ສາທາລະນະສຸກ ສັ່ງໂຈະການຢາຍຢາຂ້າແມ່ທ້ອງ ຫຼັງນັກຮຽນເກີດຜົນຂ້າງຄຽງຈາກການກິນຢາ

    ພາຍຫຼັງທີ່ບັນດາໂຮງຮຽນໄດ້ເລີ່ມຈັດຕັ້ງປະຕິບັດການກິນຢາຂ້າແມ່ທ້ອງໃນຂອບເຂດທົ່ວປະເທດເລີ່ມແຕ່ວັນທີ 16 ມິຖຸນາ 2020 ເປັນຕົ້ນມາ ມາຮອດວັນທີ 24 ມິຖຸນາ 2020 ໄດ້ຮັບລາຍງານຈາກເມືອງ ແລະ ແຂວງ ມີນ້ອງນັກຮຽນເກີດຜົນຂ້າງຄຽງພາຍຫຼັງກິນຢາຂ້າແມ່ທ້ອງຈຳນວນ 231 ຄົນ (ນະຄອນຫຼວງ 220 ຄົນ ແລະ ແຂວງຈຳປາສັກ 11 ຄົນ) ເຊີ່ງນັກຮຽນທັງໝົດມີອາການແບບເບົາບາງ ເຊັ່ນ: ເຈັບຫົວ ວິນຫົວ ປວດຮາກ ຮາກ ແລະ ຖອກທ້ອງ ອາການຂອງນັກຮຽນທັງໝົດແມ່ນຫາຍດີໝົດທຸກຄົນ. 

    ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍທ່ານຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວ ໄດ້ຖະແຫຼງຂ່າວກ່ຽວກັບການກິນຢາຂ້າແມ່ທ້ອງໃນໂຮງຮຽນ ທີ່ເກີດຜົນ ຂ້າງຄຽງຂອງຢາຂ້າແມ່ທ້ອງ ວັນທີ 25 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ວ່າ: ຈຸດປະສົງຂອງການກິນຢາຂ້າແມ່ທ້ອງໃນໂຮງຮຽນ ແມ່ນເພື່ອເຮັດໃຫ້ເດັກນ້ອຍມີສຸຂະພາບທີ່ແຂງແຮງ ເດັກບໍ່ຂາດສານອາຫານ ການພັດທະນາຂອງເດັກຈະເລີນເຕີບໂຕໄວ ເຮັດໃຫ້ການຕິດເຊື້ອຫຼຸດລົງ ຫຼຸດຜ່ອນອັດຕາການຕາຍຂອງເດັກທີ່ເກີດມາຈາກພະຍາດແຊກຊ້ອນຕ່າງໆ ສຳລັບຢາຂ້າແມ່ທ້ອງ Medbendazole 500mg ເປັນໜື່ງໃນບັນດາຢາທີ່ປອດໄພກວ່າໝູ່ໃນບັນດາຢາທັງໝົດ ເຊິ່ງຢາຊະນິດນີ້ ໄດ້ຖືນຳໃຊ້ເປັນເວລາຫຼາຍປີແລ້ວ ເຊິ່ງບໍ່ແມ່ນຢາຊະນິດໃໝ່ຕາມທີ່ກ່າວອ້າງຜ່ານຂ່າວອອນລາຍ ຢາຊະນິດນີ້ເມື່ອກິນເຂົ້າໄປຈະຖືກ ຍ່ອຍສະຫຼາຍໃນລຳໄສ້ 4-6 ຊົ່ວໂມງ ແລະ ຖືກຂັບອອກທາງອາຈົມ ຢາທີກິນໄປແມ່ນຈະອອກລິດຢູ່ໃນລຳໄສ້ສ່ວນໃຫຍ່ 98% ແລະ ຈະຖືກດູດຊືມເຂົ້າກະແສເລືອດປະມານ 2 % ຈາກການເຮັດການສຶກສາຜ່ານມາ ທັງພາຍໃນ ແລະ ຕ່າງປະເທດ ເຫັນວ່າຢາດັ່ງກ່າວແມ່ນບໍ່ມີຜົນຂ້າງຄຽງທີ່ຮ້າຍແຮງ ເປັນອັນຕະລາຍເຖີງຊີວິດ ຜົນຈາກການສືກສາດ້ານຄວາມປອດໄພຂອງຢາ mebendazole ຫຼາຍກວ່າ 6.500 ຄັ້ງ ມີການຕີພີມເຜີຍແຜ່ ພົບວ່າຢາດັ່ງກ່າວບໍ່ມີຜົນຂ້າງຄຽງແບບຮຸນແຮງ ອາການຂ້າງຄຽງຂອງຢາແມ່ນມີໜ້ອຍ ແລະ ເປັນແບບຊົ່ວຄາວ ເຊີ່ງພົບພຽງ 6,3% ເຊັ່ນ: ເຈັບຫົວ ວິນຫົວ ເຈັບທ້ອງ ປວດຮາກ ແລະ ຮາກ. 

    ຕໍ່ເຫດການທີ່ເກີດຂຶ້ນ ທີ່ມີນ້ອງນັກຮຽນມີການຂ້າງຄຽງ ພາຍຫຼັງກິນຢາຂ້າແມ່ທ້ອງ ແລະ ໄປປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ ກະຊວງສາທາ ຮ່ວມກັນກັບກະຊວງສຶກສາທິການ ແລະ ອົງການອະນາໄມໂລກ ໄດ້ຮີບຮ້ອນສົ່ງທີມງານວິຊາການລົງໄປເກັບກຳຂໍ້ມູນ ແລະ ສອບສວນເຫດການດັ່ງກ່າວ ແລະ ພາຍຫຼັງການປຶກສາຫາລືກັນລະຫວ່າງທີມງານທີ່ຮັບຜິດຊອບວຽກງານການຢາຍຢາຂ້າແມ່ທ້ອງ ແລະ ອົງການອະນາໄມໂລກ ແມ່ນເຫັນດີໃຫ້ໂຈະການຢາຍຢາຂ້າແມ່ທ້ອງເປັນການຊົ່ວຄາວ ເພື່ອດຳເນີນການສອບສວນຕໍ່ເຫດການດັ່ງກ່າວ ແລະ ກວດກາຄືນຄຸນະພາບຢາຂ້າແມ່ທ້ອງທີ່ແຈກຢາບໃນ ສປປ ລາວ ໂດຍຮ່ວມກັບອົງການອະນາໄມໂລກ ເຊິ່ງຈະໄດ້ສົ່ງຢາໄປກວດຢູ່ ສສ ຫວຽດນາມ ສຳລັບຜົນກວດແມ່ນຈະຮູ້ຜົນປະມານ 1 ເດືອນ ເມື່ອໄດ້ຮັບຜົນກວດແລ້ວ ຈະມີການໃຫ້ຂໍ້ມູນຂ່າວສານແກ່ພໍ່ແມ່ຜູ້ປົກຄອງຕື່ມ ພາຍຫຼັງໄດ້ຮັບຜົນການກວດກາຄຸນນະພາບຢາ.

# ຂ່າວ & ພາບ: ເພັດສະໝອນ

error: Content is protected !!