ສະ​ເຫຼີມ​ສະ​ຫຼອງ​ຄົບ​ຮອບ​ໜຶ່ງ​ປີ​ຂອງ​ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບໍ່” ເພື່ອ​ຕ້ານ​ການ​ດື່ມ​ແລ້ວ​ຂັບ​ສຳ​ລັບ​ຊາວ​ໜຸ່ມ​ໃນ​ລາວ.

     ສາ​ມາດ​ເຂົ້າ​ເຖິງ​ຊາວ​ໜຸ່ມ​ຫຼາຍ​ກວ່າ 39 ລ້ານ ຄົນ​ໃນ​ທົ່ວ​ອາ​ຊຽນ​ໂດຍ​ແຄມ​ເປນ​ດິ​ຈິ​ຕອນ​ທີ່​ເປັນ​ນະ​ວັດ​ຕະ​ກຳ​ໃໝ່, ທີ່​ຊີ້​ນຳ​ນຳ​ພາ​ໂດຍ​ອົງ​ການ​ຮ່ວມ​ມື​ຫຼາຍ​ຂະ​ແໜງ​ການ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ 28 ອົງ​ການ​ປະ​ຊາ​ຄົມ, ວິ​ສາ​ຫະ​ກິດ, ສະ​ມາ​ຄົມ ແລະ ລັດ​ຖະ​ບານ.

      ວັນ​ທີ 17 ກຸມ​ພາ 2023 – ນະ​ຄອນ​ຫຼວງ​ວຽງ​ຈັນ – ຄົນ​ລຸ້ນ​ຕໍ່​ໄປ​ຈະ​ເຕົ້າ​ໂຮມ​ກັນ​ເພື່ອ​ປົກ​ປ້ອງ​ໂລກ​ຂອງ​ພວກ​ເຮົາ, ຜູ້​ຄົນ​ໃນ​ໂລກ ແລະ ອະ​ນາ​ຄົດ​ຂອງ​ເຂົາ​ເຈົ້າ. ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເພື່ອ​ຫຼຸດ​ຜ່ອນ​ການ​ເສຍ​ຊີ​ວິດ ແລະ ບາດ​ເຈັບ​ໃນ​ການ​ສັນ​ຈອນ​ຕາມ​ທ້ອງ​ຖະ​ໜົນ​ໃຫ້​ໄດ້ 50% ໃນ​ປີ 2030, ຊາວ​ໜຸ່ມ​ຕ້ອງ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ແກ້​ໄຂ​ບັນ​ຫາ.

      ທ່ານ​ຮູ້​ບໍ່: ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2,000 ຄົນ​ໃນ​ແຕ່​ລະ​ມື້. 

     ທ່ານ​ຮູ້​ບໍ່: ຢູ່​ໃນ​ປະ​ເທດ​ລາວ, 22% ຂອງ​ການ​ບາດ​ເຈັບ​ຈາກ​ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ຂອງ​ຜູ້​ຊາຍ ແລະ 32% ຂອງ​ການ​ບາດ​ເຈັບ​ຈາກ​ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ຂອງ​ຜູ້​ຍິງ​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ເຫຼົ້າ. 

    ທ່ານ​ຮູ້​ບໍ່: ຈາກ​ຂໍ້​ມູນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ, 50% ຂອງ​ການ​ເສຍ​ຊີ​ວິດ​ຈາກ​ການ​ສັນ​ຈອນ​ຕາມ​ຖະ​ໜົນ​ໃນ​ລາວ​ແມ່ນ​ກ່ຽວ​ຂ້ອງ​ກັບ​ເຫຼົ້າ. 

     ລາຍ​ງານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ເປີດ​ເຜີຍ​ວ່າ: ການ​ບາດ​ເຈັບ​ຈາກ​ການ​ສັນ​ຈອນ​ຕາມ​ທ້ອງ​ຖະ​ໜົນ​ເປັນ​ສາ​ເຫດ​ອັນ​ດັບ​ຕົ້ນໆ​ຂອງ​ການ​ເສຍ​ຊີ​ວິດ​ຂອງ​ຄົນ​ອາ​ຍຸ​ລະ​ຫວ່າງ 5-29 ປີ. ມັນ​ແມ່ນ “ການ​ລະ​ບາດ​ທີ່​ງຽບໆ” ທີ່​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ມາ​ຫຼາຍ​ສິບ​ປີ. ແຕ່​ອຸ​ປະ​ຕິ​ເຫດ​ທາງ​ຖະ​ໜົນ​ແມ່ນ​ບໍ່​ສາ​ມາດ​ຫຼີກ​ລ້ຽງ​ໄດ້; ແຕ່ ສາ​ມາດ​ປ້ອງ​ກັນ​ໄດ້​ສູງ.

      ຊາວ​ໜຸ່ມ – ເຊິ່ງ​ມີ​ປະ​ມານ​ໜຶ່ງ​ສ່ວນ​ຫ້າ​ຂອງ​ຈຳ​ນວນ​ປະ​ຊາ​ກອນ – ປັດ​ຈຸ​ບັນ​ເປັນ​ຜູ້​ໃຊ້​ຖະ​ໜົນ​ຫົນ​ທາງ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ນີ້​ຍັງ​ໝາຍ​ຄວາມ​ອີກ​ວ່າ ຊາວ​ໜຸ່ມ​ມີ​ພະ​ລັງ​ໃນ​ການ​ເຮັດ​ໃຫ້​ຖະ​ໜົນ​ຫົນ​ທາງ​ມີ​ຄວາມ​ປອດ​ໄພ​ປັດ​ໄຈ​ທີ່​ສ​ໍ​າ​ຄັນ​ແມ່ນ​ການ​ແກ້​ໄຂ​ການ​ດື່ມ​ແລ້ວ​ຂັບ. ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຜູ້​ໃຫຍ່​ໄວ​ໜຸ່ມ​ມີ​ຄວາມ​ສ່ຽງ​ສູງ​ສຸດ​ຕໍ່​ການ​ດື່ມ​ເຫຼົ້າ​ແລ້ວ​ຂັບ ໂດຍ​ມີ​ການ​ດື່ມ​ແລ້ວ​ຂັບ​ຫຼາຍ​ກວ່າ​ປະ​ຊາ​ກອນ​ທົ່ວ​ໄປ​ເຖິງ 6 ເທົ່າ.  

        ທວງ​ພະ​ລັງ​ຂອງ​ທ່ານ​ຄືນ​ມາ​ເພື່ອ ເວົ້າ​ວ່າ “ບໍ່” ຕໍ່​ການ​ດື່ມ​ເຫຼົ້າ​ແລ້ວ​ຂັບ

ແຄມ​ເປນ​ປູກ​ຈິ​ດ​ສ​ໍ​າ​ນຶກ​ແກ່​ສາ​ທາ​ລະ​ນະ “ພະ​ລັງ​ຂອງ​ຄຳ​ວ່າ​ບໍ່” ໄດ້​ເປີດ​ຕົວ​ໃນ​ເດືອນ​ກຸມ​ພາ ປີ 2022 ເພື່​ອ​ດ​ໍ​າ​ເນີນ​ການ.

ຈາກ​ການ​ເວົ້າ​ວ່າ “ບໍ່” ຕໍ່​ການ​ດື່ມ​ແລ້ວ​ຂັບ, ໄວ​ໜຸ່ມ​ສາ​ມາດ​ຮັກ​ສາ​ຕົນ​ເອງ​ໃຫ້​ປອດ​ໄພ, ປົກ​ປ້ອງ​ຄົນ​ທີ່​ຕົນ​ເອງ​ຮັກ, ປັບ​ປຸງ​ຄວາມ​ປອດ​ໄພ ແລະ ໂອ​ກາດ​ໃນ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ. ໜ່ວຍ​ກູ້​ໄພ ນະ​ຄອນ​ຫຼວງ​ວຽງ​ຈັນ 1623 ແລະ ກຸ່ມ​ບໍ່​ລິ​ສັດ RDK ໂດຍ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ ສະ​ຖານ​ທູດ​ອັງ​ກິດ ປະ​ຈຳ​ນະ​ຄອນ​ຫຼວງ​ວຽງ​ຈັນ ແລະ ຄູ່​ຮ່ວມ​ມື​ຈັດ​ຕັ້ງ​ປະ​ຕິ​ບັດ​ຮ່ວມ​ກັບ ສະ​ມາ​ຄົມ​ລົດ​ຍົນ​ແຫ່ງ​ປະ​ເທດ​ຫວຽດ​ນາມ (AAV), ໄດ້​ຮ່ວມ​ກັນ​ສຶກ​ສາ​ອົບ​ຮົມ​ຊາວ​ໜຸ່ມ​ກ່ຽວ​ກັບ​ໄພ​ອັນ​ຕະ​ລາຍ​ທີ່​ອາດ​ເກີດ​ຈາກ​ການ​ດື່ມ​ເຫຼົ້າ​ແລ້ວ​ຂັບ.  ແຄມ​ເປນ​ແມ່ນ​ໄດ້​ຮັບ​ການ​ສະ​ຫນັບ​ສະ​ໜູນ​ໂດຍ ພັນ​ທະ​ມິດ​ຜູ້​ຄ້າ​ເຫຼົ້າ ແລະ ເຫຼົ້າ​ແວງ​ສາ​ກົນ​ໃນ​ພາກ​ພື້ນ​ອາ​ຊີ​-​ປາ​ຊີ​ຟິກ (APISWA) ແລະ ອົງ​ການ​ສ້າງ​ສັນ Orès, ໂດຍ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ສະ​ຖາ​ບັນ​ການ​ຝຶກ​ອົບ​ຮົມ ແລະ​ການ​ຄົ້ນ​ຄວ້າ​ຂອງ​ສະ​ຫະ​ປະ​ຊາ​ຊາດ (UNITAR),  ສະ​ພາ​ທຸ​ລະ​ກິດ​ສະ​ຫະ​ລັ​ດ​-​ອາ​ຊຽນ (US-ABC) ແລະ ສະ​ພາ​ທຸ​ລະ​ກິດ​ອີ​ຢູ​-​ອາ​ຊຽນ (EU-ABC).

     “ພະ​ລັງ​ຂອງ​ຄຳ​ວ່າ​ບໍ່” ມຸ່ງ​ເປົ້າ​ໄປ​ທີ່​ໄວ​ໜຸ່ມ​ອາ​ຍຸ 18-30 ປີ​ໃນ​ຫົກ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ຄື: ກຳ​ປູ​ເຈຍ, ລາວ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ໄທ ແລະ ຫວຽດ​ນາມ. ມັນ​ເປັນ​ກາ​ນ​ນ​ໍ​າ​ເອົາ​ຄູ່​ຮ່ວມ​ງານ​ສາ​ກົນ​ຫຼາຍ​ກວ່າ 20 ຄູ່​ຮ່ວມ​ງານ​ທີ່​ເປັນ​ຕົວ​ແທນ​ຂອງ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ, ອົງ​ການ​ຈັດ​ຕັ້ງ​ເອ​ກະ​ຊົນ ແລະ ຊຸມ​ຊົນ ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ໄວ​ໜຸ່ມ ແລະ ສົ່ງ​ເສີມ​ການ​ປ່ຽນ​ແປງ​ພຶດ​ຕິ​ກ​ໍ​າ​ໃນ​ເວ​ລາ​ດື່ມ​ເຫຼົ້າ​ແລ້ວ​ຂັບ.

       ສຳ​ລັບ​ປີ​ທີ່​ຜ່ານ​ມາ, ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບໍ່” ທີ່​ເປັນ​ພື້ນ​ຖານ​ໄດ້​ເຜີຍ​ແຜ່​ຈິດ​ສຳ​ນຶກ​ໃຫ້​ແກ່​ໄວ​ໜຸ່ມ 39 ລ້ານ ຄົນ​ໂດຍ​ຜ່ານ​ວິ​ດີ​ໂອ, ຮູບ​ພາບ​ທີ່​ໜ້າ​ຈັບ​ຕາ, ວິ​ດີ​ໂອ​ການ​ຄ້າ ແລະ ຂໍ້​ເທັດ​ຈິງ​ທີ່​ສ​ໍ​າ​ຄັນ ເພື່ອ​ໃຫ້​ໄດ້​ຮັບ​ຄວາມ​ຮູ້​ທີ່​ດີ​ຂື້ນ​ກ່ຽວ​ກັບ​ການ​ດື່ມ​ແລ້ວ​ຂັບ.

ໃນເດືອນ​ກັນ​ຍາ ປີ 2022, ແຄມ​ເປນ​ດັ່ງ​ກ່າວ​ໄດ້​ດຳ​ເນີນ ການ​ປະ​ກວດ​ຮູບ​ພາບ​ລະ​ດັບ​ສາ​ກົນ ດ້ວຍ​ຫົວ​ຂໍ້​ວ່າ “ໝູ່​ບໍ່​ປ່ອຍ​ໃຫ້​ໝູ່​ເມົາ​ແລ້ວ​ຂັບ”.

      ການ​ປະ​ກວດ​ນີ້​ໄດ້​ຊຸກ​ຍູ້​ໃຫ້​ກຸ່ມ​ໝູ່​ເພື່ອນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ຢຸດ​ຕິ​ການ​ດື່ມ​ແລ້ວ​ຂັບ ແລະ ເຮັດ​ໃຫ້​ຜູ້​ເຂົ້າ​ແຂ່ງ​ຂັນ​ຄິດ​ຢ່າງ​ມີ​ວິ​ຈາ​ລະ​ນາ​ຍານ​ວ່າ​ເຂົາ​ເຈົ້າ​ຈະ​ປະ​ຕິ​ບັດ​ແນວ​ໃດ​ໃນ​ຄັ້ງ​ຕໍ່​ໄປ​ເມື່ອ​ເຫັນ​ໝູ່​ເມົາ​ແລ້ວ​ໄປ​ເອົາ​ກະ​ແຈ. ການ​ປະ​ກວດ​ນີ້​ໄດ້​ເຂົ້າ​ເຖິງ ໄວ​ໜຸ່ມ​ຫຼາຍ​ກວ່າ 7 ລ້ານ​ຄົນ ພ້ອມ​ໄດ້​ຮັບ​ຫຼາຍ​ກວ່າ 450,000 ‘ການ​ຖືກ​ໃຈ’, ‘ຄຳ​ຄິດ​ເຫັນ’ ແລະ ‘ແບ່ງ​ປັນ’ ໃນ​ຊ່ວງ​ສອງ​ເດືອນ​ໃນ Facebook, Instagram, Tik Tok ແລະ PartiPost. ໃນ​ການ​ເຂົ້າ​ຮ່ວມ, ໄວ​ໜຸ່ມ​ໄດ້​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ວິ​ທີ​ການ​ເຮັດ​ວຽກ​ໃນ​ຮ່າງ​ກາຍ​ຂອງ​ເຫຼົ້າ, ເຂົ້າ​ໃຈ​ເຖິງ​ພັນ​ທະ​ທາງ​ດ້ານ​ກົດ​ໝາຍ ແລະ ລອງ​ໃຊ້​ຄ​ໍ​າ​ແນະ​ນ​ໍ​າ​ທີ່​ເປັນ​ປະ​ໂຫຍດ​ເພື່ອ​ຫຼີກ​ເວັ້ນ​ການ​ດື່ມ​ແລ້ວ​ຂັບ.

       ມໍ​ລະ​ດົກ​ຂອງ​ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບ​”

ສຽງ​ຂອງ​ໄວ​ໜຸ່ມ​ແມ່ນ​ພາ​ຫະ​ນະ​ທີ່​ມີ​ພະ​ລັງ​ທີ່​ສຸດ​ຕໍ່​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫຼວງ. ໂດຍ​ຜ່ານ​ການ​ມີ​ສ່ວນ​ຮ່ວມ​ທາງ​ດ້ານ​ດິ​ຈິ​ຕອນ​ທີ່​ມີ​ປະ​ສິດ​ຕິ​ພາບ, ໄວ​ໜຸ່ມ​ບໍ່​ພຽງ​ແຕ່​ແບ່ງ​ປັນ​ວິ​ດີ​ໂອ​ໂຄ​ສະ​ນາ ແລະ ຮູບ​ພາບ​ຂອງ​ແຄມ​ເປນ​ໃນ​ສື່​ສັງ​ຄົມ​ເທົ່າ​ນັ້ນ, ແຕ່​ຍັງ​ແບ່ງ​ປັນ​ເລື່ອງ​ສ່ວນ​ຕົວ ແລະ ທັດ​ສະ​ນະ​ສ່ວນ​ຕົວ​ຂອງ​ເຂົາ​ເຈົ້າ​ລົງ​ໃນ​ເພ​ຈ​ຕ່າງໆ​ຂອງ​ແຄມ​ເປນ​ອີກ​ດ້ວຍ. ຄວາມ​ກະ​ຕື​ລື​ລົ້ນ, ຄວາມ​ຄິດ​ສ້າງ​ສັນ ແລະ ຄວາມ​ປາ​ຖະ​ໜາ​ຂອງ​ເຂົາ​ເຈົ້າ​ທີ່​ຈະ​ຮັກ​ສາ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ​ໃຫ້​ປອດ​ໄພ​ແມ່ນ​ຈຸດ​ເດັ່ນ​ຂອງ​ຂໍ້​ລິ​ເລີ່ມ “ພະ​ລັງ​ຂອງ​ຄຳ​ວ່າ​ບ​ໍ​ໍ​່”.

       ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບ​” ແມ່ນ​ເປັນ​ເອ​ກະ​ລັກ​ລະ​ຫວ່າງ​ການ​ໂຄ​ສະ​ນາ​ການ​ດື່ມ​ແລ້ວ​ຂັບ ເນື່ອງ​ຈາກ​ມີ​ພັນ​ທະ​ມິດ​ຂະ​ໜາດ​ໃຫຍ່​ຂອງ​ບັນ​ດາ​ຄູ່​ຮ່ວມ​ງານ​ລະ​ດັບ​ສາ​ກົນ, ລະ​ດັບ​ພາກ​ພື້ນ ແລະ ລະ​ດັບ​ທ້ອງ​ຖິ່ນ. ທ່ານ Greig Craft, ປະ​ທານ​ສະ​ມາ​ຄົມ AA ຂອງ​ຫວຽດ​ນາມ ແລະ FIA ພາກ​ພື້ນ II (ອາ​ຊີ ປາ​ຊີ​ຟິກ) ໃຫ້​ຮູ້​ວ່າ, “ມັນ​ເປັນ​ເລື່ອງ​ຍາ​ກ​ສໍາ​ລັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຈາກ​ຫຼາຍ​ຂະ​ແໜງ​ການ ແລະ ພື້ນ​ຫຼັງ​ທີ່​ແຕກ​ຕ່າງ​ກັນ​ທີ່​ຈະ​ມາ​ລວມ​ຕົວ​ກັນ, ແຕ່​ພວກ​ເຮົາ​ທຸກ​ຄົນ​ມີ​ແຮງ​ບັນ​ດານ​ໃຈ​ຢ່າງ​ເລິກ​ເຊິ່ງ​ຈາກ​ຈຸດ​ປະ​ສົງ​ລວມ​ຕົວ​ກັບ​ຂອງ​ພວກ​ເຮົາ​ຄື: ເພື່ອ​ໃຫ່​ໄວ​ໜຸ່ມ​ປອດ​ໄພ​ໃນ​ຖະ​ໜົນ. ໄວ​ໜຸ່ມ​ສະ​ໄໝ​ນີ້ ມີ​ທ່າ​ແຮງ​ອັນ​ໃຫຍ່​ຫຼວງ​ໃນ​ກາ​ນ​ກ​ໍ​າ​ນົດ​ຮູບ​ແບບ​ຊຸມ​ຊົນ​ຂອງ​ເຂົາ​ເຈົ້າ ແລະ ປ້ອງ​ກັນ​ການ​ເກີດ​ອຸ​ປະ​ຕິ​ເຫດ​ຕາມ​ທ້ອງ​ຖະ​ໜົນ. ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ແຄມ​ເປນ​ນີ້​ເພື່ອ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ມີ​ການ​ປ່ຽນ​ແປງ​ພາຍ​ໃນ​ຊຸມ​ຊົນ​ທ້ອງ​ຖິ່ນ​ທົ່ວ​ອາ​ຊີ​ປາ​ຊີ​ຟິກ.”

        ທ່ານ Vijay Subramaniam ປະ​ທານ APISWA, ເຊິ່ງ​ທັງ​ເປັນ​ປະ​ທານ​ປະ​ຈຳ​ພາກ​ພື້ນ, ອາ​ຊີ, ຕາ​ເວັນ​ອອກ​ກາງ ແລະ ອາ​ຟຣິກ​ກາ ແລະ ຕົວ​ແທນ​ຈຳ​ໜ່າຍ​ດ້ານ​ການ​ທ່ອງ​ທ່ຽວ​ທົ່ວ​ໂລກ​ທີ່ Bacardi ອີກ​ດ້ວຍ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຮູ້​ສຶກ​ເປັນ​ກຽດ​ທີ່​ໄດ້​ເປັນ​ສ້ວນ​ໜຶ່ງ​ຂອງ​ກຸ່ມ​ພັນ​ທະ​ມິດ​ຂະ​ໜາດ​ໃຫ່​ຍ ແລະ ກ​້​ວາງ​ຂວາງ​ທີ່​ມີ​ເປົ້າ​ໝາຍ​ໜຶ່ງ​ດຽວ​ໃນ​ການ​ປ່ຽນ​ແປງ​ພຶດ​ຕິ​ກ​ໍ​າ ແລະ ໃຫ້​ສິດ​ທິ​ແກ່​ໄວ​ໜຸ່ມ​ໃນ​ການ​ສ້າງ​ອາ​ນາ​ຄົດ​ທີ່​ດີ ແລະ ປອດ​ໄພ​ຍິ່ງ​ຂຶ້​ນ​ສ​ໍ​າ​ລັບ​ຕົນ​ເອງ ແລະ ຜູ້​ອື່ນໆ”. ແຄມ​ເປນ “ພະ​ລັງ​ຂອງ​ຄຳ​ວ່າ​ບ​ໍ​ໍ​່” ສະ​ແດງ​ໃຫ້​ເຫັນ​ເຖິງ​ພະ​ລັງ​ຂອງ​ການ​ຮ່ວມ​ມື ແລະ ຜົນ​ກະ​ທົບ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຮ່ວມ​ກັນ​ສາ​ມາດ​ສະ​ໜັບ​ສະ​ໜູນ​ວາ​ລະ​ສາ​ກົນ​ໂດຍ​ລວມ​ເພື່ອ​ຫຼຸດ​ຜ່ອນ​ການ​ເສຍ​ຊີ​ວິດ ແລະ ການ​ບາດ​ເຈັບ​ຈາກ​ການ​ຈະ​ລາ​ຈອນ​ຕາມ​ຖະ​ໜົນ.”

        ໂດຍ​ການ​ແຜ່​ຂະ​ຫຍາຍ​ຈິດ​ສຳ​ນຶກ ແລະ ການ​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ໄວ​ໜຸ່ມ, ທິມ​ງານ​ຂອງ​ແຄມ​ເປນ​ຫວັງ​ວ່າ ເຂົາ​ເຈົ້າ​ຈະ​ມີ​ອິດ​ທິ​ພົນ​ໃຫ້​ແກ່​ຄອບ​ຄົວ ແລະ ໝູ່​ຂອງ​ຕົນ​ໃຫ້​ເປັນ​ຜູ້​ຂັບ​ເຄື່ອນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ເບິ່ງ​ແຍງ​ດູ​ແລ​ເຊິ່ງ​ກັນ ແລະ ກັ​ນ​ສ​ໍ​າ​ລັບ​ຄົນ​ລຸ້ນ​ຕໍ່ໆ​ໄປ.

error: Content is protected !!