ໄຟຟ້າ ຫົງສາ ສະໜັບສະໜູນງານມະຫາກໍາບຸນຊ້າງ ປີ 2023

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ນໍາໂດຍ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ພ້ອມດ້ວຍຄະນະຜູ້ບໍລິຫານ ແລະ ພະນັກງານຕົວແທນຂອງບໍລິສັດ ເຂົ້າຮ່ວມພິທີ ເປີດງານມະຫະກໍາບຸນຊ້າງ ແຂວງໄຊຍະບູລີ ປະຈໍາປີ 2023 ໃນວັນທີ 18 ກຸມພາ 2023 ທີ່ ສະໜາມຫຼວງ ແຂວງໄຊຍະບູລີ ໂດຍເປັນປະທານໃນການຈັດງານໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແຂວງໄຊຍະບູລີ ມີການນໍາຈາກແຕ່ລະແຂວງ ເຈົ້າໜ້າທີ່ພາກລັດ ເອກະຊົນ ແລະ ປະຊາຊົນ.

ງານປະເພນີບຸນຊ້າງ ແຂວງໄຊຍະບູລີ ຈັດຂຶ້ນເປັນປະຈໍາທຸກປີ ແລະ ໃນປີ 2023 ຈັດຂຶ້ນໃນລະຫວ່າງວັນທີ 18-20 ກຸມພາ 2023 ໂດຍ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ໃຫ້ການສະໜັບສະໜຸນງົບປະມານໃນການຈັດງານ ເປັນເງິນ 50 ລ້ານກີບ ເພື່ອເປັນການສົ່ງເສີມກິດຈະກໍາງານປະເພນີບຸນຊ້າງ ເຊິ່ງເປັນງານບຸນປະເພນີຂອງ ສປປ ລາວ ທີ່ໃຫ້ຄວາມສໍາຄັນກັບການອະນຸຮັກຊ້າງລາວ.

error: Content is protected !!