ອຸບັດເຫດ ຍ້ອນນ້ຳຕາຜີເຜດ

ຫາກ​ທ່ານ​ຜູ້​ອ່ານ​ໝັ່ນ​ຕິດ­ຕາມ ຂ່າວ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ​ຢູ່​ປະ­ເທດ​ພວກ​ເຮົາ​ແລ້ວ ກໍ​ຄົງ​ຈະ​ໄດ້​ພົບ​ກັບ​ຕົວ​ເລກ​ທີ່​ໜ້າ​ສະ​ຍົດ​ສະ­ຫຍອງ ດັ່ງ​ຂ່າວ​ຫວ່າງ​ບໍ່​ເຫິງ​ມາ​ນີ້​ບອກ​ວ່າ ໃນ​ແຕ່​ລະ​ປີ ຢູ່​ລາວ​ພວກ​ເຮົາ​ນັ້ນ​ມີ​ຜູ້​ເສຍ​ຊີ­ວິດ​ຍ້ອນ​ອຸ­ບັດ­ເຫດ​ດັ່ງ­ກ່າວ​ປີ​ລະ 1.000 ຄົນ ສ່ວນ​ຈຳ­ນວນ​ຜູ້​ບາດ­ເຈັບ​ນັ້ນ​ມີ​ສູງ​ຫຼາຍ​ທົບ​ເທົ່າ ຄວາມ​ເສຍ​ຫາຍ​ທາງ​ດ້ານ​ວັດ­ຖຸ​ຫັ້ນ​ບໍ່​ໃຫ້​ເວົ້າ ! ທຸກ​ຂ່າວ​ກ່ຽວ​ກັບ​ອຸ­ບັດ­ເຫດ​ລົດ​ຕຳ ລົດ​ຕຳ​ຄົນ ລົດ​ພິກ​ປີ້ນ ຕົກ​ເຫວ ແລະ​ອື່ນໆ​ນັ້ນ ສ່ວນ​ໃຫຍ່​ມັກ​ຈະ​ພົວ­ພັນ​ກັບ​ລິດ​ນ້ຳ​ຕາ​ຜີ​ເຜດ ກໍ​ຄື ເຫຼົ້າ​ຫັ້ນ​ລະ ດັ່ງ­ນັ້ນ ໃນ​ບົດ​ນີ້ ຈຶ່ງ​ຂໍ​ຊວນ​ບັນ­ດາ​ທ່ານ ຜູ້​ອ່ານ​ໄປ​ເບິ່ງ​ບ້ານ​ເພິ່ນ​ເມືອງ​ທ່ານ​ໃນ​ຕ່າງ​ແດນ​ວ່າ ພວກ​ເພິ່ນ​ມີ​ວິ­ທີ​ຈັດ­ການ​ກັບ​ນ້ຳ​ເມົາ​ແນວ­ໃດ ເພື່ອ​ຮັກ­ສາ​ສຸ­ຂະ­ພາບ​ຂອງ​ຄົນ​ເຮົາ ແລະ ເພື່ອ​ຫຼຸດ­ຜ່ອນ​ອຸ­ບັດ­ເຫດ​ທີ່​ເກີດ​ຈາກ “ເມົາ​ແລ້ວ​ຂັບ”.

ທີ່​ອີ​ຣານ: ມີ​ຂ່າວ​ບອກ​ວ່າ ເຖິງ​ຈະ​ເປັນ​ປະ­ເທດ​ທີ່​ພົນ­ລະ­ເມືອງ​ສ່ວນ​ໃຫຍ່ ເຄັ່ງ​ຄັດ​ສາ­ສະ­ໜາ​ອິດ​ສະ​ລາມ​ກໍ​ຕາມ ແຕ່​ປະ­ເທດ​ນີ້ ກໍ​ຍັງ​ປະ​ເຊີນ​ກັບ​ບັນ­ຫາ​ນ້ຳ​ເມົາ​ອາ​ລະ​ວາດ ຈົນ​ເຖິງ​ຂັ້ນ​ທາງ​ການ​ມີ​ແຜນ​ສ້າງ​ສູນ​ບຳ­ບັດ​ຄົນ​ຕິດ​ເຫຼົ້າ​ໃຫ້​ໄດ້ ຈຳ­ນວນ 150 ແຫ່ງ ໃນ​ທົ່ວ​ປະ­ເທດ ຂ່າວ​ບອກ​ວ່າ: ສູນ​ລ້າງ​ພິດ​ເຫຼົ້າ​ແຫ່ງ​ທຳ​ອິດ​ເປີດ​ບໍ­ລິ­ການ ໃນ​ນະ­ຄອນ­ຫຼວງ​ເຕ​ເຮ​ຣານ ໃນ​ປີ 2013 ຕໍ່​ມາ​ໃນ​ປີ 2016 ໄດ້​ເປີດ​ຕື່ມ​ອີກ 6 ສູນ ແລະ ຈະ​ສືບ­ຕໍ່​ເປີດ​ສູນ​ໃໝ່​ອີກ​ຈົນ​ໃຫ້​ຄົບ ຈຳ­ນວນ 150 ແຫ່ງ ເພື່ອ​ຮອງ​ຮັບ​ພວກ​ຕິດ​ເຫຼົ້າ ຊຶ່ງ​ມີ​ຈຳ­ນວນ​ສູງ​ເຖິງ 200.000 (ສະ­ຖິ­ຕິ​ເມື່ອ​ປີ 2015) ອີ​ຣານ ມີ​ກົດ­ໝາຍ​ເຫຼັກ​ຫ້າມ​ພົນ­ລະ­ເມືອງ​ດື່ມ​ເຫຼົ້າ​ແຕ່​ປີ 1979 ພຸ້ນ ແຕ່​ກໍ​ມີ​ຜູ້​ລັກ­ລອບ​ຕົ້ມ​ເຫຼົ້າ​ເຖື່ອນ​ອອກ​ຈຳ­ໜ່າຍ ແລະ ເຄື່ອງ​ດື່ມ​ປະ­ເພດ​ມືນ​ເມົາ​ອີກ​ຈຳ­ນວນ​ໜຶ່ງ ກໍ​ຖືກ​ລັກ­ລອບ​ນຳ​ເຂົ້າ​ຈາກ​ປະ­ເທດ​ໃກ້​ຄຽງ ເຊັ່ນ: ຕວັກ​ກີ ແລະ ອີ​ຣັກ ພິດ​ນ້ຳ​ເມົາ​ໄດ້​ກາຍ­ເປັນ​ສາ­ເຫດ​ຕົ້ນ­ຕໍ​ຂອງ​ຄະ­ດີ​ລະ­ເມີດ​ກົດ​ຈະ­ລາ­ຈອນ ໃນ​ປະ­ເທດ​ອີ​ຣານ.

ທີ່​ເກາະ​ໄຕ້​ຫວັນ: ໂທດ​ໃນ​ຄະ­ດີ​ເມົາ​ແລ້ວ​ຂັບ (ຍານ­ພາ­ຫະ­ນະ) ຢູ່​ເກາະ​ໄຕ້​ຫວັນ​ນັ້ນ​ເດັດ­ຂາດ ປາດ​ເລິກ​ເອົາ​ແທ້ໆ ເຖິງ​ວ່າ­ການ​ຂັບ​ລົດ​ໃນ​ສະ­ພາບ​ມືນ​ເມົາ ຈະ​ກໍ່­ໃຫ້­ເກີດ​ອຸ­ບັດ­ເຫດ ຫຼື ບໍ່​ກໍ​ຕາມ ຂໍ້​ບັງ­ຄັບ “ເມົາ​ຫ້າມ​ຂັບ” ສະ­ບັບ​ໃໝ່​ຂອງ​ເກາະ​ໄຕ້​ຫວັນ ໄດ້​ເລີ່ມ​ປະ­ກາດ​ໃຊ້​ແຕ່​ວັນ​ທີ 1 ກໍ­ລະ­ກົດ 2019 ເປັນ­ຕົ້ນ​ມາ ຊຶ່ງ​ມີ​ບາງ​ເນື້ອ​ໃນ​ລະ­ອຽດ​ດັ່ງ­ນີ້​ຄື: ໄດ້​ເພີ່ມ​ຄ່າ​ປັບ​ໃໝ​ຜູ້​ເມົາ​ແລ້ວ​ຂັບ ຈາກ​ອັດ­ຕາ​ສູງ​ສຸດ 90.000 ໂດ​ລາ​ໄຕ້​ຫວັນ (ປະ­ມານ 24 ລ້ານ​ກີບ) ມາ​ເປັນ 120.000 ໂດ​ລາ​ໄຕ້​ຫວັນ (ປະ­ມານ 32 ລ້ານ​ກີບ) ແຕ່​ຖ້າ​ເປັນ​ການ​ກະ­ທຳ​ຜິດ​ຊ້ຳ ຜູ້​ກະ­ທຳ​ຜິດ​ກໍ​ຕ້ອງ​ໄດ້​ຈ່າຍ​ເພີ່ມ​ອີກ 90.000 ໂດ​ລາ​ໄຕ້​ຫວັນ ຜູ້​ຂັບ​ລົດ​ທີ່​ປະ­ຕິ­ເສດ ຫຼື ຫຼົບ​ຫຼີກ​ການ​ວັດ­ແທກ​ລະ­ດັບ​ປະ­ລິ­ມານ​ທາດ​ເຫຼົ້າ​ໃນ​ຮ່າງ­ກາຍ​ນັ້ນ ຈະ​ຖືກ​ລົງ­ໂທດ​ໜັກ​ຂຶ້ນ ຄື: ນອກ­ຈາກ​ປັບ​ໃໝ​ເປັນ​ເງິນ​ແລ້ວ ຍັງ​ຈະ​ຖືກ​ຖອນ​ໃບ​ຂັບ​ຂີ່ ຈາກ​ເວ­ລາ 1 ປີ​ໃນ​ເມື່ອ​ກ່ອນ​ມາ​ເປັນ 2 ປີ ສ່ວນ​ຜູ້­ໂດຍ­ສານ ຫຼື ຜູ້​ນັ່ງ​ລົດ​ມາ​ກັບ​ໂຊ​ເຟີ​ທີ່​ມີ​ອາ­ການ​ມືນ​ເມົາ​ນັ້ນ ກໍ​ຈະ​ຖືກ​ລົງ­ໂທດ​ເຊັ່ນ​ກັນ ຄື​ປະ­ມານ 600-3.000 ໂດ​ລາ​ໄຕ້​ຫວັນ (ປະ­ມານ 164.000-822.000 ກີບ) ເປັນ​ອັນ­ວ່າ ຖ້າ​ຢາກ​ຈຳ­ກັດ ຫຼື ກຳ­ຈັດ​ບັນ­ຫາ​ເມົາ​ແລ້ວ​ຂັບ​ນັ້ນ ກໍ​ຕ້ອງ​ມີ​ລະ­ບຽບ​ກົດ­ໝາຍ​ສຽບ​ຂາດ ແລະ ມີ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຢ່າງ​ເຄັ່ງ​ຄັດ​ອີ່­ຫຼີ.

error: Content is protected !!