ປກສ ເມືອງຊ່ອນ ທຳລາຍອາວຸດລ່າເນື້ອ

ໃນວັນທີ 19 ກຸມພາ 2023 ກອງບັນຊາການ ປກສ ເມືອງຊ່ອນ ແຂວງຫົວພັນ ໄດ້ທໍາລາຍອາວຸດລ່າເນື້ອ ປະເພດປືນແກ໋ບ ແລະ ຈັກສະຕີນຕັດໄມ້ ໂດຍມີ ທ່ານ ສີວິໄລ ພິມມະວົງເມືອງ ເຈົ້າເມືອງຊ່ອນ ທ່ານ ພັທ ເຕັມ ບຸນດວງໄຈ ຮອງຫົວໜ້າກອງ ບັນຊາການ ປກສ ເມືອງຊ່ອນ ພ້ອມດ້ວຍບັນດາຫົວໜ້າ-ຮອງຫ້ອງການ ອ້ອມຂ້າງເມືອງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າ ຮ່ວມ.

ທ່ານ ຮອ ເພັດ ສຸດຫ່ວງ ຮອງຫົວໜ້າພະແນກສໍາມະໂນຄົວ ແລະ ກໍ່ສ້າງຮາກຖານ ກອງບັນຊາການ ປກສ ເມືອງຊ່ອນ ກ່າວ ວ່າ: ໂດຍປະຕິບັດຕາມກົດລະບຽບການຄຸ້ມຄອງອາວຸດ ແລະ ທາດລະເບີດ ສະບັບເລກທີ 01/ປຫພ, ລົງວັນທີ 20 ມີນາ 2016 ແລະ ຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍ ການແຕ່ງຕັ້ງຄະນະຮັບຜິດຊອບທໍາລາຍເຄື່ອງຂອງກາງ ອາວຸດລ່າເນື້ອ ແລະ ຈັກສະຕິນຕັດໄມ້ ສະບັບເລກທີ 337/ຈມ ລົງວັນທີ 26 ສິງຫາ 2021 ກໍາລັງ ປກສ ເມືອງ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມ ບ້ານແຕ່ລະກຸ່ມ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງສຶກສາອົບຮົມການເມືອງແນວຄິດໃຫ້ພໍ່-ແມ່ປະຊາຊົນທົ່ວເມືອງຊ່ອນ ໃຫ້ນໍາ ເອົາອາວຸດເສິກ, ອາວຸດລ່າເນື້ອ ແລະ ທາດລະເບີດທີ່ມີໄວ້ຄອບຄອງແບບບໍ່ຖືກຕ້ອງຕາມລະບຽບກົດໝາຍ ມາມອບໃຫ້ພັກ -ລັດດ້ວຍຄວາມຈິງໃຈ ໂດຍບໍ່ມີການປັບໃໝໃສ່ໂທດແຕ່ຢ່າງໃດ ເຊິ່ງເຄື່ອງຂອງກາງທີ່ທ້ອມໂຮມນໍາເອົາມາທໍາລາຍໃນຄັ້ງນີ້ ລວມມີ: ປືນແກ໋ບ 110 ກະບອກ ປືນແຕ່ງຍິງລູກບີ ຈໍານວນ 29 ກະບອກ ປືນນໍ້າເຫຼົ້າ 90 ຈໍານວນ 4 ກະບອກ ແລະ ຈັກສະ ຕິ່ນຕັດໄມ້ຈໍານວນໜຶ່ງ.

ຕອນທ້າຍພິທີ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນນໍາເອົາອາວຸດລ່າເນື້ອປະເພດຕ່າງໆ ພ້ອມຈັກສະຕິ່ນຕັດໄມ້ຈໍານວນດັ່ງກ່າວ ລົງທໍາລາຍ ໂດຍນໍາໃຊ້ລົດຈົກທໍາລາຍ ຈົນໃຊ້ການບໍ່ໄດ້ແລ້ວຈົກດິນຖົມຢ່າງລະອຽດ.

error: Content is protected !!