ງານວາງສະແດງ ແລະ ​ຈໍາໜ່າຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຈະຈັດຂຶ້ນກາງເດືອນສິງຫາ

    ພິທີຖະແຫຼງຂ່າວ ງານວາງສະແດງ ແລະ​ ຈໍາໜ່າຍສິນຄ້າ​ໜື່ງເມືອງ​ ໜື່ງຜະລິດຕະພັນ ​ແລະ ​ສິນຄ້າຄອບຄົວຕົວແບບຂອງນະຄອນຫຼວງວຽງຈັນ ຄັ້ງທີ​ VII ຈັດຂຶ້ນວັນທີ​ 25 ມິຖຸນາ 2020​ ຢູ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ​ໂດຍມີທ່ານ​ນາງ​ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ​ ການຄ້າ​ ທ່ານນາງ ​ວິໄລວອນ ຈັນທະ​ລາຕີ​ ຫົວໜ້າພະແນກ ຖວທ ນວ ​ທ່ານ​ ສັງຄົມ​ ຈັນສຸກ​ ປະທານສະພາການຄ້າ​ ແລະ​ ອຸດສາຫະກໍານະຄອນຫຼວງວຽງຈັນ  ພ້ອມພາກສ່ວນກ່ຽ່ວຂ້ອງເຂົ້າຮ່ວມ. 

   ໂອກາດນີ້​ ທ່ານນາງ​ ວັນມະນີ ​ພິມມະສານ​ ກ່າວວ່າ: ການຈັດງານວາງສະແດງຄັ້ງນີ້ ກໍເພື່ອເປັນການຊຸກຍູ້ສົ່ງເສີມດ້ານການຕະຫຼາດ ຂອງການຜະລິດສິນຄ້າ​ໜຶ່ງເມືອງ ໜຶ່ງຜະລິດຕະພັນຂອງນະຄອນຫຼວງວຽງຈັນ ທັງເປັນການກະຕຸກຊຸກຍູ້ເສດຖະກິດໃນໄລຍະລັດຖະບານຜ່ອນຜັນການສະກັດກັ້ນການລະບາດຂອງພະຍາດໂຄວິດ-19​ ເຊິ່ງງານວາງສະແດງຄັ້ງນີ້ ຄາດວ່າຈະມີ 89 ຫົວໜ່ວຍ​ ມີ​ 91 ຫ້ອງ​ຜະລິດຕະພັນຄອບຄົວຕົວແບບຂອງແຕ່ລະເມືອງ​ ລວມ ​39 ຫົວໜ່ວຍ​ ມີ ​41 ຫ້ອງ​ ແລະ​ ສິນຄ້າຄອບຄົວຕົວແບບ ປະເພດ​ອຸດສາຫະກໍາ-ຫັດຖະກໍາ ແລະ ​ທ່ອງທ່ຽວ​ 25​ ຫົວໜ່ວຍ ​25 ​ຫ້ອງ​ ລວມທັງໝົດ 153 ຫົວໜ່ວຍ​157 ຫ້ອງ. 

    ກໍານົດການຈັດງານດັ່ງກ່າວ ຈະໄດ້ຈັດຂຶ້ນລະຫວ່າງວັນທີ 15-23 ສິງຫາ​2020​ ຢູ່ສູນການຄ້າລາວ-ໄອເຕັກ ​(ຕຶກ​ເກົ່າ)​ ແລະ ​ໄດ້ກໍານົດເອົາວັນທີ​ 3​ ສິງຫາ ​2020​ ເວລາ ​16:30​ ໂມງ ເປັນພິທີເປີດງານວາງສະແດງສິນຄ້າ​ ແລະ​ ຈໍາໜ່າຍສິນຄ້າ​ ໜຶ່ງເມືອງ ​ ໜຶ່ງຜະລິດຕະພັນ ຄັ້ງທີ​ VII​ ຂອງນະຄອນຫຼວງວຽງຈັນ.​

.

# ຂ່າວ & ພາບ: ສີພອນ ຈັນທະດາລາ

error: Content is protected !!