ກຽມສຶກສາຄວາມເປັນໄປໄດ້ ໂຄງການສ້າງເຂດເສດຖະກິດໃໝ່ ນິຄົມອຸດສາຫະກໍາໄຟຟ້າ

ກະຊວງແຜນການ ແລະ ການລົງທຶນ ຕາງ​ໜ້າ​ໃຫ້ ລັດຖະບານ ແຫ່ງ ສ​ປ​ປ ລາວ ລົງ​ນາມ​ກັບ ບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນຈໍາກັດ ໃນບົດບັນທຶກ (MOU) ເພື່ອສຶກສາຄວາມເປັນໄປໄດ້ ໃນການພັດທະນາໂຄງການ ສ້າງເຂດເສດຖະກິດໃໝ່ນິ ຄົມອຸດສາຫະກໍາໄຟຟ້າ ຢູ່ເຂດບ້ານໂພນມ່ວງ ແລະ ບ້ານຮ່ອງງົວ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ.

ໂຄງການ​ດັ່ງ​ກ່າວນີ້ ເປັນໂຄງການຂະໜາດໃຫຍ່ ກວມ​ເນື້ອ​ທີ່ 316 ເຮັກຕາ ພາຍຫຼັງສໍາເລັດການເປີດນໍາໃຊ້ທາງລົດໄຟ ລາວ -ຈີນ ເປັນ​ໂຄງ​ການ​ທີ່ສະແດງເຖິງການເປັນຄູ່ຮ່ວມຊະຕາກໍາ ລາວ-ຈີນ ເປັນສັນຍາລັກແຫ່ງການປັບປຸງໂຄງສ້າງດ້ານເສດຖະ ກິດຂອງ ສປປ ລາວ ໂດຍນໍາເອົາທ່າແຮງດ້ານຊັບພະຍາກອນພະ ລັງງານໄຟຟ້າ ຫັນເປັນທ່າແຮງດ້ານເສດຖະກິດ ເພີ່ມທະ ວີກໍ່ສ້າງອຸດສາຫະກໍາດ້ານພະລັງງານຂອງຊາດ ກໍຄື ຜະລິດຕະພັນທີ່ເປັນຍີ່ຫໍ້ສັນຍາລັກຂອງປະຊາຊົນລາວ ໂດຍມີການພັດ ທະນາດ້ານອຸດສາຫະກໍາ ວັດສະດຸອຸປະກອນໄຟຟ້າ ເພື່ອມາຊຸກຍູ້ການສ້າງວຽກເຮັດງານທໍາ ເພີ່ມລາຍຮັບອາກອນ ຜ່ານ ການສົ່ງອອກຂອງຜະລິດຕະພັນ ວັດສະດຸໄຟຟ້າຂອງຕົນເອງ ເພິ່ມລາຍຮັບຂອງເງິນຕາຕ່າງປະເທດ ປະກອບສ່ວນເຂົ້າໃນ ການຮັກສາຄວາມດຸ່ນດຽງດ້ານລາຍຮັບ-ລາຍຈ່າຍ.

ປັດຈຸບັນນິຄົມອຸດສາຫະກໍາ ໄດ້ຮ່ວມກັບ 5 ບໍລິສັດວັດສະດຸດ້ານພະລັງງານຂະໜາດໃຫຍ່ຂອງ ສປ ຈີນ ໃນການເຊັນເອກະ ສານສະແດງເຈດຈໍານົງເຂົ້າມາລົງທຶນໃນນິຄົມ​ດັ່ງ​ກ່າວ​ນີ້ ເພື່ອລົງທຶນສ້າງຕັ້ງເປັນໂຄງ ການ ເຊິ່ງຈະເລີ່ມກໍ່ສ້າງພາຍໃນເດືອນ ມີນາ ແລະ ຈະເລີ່ມໃຫ້ໄດ້ດໍາເນີນການຜະລິດ ແລະ ດໍາເນີນກິດຈະກໍາກ່ອນເດືອນທັນວາ 2023 ເພື່ອເປັນການມອບຂອງ ຂວັນໃຫ້ແກ່ ສປປ ລາວ ໃນໄລຍະການເປັນປະທານອາຊຽນປີ 2024.

ສຳ​ລັບພິ​ທີເຊັນ​ບົດ​ບັນ​ທຶກ ໂຄງ​ການ​ດັ່ງ​ກ່າວໄດ້​ມີ​ຂຶ້ນໃນວັນທີ 17 ກຸມພາ ​ຜ່ານ​ມາ ທີ່ກະຊວງແຜນການ ແລະ ການລົງທຶນ ລະ​ຫວ່າງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ LIU YONG LONG ປະທານບໍລິສັດພັດທະນາລົງທຶນໄຟຟ້າ ລາວ-ຈີນ ຈໍາກັດ ໂດຍມີພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມເປັນ​ສັກ​ຂີ​ພິ​ຍານ.

ຂ່າວ-ພາບ ໜັງ​ສື​ພິມ​ປະ​ຊາ​ຊົນ

error: Content is protected !!