ຄວກ ຄອງອັນດັບ 1 ງານແຂ່ງຂັນກີລານັກສຶກສາທົ່ວ ມຊ

ຄະນະວິທະຍາສາດການກີລາ-ກາຍະກໍາ ຫຼື ຄວກ ສ້າງຜົນງານໄດ້ຢ່າງໂດດເດັ່ນສົມກັບເປັນຄະນະທີ່ສ້າງບຸກຄະລາດ້ານກີລາ​ ໂດຍສາມາດຍາດໄດ້ລາງວັນທີ 1 ຈຳນວນ 12 ຂັນ ລາງວັນທີ 2 ຈຳນວນ 5 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ ລວມ 21 ຂັນ ເປັນອັນດັບທີ 1 ໃນງານແຂ່ງຂັນກີລານັກສຶກສາທົ່ວມະຫາວິທະຍາໄລແຫ່ງຊາດ ຫຼື ມຊ ຄັ້ງທີ 13 ປະຈຳສົກສຶກສາ 2022-2023.

ທ່ານ ສະຫວັນ ເງິນງາມ ຮອງຫົວໜ້າຫ້ອງການຄຸ້ມຄອງນັກສຶກສາ ທັງເປັນຮອງປະທານຈັດການແຂ່ງຂັນ ໄດ້ຜ່ານບົດສະ ຫຼຸບໃຫ້ຮູ້ວ່າ: ການຈັດການແຂ່ງຂັນກີລານັກສຶກສາທົ່ວ ມຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ແມ່ນເພື່ອຈັດ ຕັ້ງການ ເຄື່ອນໄຫວ ແລະ ແຂ່ງຂັນກີລາປະເພດຕ່າງໆ ໃຫ້ເປັນຂະບວນຟົດຟື້ນທົ່ວ ມຊ ທັງເປັນການສ້າງເງື່ອນໄຂສົ່ງ ເສີມໃຫ້ນັກສຶກ ສານໍາໃຊ້ເວລາຫວ່າງມາເຝິກແອບ ແລະ ພັດທະນາຕົນເອງທາງດ້ານປະເພດກີລາໃດໜຶ່ງໃນລະດັບສາຍສູງ ແລະ ສ້າງຊື່ສຽງ ໃຫ້ກັບຕົນເອງ ກໍຄື ມຊ ແລະ ປະເທດຊາດ ເພື່ອສ້າງໂອກາດໃຫ້ພະນັກງານ ຄູ-ອາຈານ ແລະ ນັກສຶກສາຄະນະວິຊາ ແລະ ສະຖາບັນຕ່າງໆ ໄດ້ພົບປະກັນເພື່ອສ້າງຄວາມສາມັກຄີເຊິ່ງກັນ ແລະ ກັນ ທັງເປັນການຄັດເລືອກເອົານັກກີລາດີເດັ່ນປະເພດ ຕ່າງໆ ເຂົ້າເປັນນັກກິລາຂອງສະໂມສອນກີລາ ມຊ ເພື່ອພັດທະນາຂະບວນການກີລາຂອງ ມຊ ໃຫ້ເຕີບໃຫຍ່ຂະຫຍາຍຕົວ ເພື່ອໃຫ້ສາມາດເຂົ້າຮ່ວມແຂ່ງຂັນກີລາລະດັບຊາດ ກໍຄື ພາກພື້ນ ແລະ ສາກົນໃຫ້ນັບມື້ນັບຫຼາຍຂຶ້ນ.

ການແຂ່ງຂັນຄັ້ງນີ້ ແມ່ນໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 11 ມັງກອນ 2023 ຫາວັນທີ 17 ກຸມພາ 2023 ກໍສຳເລັດລົງຕາມ ລະດັບຄາດໝາຍ ເຊິ່ງມີ 13 ຄະນະວິຊາ ແລະ 1 ສະຖາບັນເຂົ້າຮ່ວມການແຂ່ງຂັນ ມີຄະນະຄຸເຝິກ ແລະ ນັກກີລາເຂົ້າຮ່ວມ ທັງໝົດ ຈໍານວນ 1.534 ຄົນ ຍິງ 427 ຄົນ ລວມມີ 6 ປະເພດ ຄື: ບານເຕະ ຍິງ-ຊາຍ ຟຸດຊໍຊາຍ ບານສົ່ງໃນຮົ່ມຍິງ-ຊາຍ ກະຕໍ້ຍິງ-ຊາຍ ເປຕັງ ທີມຍິງ-ທີມຊາຍ ແລະ ທີມປະສົມ ແລະ ກີລາແລ່ນ-ລານ ຜ່ານການແຂ່ງຂັນຜົນປາກົດວ່າ: ອັນດັບ 1 ຄະນະວິທະຍາສາດການກີລາ-ກາຍະກໍາ ຍາດໄດ້ລາງວັນທີ 1 ຈຳນວນ 12 ຂັນ ລາງວັນທີ 2 ຈຳນວນ 5 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ ອັນດັບ​ 2 ຄະນະສຶກສາສາດ ຍາດໄດ້ລາງວັນທີ 1 ຈຳນວນ 2 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 3 ຄະນະກະເສດສາດ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ ລາງວັນທີ 2 ຈຳນວນ 4 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 4 ຄະນະວິທະຍາສາດສັງຄົມ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ ລາງວັນທີ 2 ຈຳນວນ 3 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 5 ຄະນະວິສະວະກໍາສາດ ຍາດໄດ້ລາງວັນທີ 1 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 4 ຂັນ ອັນດັບ​ 6 ຄະນະນິຕິສາດ ແລະ ລັດຖະສາດ ຍາດໄດ້ລາງວັນທີ 2 ຈຳນວນ 2 ຂັນ ແລະ ລາງວັນທີ 3 ຈຳນວນ 3 ຂັນ ອັນດັບ 7 ຄະນະວິທະຍາສາດທໍາມະຊາດ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 5 ຂັນ ອັນດັບ 8 ຄະນະເສດ ຖະສາດ ແລະບໍລິຫານທຸລະກິດ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 3 ຂັນ ອັນດັບ 9 ຄະນະວິ ທະຍາສາດສິ່ງແວດລ້ອມ ຍາດໄດ້ລາງວັນທີ 2 ຈຳນວນ 1 ຂັນ ແລະ ລາງວັນທີ 3 ຈຳນວນ 1 ຂັນ ອັນດັບ 10 ຄະນະສະຖາປັດ ຕະຍະກໍາສາດ ຍາດໄດ້ລາງວັນທີ 3 ຈຳນວນ 3 ຂັນ ອັນດັບ 11 ຮ່ວມ ຄະນະອັກສອນສາດ ແລະ ຄະນະຊັບພະຍາກອນນໍ້າ ຍາດໄດ້ລາງວັນທີ 3 ພາກສ່ວນລະ 1 ຂັນ.

ພິທີເປີດ-ປິດງານແຂ່ງຂັນກິລານັກສຶກສາທົ່ວ ມຊ ຄັ້ງທີ 13 ປະຈໍາສົກສຶກສາ 2022-2023 ເມື່ອວັນທີ 17 ກຸມພາ 2023 ທີ່ ສະໜາມກີລາກາງ ມຊ​ ໂດຍການເປັນປະທານຂອງ ທ່ານ ໂພສີ ທິບດາວັນ ຮອງອະທິການບໍດີ ມຊ ທັງເປັນປະທານຈັດ ການແຂ່ງຂັນ ເຂົ້າຮ່ວມມີ ທ່ານ ອຸດົມ ພອນຄໍາເພັງ ອະທິການບໍດີ ມຊ ທ່ານ ເປີນ ອິນທະໜໍ່ ຫົວໜ້າຫ້ອງການຄຸ້ມຄອງ ນັກສຶກສາ ພ້ອມດ້ວຍບັນດາຄະນະບໍດີ​ ຫົວໜ້າຫ້ອງການ ຕາງໜ້າບໍລິສັດ ທະນາຄານ ຫ້າງຮ້ານ ທີ່ໃຫ້ການສະໜັບສະໜູນ ແຂກຖືກເຊີນ ພະນັກງານ ຄູ-ອາຈານ ແລະນ້ອງໆນັກສຶກສາຈາກຄະນະວິຊາ ແລະ ສະຖາບັນທົ່ວ ມຊ ຢ່າງເປັນຂະບວນການ ຟົດຟື້ນ.

error: Content is protected !!