ່ວນຫຼຽນເງິນ ເປັນຂອງ ນາງ ສຸກສະ  ໝອນ ກິດຕິພັນ ຈາກນະຄອນຫຼວງ ແລະ ຫຼຽນທອງ ນາງ ຢື ໂຄດໂຍທາ ຈາກແຂວງອັດຕະປື ຮຸ່ນນໍ້າ ໜັກ 41 ກິໂລ ຍິງ (ມີຄົນດຽວຮ່ວມແຂ່ງຂັນ) ຫຼຽນຄຳ ເປັນຂອງ ນາງ ແດງມະນີ ສີບຸນເຮືອງ ຈາກແຂວງເຊກອງ ແລະ ຮຸ່ນນໍ້າໜັກ 50 ກິໂລ ຍິງ (ມີຄົນດຽວຮ່ວມແຂ່ງຂັນ) ຫຼຽນຄຳ ເປັນຂອງນາງ ລັດດາວອນ ມະນີເພັດ ຈາກແຂວງວຽງຈັນ.​

ຂະນະທີ່ ຮຸ່ນນໍ້າໜັກ 54 ກິໂລຊາຍ 2 ຫຼຽນຄຳ ເປັນຂອງທ້າວ ເອື້ອຍ ສີມາຍ ຈາກແຂວງ ບໍລິຄຳໄຊ 2 ຫຼຽນເງິນ ເປັນຂອງ ທ້າວ ວຽງຄຳ ໄຊຍະແສງ ຈາກ ນະຄອນຫຼວງ ແລະ 2 ຫຼຽນທອງ ຮ່ວໃເປັນຂອງທ້າວ ແກ້ວສີ ວັນນີສອນ ຈາກແຂວງເຊກອງ ແລະ ທ້າວ ລອນ ຈາກແຂວງຫົວພັນ ແລະ ຮຸ່ນນໍ້າໜັກ 49 ກິໂລ 2 ຫຼຽນຄຳ ເປັນຂອງທ້າວ ເປ້ຍ ລາວພັກດີ ຈາກແຂວງວຽງ ຈັນ 2 ຫຼຽນເງິນ ເປັນຂອງທ້າວ ບຸນໜາ ສີດາບຸດ ຈາກແຂວງຄຳມ່ວນ ແລະ 2 ຫຼຽນທອງ ຮ່ວມ ເປັນຂອງທ້າວ ສົມແພງ ມະ ນີໝື່ນ ຈາກແຂວງຫຼວງນໍ້າທາ ແລະ ທ້າວ ແສງ ກົມມະດຳ ຈາກແຂວງຈຳປາສັກ.

error: Content is protected !!