ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 65 ປີ

ວັນທີ 15 ມີນາ 2023 ໄດ້ຈັດພິທີສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ສະຫະພັນ ເຢຍລະມັນ ຂຶ້ນຢ່າງເປັນທາງການ ທີ່ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ນະຄອນຫຼວງວຽງຈັນ ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວ ມີ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າລັດຖະບານແຫ່ງ ສປປ ລາວ ທ່ານ ນາງ ອາເນັດ ຄະນົບລັອກ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ເຢຍລະມັນ ປະຈໍາລາວ ນອກຈາກນັ້ນ ກໍຍັງມີບັນດາທ່ານລັດຖະມົນຕີ ຮອງລັດຖະມົນຕີ ເຈົ້າໜ້າທີ່ຂັ້ນສູງຂອງລາວ ບັນດາທູຕານຸທູດປະຈໍາລາວ ຄະ ນະສະມາຄົມມິດຕະພາບລາວ-ເຢຍລະມັນ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມຢ່າງພ້ອມພຽງ.

ນອກຈາກນັ້ນ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຜ່ານມາ ເຢຍລະມັນ ກໍໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນການປ້ອງກັນ ແລະ ຄວມຄຸມການແຜ່ລະບາດຂອງພະຍາດດັ່ງກ່າວ ໂດຍສະເພາະວັກຊີນ ອຸປະກອນການແພດ ແລະ ໄອທີ ພ້ອມທັງ ລົດຮັກສາຄວາມເຢັນຂອງວັກຊີນ ໂດຍຜ່ານສະຖານທູດເຢຍລະມັນ ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ອົງການຈັດຕັ້ງສາກົນຕ່າງໆ ໃນເວທີພາກພື້ນ ແລະ ສາກົນ ສອງປະເທດໄດ້ໃຫ້ການສະໜັບສະໜູນເຊິ່ງກັນ ແລະ ກັນ ໂດຍສະເພາະໃນຂອບວຽກອາຊຽນ ແລະ ອົງການສະຫະປະຊາຊາດ ພ້ອມກັນນັ້ນ ເຢຍລະມັນ ຍັງໄດ້ໃຫ້ການຊ່ວຍເຫຼືອແກ່ຄະນະກຳມາທິການແມ່ນ້ຳຂອງສາກົນ ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລ້ຳຄ່າ ຂອງ ເຢຍລະມັນ ແກ່ ສປປ ລາວ ທັງໝົດນັ້ນ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ການຫຼຸດຜ່ອນຄວາມທຸກຍາກ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ເພື່ອແນໃສ່ເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້າ ແລະ ຊ່ວຍເຫຼືອໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການ ສປຊ ໃນປີ 2030.

ໃນການສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃນຄັ້ງນີ້ ການນຳຂັ້ງສູງຂອງທັງສອງປະເທດໄດ້ມີການແລກປ່ຽນສານຊົມເຊີຍເຊິ່ງກັນ ແລະ ກັນ ໄດ້ມີການຈັດກິດຈະກຳແຂ່ງຂັນກີລາມິດຕະພາບ (ເຕະບານ ແລະ ເປຕັງ) ລະຫວ່າງ ພາກສ່ວນທີ່ກ່ຽວຂ້ອງ ຝ່າຍລາວເຮົາ ປະກອບມີກະຊວງການຕ່າງປະເທດ ກະຊວງແຜນການ ແລະ ການລົງທຶນ ຄະນະພົວພັນຕ່າງປະເທດສູນກາງພັກ ສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ພາກວິຊາພາສາເຢຍລະມັນ (ມຊ) ຮ່ວມກັບ ສະຖານທູດເຢຍລະມັນ ແລະ ບັນດາອົງການຊ່ວຍເຫຼືອ ເພື່ອການພັດທະນາຂອງ ເຢຍລະມັນ ປະຈໍາ ສປປ ລາວ   ໃນວັນທີ 10 ມີນາ 2023 ທີ່ຜ່ານມາອີກດ້ວຍ.

ໃນໂອກາດດັ່ງກ່າວ ທັງສອງຝ່າຍກໍໄດ້ສະແດງຄວາມມຸ້ງຫວັງທີ່ຈະສືບຕໍ່ເສີມສ້າງ ແລະ ຮັດແໜ້ນການພົວພັນຮ່ວມມືທີ່ດີໃນປັດຈຸບັນ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ ພິທີສະເຫຼີມສະຫຼອງ ໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະພາບອັນອົບອຸ່ນ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

error: Content is protected !!