ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ ​​ ສະ​ຫາຍ ສີ​ຈິ້ນ​ຜິງ

ສະ​ຫາຍ ທອງ​ລຸນ ສີ​ສຸ​ລິ​ດ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ ປະ​ຕິ​ວັດ​ລາວ ປະ​ທານ​ປ​ະ​ເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ ​​ສະ​ຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະ ການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີ່ ນະຄອນຫຼວງປັກກິ່ງ ເນື່ອງໃນໂອ ກາດທີ່ສະຫາຍໄດ້ຮັບການເລືອກຕັ້ງ ຈາກກອງປະຊຸມຄົບຄະນະຄັ້ງທີ 1 ຂອງ ສະພາຜູ້ ແທນປະຊາຊົນທົ່ວປະເທດ ຈີນ ສະ ໄໝທີ XIV ໃຫ້ດຳລົງຕຳແໜ່ງເປັນປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ອີກວາລະໜຶ່ງ.

ໃນ​ໂທ​ລະ​ເລກ​ສະ​ບັບ​ດັ່ງ​ກ່າວລະ​ບຸ​ວ່າ: ຕາງໜ້າໃຫ້ ລັດຖະບານ ແລະ ປະຊາຊົນ ລາວ ກໍຄື ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍຖືເປັນກຽດສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊ ອັນປະເສີດມາຍັງສະຫາຍ ການທີ່ ສະຫາຍໄດ້ຮັບເລືອກຕັ້ງໃຫ້ດຳ ລົງຕຳແໜ່ງອັນສູງສົ່ງອີກໜຶ່ງສະໄໝ ເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈ ແລະ ການຕີລາຄາສູງ ຂອງພັກ ລັດ ແລະ ປະຊາຊົນຈີນ ຕໍ່ ບົດບາດ ແລະ ຄວາມປີຊາສາມາດໃນການຊີ້ນຳ ນຳພາ ທີ່ເຕັມໄປດ້ວຍປະສົບການອັນອຸດົມສົມບູນ ແລະ ຜົນງານອັນໂດດເດັ່ນ ຂອງ ສະຫາຍ ໃນພາລະກິດສ້າງສາພັດທະນາປະເທດຈີນ ຕາມທິດທາງ ແລະ ສີສັນພິເສດ ຂອງພັກ ກອມມູນິດຈີນ ໄດ້ວາງອອກ ຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກກອມ ມູນິດຈີນ ທີ່ມີສະຫາຍເປັນແກນກາງນັ້ນຈະເຮັດໃຫ້ພາລະກິດສ້າງສາປະເທດຈີນ ເຕັມໄປດ້ວຍທັດສະນະ ໃໝ່ ແນວຄິດໃໝ່ ແລະ ຍຸດທະສາດໃໝ່ ເພື່ອປົກຄອງລັດ-ບໍລິຫານປະເທດ ໃຫ້ມີຄວາມເຂັ້ມແຂງຮອບດ້ານ ເຊິ່ງຈະເຮັດໃຫ້ພາລະກິດສ້າງສາ ສັງຄົມນິຍົມແບບສີສັນພິເສດຂອງຈີນນັ້ນ ປະສົບຜົນສຳເລັດຢ່າງໃຫຍ່ຫຼວງ ຮອບດ້ານ ມີລັກ ສະນະປະຫວັດສາດ ແລະ ກາຍເປັນພື້ນຖານອັນໜັກແໜ້ນ ເພື່ອບັນລຸເປົ້າໝາຍສູ້ຊົນ 100 ປີ ເຫດການທີສອງ ແລະ ຄວາມ ຝັນຂອງຈີນ ໃນການ ຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ ຢ່າງຮອບດ້ານ ສ້າງສາປະເທດຈີນ ໃຫ້ເປັນປະເທດສັງຄົມນິຍົມ ທີ່ທັນສະໄໝ ປະຊາຊົນຮັ່ງມີຜາສຸກ ປະເທດ ຊາດມັ່ງຄັ່ງເຂັ້ມແຂງ ສັງຄົມມີຄວາມສາມັກຄີກົມກຽວປອງດອງ ປະຊາທິປະໄຕ ຍຸຕິທຳ ແລະ ສີວິໄລ ໃຫ້ປະກົດຜົນເປັນຈິງ.

ໃນ​ໂທ​ລະ​ເລດ​ຍັງ​ໄດ້ ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ຄູ່ຮ່ວມຍຸດທະສາດ ແລະ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ແລະ ການເປັນຄູ່ຮ່ວມຊະຕາກຳ ລາວ-ຈີນ ຈີນ-ລາວ ຈົ່ງໄດ້ຮັບການເສີມຂະຫຍາຍໃຫ້ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ- ຈີນ ກໍຄື ເພື່ອພາລະກິດສັນຕິພາບ ມິດຕະພາບ ແລະ ການພັດທະນາແບບຍືນຍົງຢູ່ໃນພາກພື້ນ ແລະ ໃນ ໂລກ ອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ ມີຄວາມຜາສຸກ ແລະ ປະສົບຜົນສຳ ເລັດອັນໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນສູງສົ່ງ ແລະ ມີກຽດສະຫງ່າ ຂອງສະຫາຍ.

error: Content is protected !!