EU ສະໜັບສະໜູນ ເຄື່ອງອະເຊື້ອອຸປະກອນການແພດ ແລະ ການຝຶກອົບຮົມເພື່ອຍົກສູງການປ້ອງກັນດ້ານສຸຂະພາບ

ໃນອາທິດນີ້ ເຄື່ອງອຸປະກອນຂ້າເຊື້ອສໍາລັບໂຮງໝໍ ໄດ້ຖືກຈັດສົ່ງໄປໃຫ້ສະຖານທີ່ບໍລິການສາທາລະນະສຸກໃນຂອບເຂດ ທົ່ວ ປະເທດ ອຸປະກອນດັ່ງກ່າວ ຈັດຊື້ໂດຍອົງການອະນາໄມໂລກ ມູນຄ່າຫຼາຍກວ່າ 160.000 ໂດລາສະຫະລັດ ປ​ະ​ມານ 2,71 ຕື້​ກີບ ເຊິ່ງເປັນສ່ວນໜຶ່ງຂອງການຮ່ວມມືກັນລະຫວ່າງ ກະຊວງສາທາລະນະສຸກ ອົງການອະນາໄມໂລກ ແລະ ສະຫະພາບເອີ ຣົບ (EU) ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ-19 ແລະ ການຕິດເຊື້ອພະຍາດອື່ນໆ ພ້ອມທັງເປັນການສ້າງຄວາມ ເຂັ້ມແຂງ ແລະ ຄວາມອາດສາມາດຂອງລະບົບສາທາລະນະສຸກໃນການກຽມພ້ອມຮັບມືກັບໄພຂົ່ມຂູ່ຕໍ່ສຸຂະພາບຂອງປະຊາ ຊົນລາວ ໃນອະນາຄົດ ລວມທັງເຊື້ອຈຸລະຊີບຕ້ານຕໍ່ຢາ.

ການຊ່ວຍເຫຼືອຄັ້ງນີ້ ປະກອບມີ ເຕົາອົບຂ້າເຊື້ອອຸປະກອນການແພດ (autoclaves)  ຂະໜາດ 150 ລີດ ແລະ 200 ລີດ ຈໍານວນ 12 ໜ່ວຍ ທີ່ໃຊ້ສໍາລັບການອະເຊື້ອອຸປະກອນການແພດຈຳນວນຫຼາຍ ບັນດາເຕົາອົບຂ້າເຊື້ອເຫຼົ່ານີ້ ຈະຊ່ວຍຂະ ຫຍາຍຂີດຄວາມສາມາດຂອງໂຮງໝໍແຂວງ ໃນການເຮັດອະນາໄມອະເຊື້ອເຄື່ອງມືຜ່າຕັດ ແລະ ອຸປະກອນການແພດໄດ້ຈຳ ນວນຫຼາຍ ດ້ວຍອຸນນະພູມສູງໃນການອະເຊື້ອ.

ນອກຈາກການຊ່ວຍເຫຼືອທາງດ້ານອຸປະກອນແລ້ວ ສະຫະພາບເອີຣົບຍັງໄດ້ໃຫ້ການສະໜັບສະໜູນດ້ານງົບປະມານໃນການຈັດການຝຶກອົບຮົມ ເຊິ່ງດຳເນີນການໂດຍອົງການອະນາໄມໂລກ ກ່ຽວກັບ ການຄວບຄຸມ ແລະ ການປ້ອງກັນການຕິດເຊື້ອ ໃຫ້ແກ່ພະຍາບານ ທ່ານໝໍ ແລະ ແພດພະດຸງຄັນ  ຢູ່ໂຮງໝໍຂັ້ນສູນກາງ ແຂວງ ແລະ ໂຮງໝໍເມືອງ ຈຳນວນ 243 ທ່ານ ການ ອົບຮົມດັ່ງກ່າວໄດ້ຈັດຂຶ້ນທີ່ແຂວງຫຼວງພະບາງ ອຸດົມໄຊ ຈຳປາສັກ ຊຽງຂວາງ ເຊກອງ ວຽງຈັນ ແລະ ນະຄອນຫຼວງ ວຽງຈັນ.

ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: “ການຍົກສູງຄຸນນະພາບ ແລະ ຄວາມ ປອດໄພຂອງການບໍລິການດ້ານສາທາລະນະສຸກໃຫ້ແກ່ປະຊາຊົນ ຖືເປັນວຽກງານບູລິມະສິດຂອງກະຊວງສາທາ ລະນະສຸກ ການຊ່ວຍເຫຼືອຈາກສະຫະພາບເອີຣົບໃນຄັ້ງນີ້ ຈະເປັນການເສີມຂະຫຍາຍວຽກງານການປ້ອງກັນ ແລະ ຄວບ ຄຸມການຕິດ ເຊື້ອ ເຊິ່ງເປັນວຽກງານອັນຈຳເປັນໃນການຍົກສູງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກ ແລະ ການຊ່ວຍເຫຼືອ ຄັ້ງນີ້ຍັງຈະເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກຂອງເຮົາໃນປັດຈຸບັນ ແລະ ໃນອະນາຄົດ ໃຫ້ດີຍິ່ງ ຂຶ້ນຕື່ມອີກດ້ວຍ.

ທ່ານ ດຣ ສົມຈັນ ທູນສະຫວັດ, ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ພວກເຮົາຂໍສະແດງຄວາມຮູ້ບຸນຄຸນມາຍັງສະຫະພາບເອີຣົບ ທີ່ໄດ້ໃຫ້ການຊ່ວຍເຫຼືອ ໃນຄັ້ງນີ້ ເຕົາອົບຂ້າເຊື້ອດັ່ງກ່າວ ຈະ ເພີ່ມຄວາມປອດໄພໃຫ້ແກ່ຄົນເຈັບ ໂດຍການຫຼຸດຜ່ອນອັດຕາການແຜ່ເຊື້ອພະຍາດຕ່າງໆໃນສະຖານບໍລິການສາທລະນະ ສຸກ ການປິ່ນປົວທີ່ມີຄຸນນະພາບສູງ ແລະ ການໃຫ້ທຸກຄົນມີສຸຂະພາບດີນັ້ນ ແມ່ນບູລິມະສິດສູງສຸດ ຂອງພວກເຮົາ ການປະ ກອບສ່ວນໃນຄັ້ງນີ້ ຈະຊ່ວຍປົກປ້ອງບັນດາພະນັກງານແພດໝໍ ຄົນເຈັບ ແລະ ຊຸມຊົນໄດ້ດີຂຶ້ນກວ່າເກົ່າ.

ທ່ານ ນາງ ໄອ​ນາ ມາ​ໂຊ​ໂລ​ນີ​ເທ (Ina Marčiulionytė) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ກ່າວ ວ່າ: ສະຫະພາບເອີຣົບ ມີຄວາມພາກພູມໃຈທີ່ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບສາທາລະນະສຸກໃນ ສປປ ລາວ ແລະ ໄດ້ຊ່ວຍເຫຼືອບຸກຄະລາກອນການແພດ ໃຫ້ມີຄວາມຮູ້ ແລະ ມີອຸປະກອນຈຳເປັນທີ່ຈະນຳໃຊ້ເຂົ້າໃນວຽກງານພວກ ເຂົາໃຫ້ດີຂື້ນກວ່າເກົ່າ ພວກ​ເຮົາ​ຈະ​ສືບ​ຕໍ່ເຮັດວຽກ​ຮ່ວມກັບຄູ່ຮ່ວມພັດທະນາຂອງພວກເຮົາ ຄື ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ ​ເພື່ອ​ຮັບປະກັນ​ໃຫ້​ປະຊາຊົນລາວ​ໃນ​ທົ່ວ​ປະ​ເທດ​ ​ສາມາດເຂົ້າເຖິງການປິ່ນປົວ ແລະ ການບໍລິການ​ດ້ານ​ສຸຂະພາບອື່ນໆ ​ໃນ​ໄລຍະທີ່ມີການແຜ່ລະບາດຂອງພະຍາດ​ໂຄ​ວິດ-19 ສະຫະພາບ​ເອີ​ຣົບ ພ້ອມ​ກັບ​ບັນດາ​ປະ​ເທດ ຕ່າງໆ ​ຢູ່ທະວີບ​ເອີ​ຣົບ ຈະສືບຕໍ່ປະຕິບັດ​ຄຳ​ໝັ້ນ​ສັນຍາໃນການ​ສະໜັບສະໜູນ ສປປ ລາວ ໃຫ້​ມີຄວາມເຂັ້ມ​ແຂງຂຶ້ນນັບມື້.

error: Content is protected !!